ວາ​ລະ​ສານ ອະ​ລຸນ​ໃໝ່ ລົງ​​ເຄື່ອນ​ໄຫວ​ວຽກ​ງານ ແລະ ແລກ​ປ່ຽນ​ບົດ​ຮຽນ ຢູ່​ນະ​ຄອນຫຼວງວຽງ​ຈັນ

ວາ​ລະ​ສານ ອະ​ລຸນ​ໃໝ່ ລົງ​​ເຄື່ອນ​ໄຫວ​ວຽກ​ງານ ແລະ ແລກ​ປ່ຽນ​ບົດ​ຮຽນ ຢູ່​ນະ​ຄອນຫຼວງວຽງ​ຈັນ

ໂດຍ​ປະ​ຕິ​ບັດ​ຕາມ​ແຜນການ​ເຄື່ອນ​ໄຫວ​ວຽກ​ງານ ປະ​ຈຳ​ປີ 2022 ຂອງວາ​ລະ​ສານ​ອະ​ລຸນ​ໃໝ່. ໃນ​ຕອນ​ເຊົ້າ​ຂອງວັນ​ທີ 10 ພະ​ຈິກ 2022 ວາ​ລະ​ສານ​ອະ​ລຸນ​ໃໝ່ ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ລົງ​ເຄື່ອນ​ໄຫວ​​ເກັບ​ກຳ​ຂໍ້​ມູນ ແລະ ແລກ​ປ່ຽນ​ບົດ​ຮຽນ ກັບ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ນະ​ຄອນຫຼວງວຽງ​ຈັນ ເຊິ່ງ​ນຳ​ພາ​ໂດຍ         ທ່ານ ປອ ວັນ​ລາ​ຕີ ຄຳ​ວານ​ວົງ​ສາ ກຳມະການຄະ​ນະ​ພັກ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ວ່າ​ການ​ຫົວ​ໜ້າ​ບັນ​ນາ​ທິ​ການ​ວາ​ລະ​ສານ ອະ​ລຸນ​ໃໝ່ ພ້ອມ​ຄະ​ນະ ແລະ ໃຫ້​ກຽດ​ຕ້ອນ​ຮັບ​ໂດຍ ທ່ານ ປອ ຊົງ​ເລົ່າ ຢົງ​ນູ ກຳ​ມະ​ການ​ປະ​ຈຳ​ພັກ​ນະ​ຄອນຫຼວງວຽງ​ຈັນ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ນະ​ຄອນຫຼວງວຽງ​ຈັນ ພ້ອມ​ດ້ວຍ​ຄະ​ນະ.

ໃນ​ການ​ລົງເຄື່ອນ​ໄຫວ​ວຽກ​ງານ, ​ເກັບ​ກຳ​ຂໍ້​ມູນ ແລະ ແລກ​ປ່ຽນ​ບົດ​ຮຽນ​ໃນ​ຄັ້ງ​ນີ້ ທ່ານ ປອ ຊົງ​ເລົ່າ ຢົງ​ນູ ກຳ​ມະ​ການ​ປະ​ຈຳ​ພັກ​ນະ​ຄອນຫຼວງວຽງ​ຈັນ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ນະ​ຄອນຫຼວງວຽງ​ຈັນ ໄດ້​ລາຍ​ງານ​ສະ​ພາບ​ການ​ທີ່​ພົ້ນ​ເດັ່ນ​ຂອງ​ນະ​ຄອນຫຼວງວຽງ​ຈັນ ໂດຍ​ສັງ​ເຂບ ເປັນ​ຕົ້ນ​ແມ່ນ​ວຽກ​ງານກໍ່​ສ້າງ​ພັກ-ພະ​ນັກ​ງານ ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ​ຂອງ​ຄະ​ນະ​ພັກ​ຮາກ​ຖານ, ວຽກ​ງານການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ນະ​ຄອນຫຼວງວຽງ​ຈັນ ໃນ​ໄລ​ຍະ​ປີ 2021-2022, ການ​ພັດ​ທະ​ນາ​ວຽກ​ງານ​ທ່ອງ​ທ່ຽວ ຕິດ​ພັນ​ກັບ​ການ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ບົ່ມ​ຊ້ອນ​ຂອງ​ນະ​ຄອນຫຼວງວຽງ​ຈັນ ແລະ ການ​ຜະ​ລິດ​ເປັນ​ສິນ​ຄ້າ ເພື່ອ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ.

ຄຽງ​ຄູ່​ກັນ​ນັ້ນ ກໍ​ໄດ້​ມີ​ການ​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ວິ​ຊາ​ສະ​ເພາະຢ່າງ​ກົງ​ໄປ​ກົງ​ມາ ແລະ ​ມີ​ລັກ​ສະ​ນະສ້າງ​ສັນ ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານຂອງ​ສອງ​ວາ​ລະ​ສານ ຄື: ວາ​ລະ​ສານ​ອະ​​ລຸນ​ໃໝ່ ​ຂອງພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ວາ​ລະ​ສານ​ນະ​ຄອນຫຼວງວຽງ​ຈັນ ເພື່ອແນ​ໃສ່​ສ້າງ​ຄວາມ​ຮັບ​ຮູ້-ເຂົ້າ​ໃຈ ໃນ​ການ​ພັດ​ທະ​ນາ​​ວຽກ​ງານ​ວາ​ລະ​ສານ​ໃຫ້​ມີ​ບາດ​ກ້າວ​ດີ​ຂຶ້ນກວ່າ​ເກົ່າ.

ນອກນັ້ນ ຍັງ​ໄດ້​ລົງເຄື່ອນ​ໄຫວ​ວຽກ​ງານ,  ແລກ​ປ່ຽນ​ບົດ​ຮຽນ​ ແລະ ຢ້ຽມຢາມພື້ນຖານການຜະລິດແຫຼ່ງທ່ອງທ່ຽວ ແລະ ຄອບຄົວຕົວແບບ ຢູ່ບັນ​ດາ​ເມືອງພາຍ​ໃນ​ນະ​ຄອນຫຼວງວຽງ​ຈັນ ເຊິ່ງ​ໄດ້​ຮັບ​ການ​ຕ້ອນ​ຮັບ​ທີ່​ອົບ​ອຸ່ນ​ຈາກ​ການ​ນຳ​ຂອງ​ເມືອງ ກໍ​ຄື​ການ​ນຳ​ຂອງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ.