ພົບປະແລກບົດຮຽນລະຫວ່າງ ໜັງສືພິມປະຊາຊົນ ແລະ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

ພົບປະແລກບົດຮຽນລະຫວ່າງ ໜັງສືພິມປະຊາຊົນ ແລະ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

          ໃນວັນທີ 22 ພະຈິກ 2022 ທີ່ຫ້ອງປະຊຸມຊັ້ນ 4 ຄະນະໂຄສະນາອົບຮົມສູນກາງພັກ ໜັງສືພິມປະຊາຊົນ ແລະ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດພິທີພົບປະແລກບົດຮຽນເຊິ່ງກັນ ແລະ ກັນ ມີ ທ່ານ ນ. ປານີ ມະທິບ ຮອງບັນນາທິການ ໜັງສຶພິມປະຊາຊົນ ພ້ອມດ້ວຍຄະນະ, ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍຄະນະເຂົ້າຮ່ວມ.

ສອງຝ່າຍໄດ້ແລກປ່ຽນທາງດ້ານກົງຈັກການຈັດຕັ້ງ ແລະ ການປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ ພ້ອມທັງ ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ມີອັນພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ດ້ານຄົງຄ້າງ; ຫຼັງຈາກນັ້ນ ໄດ້ແລກປ່ຽນລົງເລິກຕາມການສະເໜີຂອງໜັງສືພິມປະຊາຊົນໃນຫົວຂໍ້: ການສ້າງໂປຼແກຼມເວັບໄຊ, ການເກັບຂໍ້ມູນແບບເອເລັກໂຕຼນິກ ແລະ ການແກ້ໄຂລິ້ງເວັບໄຊຕ່າງໆ; ທັງສອງຝ່າຍພ້ອມກັນຕີລາຄາສູງການພົບປະແລກປ່ຽນບົດຮຽນຄັ້ງນີ້ ແລະ ເປັນປະໂຫຍດຫຼາຍຕໍ່ການປັບປຸງເນື້ອໃນ, ຮູບການເຄື່ອນໄຫວວຽກງານຜ່ານສື່ໃນປັດຈຸບັນ ແລະ ອະນາຄົດ ເພື່ອສ້າງການຫັນປ່ຽນດ້ານຄຸນນະພາບຂອງວຽກງານໂຄ ສະນາອົບຮົມ; ພ້ອມກັນນັ້ນ ທັງຝ່າຍຍັງເຫັນດີເປັນເອກະພາບສືບຕໍ່ແລກປ່ຽນບົດຮຽນນໍາກັນອີກ ໃນຕໍ່ໜ້າ ໂດຍສະເພາະ ແມ່ນການຝຶກອົບຮົມການຂຽນຂ່າວ, ວຽກງານວິຊາສະເພາະທາງດ້ານໄອທີ ແລະ ການພັດທະນາເວບໄຊສໃນຕໍ່ໜ້າ.