ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ຈັດພິທີປະຖະກະຖາເລົ່າມູນເຊື້ອ 2 ວັນປະຫວັດສາດ

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ

ຈັດພິທີປະຖະກະຖາເລົ່າມູນເຊື້ອ 2 ວັນປະຫວັດສາດ

ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ (02 ທັນວາ 1975-02 ທັນວາ 2022) ແລະ ວັນຄ້າຍເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920-13 ທັນວາ 2022), ໃນຕອນບ່າຍ ຂອງວັນທີ 21 ທັນວາ 2022 ຢູ່ທີ່ຫ້ອງປະຊຸມ ຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປະຖະກະຖາເລົ່າຄືນມູນເຊຶ້ອປະຫວັດຄວາມເປັນມາຂອງ 2 ວັນປະຫວັດສາດສໍາຄັນດັ່ງກ່າວຂຶ້ນ ໂດຍໃຫ້ກຽດ ປະຖະກະຖາເລົ່າຄືນມູນເຊຶ້ອຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ:ຄະນະບໍດີ, ຄູ-ອາຈານ ແລະ ນັກສຶກສາ ຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ.

ໂອກາດນີ້, ທ່ານ ນາງ ວິລະວອນ ພັນທະວົງ, ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປັນກຽດປາຖະກະຖາເລົ່າຄືນມູນເຊຶ້ອໂດຍເລີ່ມຈາກຄວາມເປັນມາວັນຊາດທີ 2 ທັນວາ ເຊິ່ງໃນປີ 2022 ພໍດີຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດຂອງ ປະທານໄກສອນ ພົມວິຫານ ຄົບຮອບ 102 ປີເຊິ່ງມີເນື້ອໃນສໍາຄັນບາງຕອນວ່າ: ເມື່ອຫວນຄືນເຖິງວັນຊາດທີ 2 ທັນວາ ຫຼື ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ ຮອບ 47 ປີ ເປັນວັນທີ່ປວງຊົນລາວທັງຊາດມີຄວາມເອກອ້າງທະນົງໃຈ, ປື້ມປິຕິຍິນດີ ແລະ ດີອົກດີໃຈຫາອັນປຽບປານບໍ່ໄດ້; ກ່ອນປີ 1975 ປະເທດລາວ ກໍຄືອານາຈັກລາວລ້ານຊ້າງໃນເມື່ອກ່ອນ ອັນຮຸ່ງເຮືອງ ມີເນື້ອທີ່ກວ້າງໃຫຍ່ໄພສານ, ມີອະທິປະໄຕຢ່າງຄົບຖ້ວນບໍ່ນ້ອຍໜ້າກວ່າຊາດອື່ນ, ເປັນປະເທດໜຶ່ງໃນແຜນທີ່ໂລກທີ່ມີຊື່ສຽງ ແລະ ເປັນທີ່ຮັບຮູ້ໃນເວທີສາກົນ-ພາກພື້ນ, ແຕ່ພາຍຫຼັງອານາຈັກລາວລ້ານຊ້າງຕົກເປັນຫົວເມືອງຂຶ້ນຂອງສັກດີນາຕ່າງດ້າວ, ຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ເຮັດໃຫ້ປະເທດລາວເຮົາຊຸດໂຊມເສົ້າໝອງ, ບໍ່ໄດ້ຮັບການພັດທະນາ ແລະ ຖຶກມ້າງເພທໍາລາຍຢ່າງໜັກໜ່ວງທີ່ສຸດ, ປະຊາຊົນຖືກກົດຂີ່ຂູດຮີດ, ບັງຄັບອອກແຮງງານ, ຖືກຈໍາກັດສິດປະຊາທິປະໄຕ, ວັດຖຸບູຮານ, ເຄື່ອງຄໍ້າຂອງຄູນອັນມີຄ່າຂອງບັນພະບູລຸດປົກປັກຮັກສາໄວ້ ລວມທັງຊັບໃນດິນສິນໃນນໍ້າຖືກພວກສັດຕູຂຸດຄົ້ນ-ລັກເອົາໄປຢ່າງໜ້າສຸດເສຍດາຍ ແລະ ໜ້າເວດທະນາ; ແຕ່ດ້ວຍມູນເຊຶ້ອອາດຫານ ຂອງປະຊາຊົນພາຍໃນຊາດ, ນໍ້າໃຈຄຽດແຄ້ນບໍ່ຍອມຈໍານົນ ແລະ ຈິດໃຈຮັກເຊຶ້ອເພງຊາດ ຈຶ່ງໄດ້ສາມັກຄີກັນລຸກຮຶ້ຂຶ້ນຕໍ່ສູ້ ໂດຍສະເພາະຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຢູ່ແຕ່ລະພາກ, ແຕ່ລະເຂດຫຼາຍຄັ້ງເລື້ອຍມາ; ແຕ່ຍ້ອນຂາດການນໍາພາຂອງພັກ, ຂາດທິດສະດີປະຕິວັດ ຈຶ່ງເຮັດໃຫ້ການຕໍ່ສູ້ບໍ່ໄດ້ຮັບໄຊຊະນະ ແລະ ບໍ່ຢືນຍົງ, ພາຍຫຼັງຄະນະພັກແຄວ້ນລາວກໍາເນີດຂຶ້ນ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ, ການຕໍ່ສູ້ຈຶ່ງເກີດມີໜໍ່ແໜງເປັນຮູບປະທໍາ ແລະ ຄ່ອຍໆໄດ້ຮັບໄຊຊະນະໃນລະດັບພື້ນຖານ ກາຍເປັນເງື່ອນໄຂໃຫ້ກໍາເນີດສ້າງຕັ້ງພັກປະຊາຊົນລາວໃນວັນທີ 22 ມີນາ 1955 ໂດຍພາຍໃຕ້ການນໍາພາໂດຍກົງຂອງ ປະທານ ໄກສອນ ພົມວິຫານ ແລະ ອະດີດຜູ້ນໍາຮຸ່ນບຸກເບີກຂອງພັກ, ຂອງແນວລາວຮັກຊາດ, ເປັນຕົ້ນແມ່ນ ປະທານສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ ແລະ ຜູ້ອື່ນໆ, ຈາກນັ້ນ ໄດ້ນໍາພາເຕົ້າໂຮມກໍ່ສ້າງປັບປຸງຂະຫຍາຍພັກ, ການປະຕິວັດນັບວັນກວ້າງຂວາງ, ປະຊາຊົນ 3 ຊາດອິນດູຈີນ ແລະ ບັນດາປະເທດຮ່ວມອຸດົມການສັງຄົມນິຍົມ ທີ່ມີລັດທິມາກ-ເລນີນເປັນພື້ນຖານແນວຄິດ ແລະ ເປັນທິດສະດີປະຕິວັດຈົນກາຍເປັນກະແສຟອງປະຕິວັດທີ່ເຂັ້ມແຂງ; ເປີດກວ້າງວຽກງານແນວໂຮມເອກະພາບແຫ່ງຊາດ ສົມທົບແໜ້ນກໍາລັງມະຫາຊົນ, ເອົາການຕໍ່ສູ້ການ ເມືອງໄປຄູ່ກັບການທະຫານໜູບໜີບ ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ, ປະກາດລົບລ້າງລະບອບສັກດີນາທີ່ຫລ້າຫລັງພົ້ນສະໄໝ ແລະ ປະກາດສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ທັນວາ 1975.

ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ  ໄດ້ສຶບຕໍ່ປາຖະກະຖາວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານຄົບ ຮອບ 102 ປີ, ໂດຍຍົກໃຫ້ເຫັນຖິ່ນຖານກໍາເນີດ, ຊີວິດໃນໄວຮຽນ, ແຮງຈູງໃຈໃຫ້ທ່ານຕັດສິນໃຈເດີນຕາມເສັ້ນທາງປະຕິວັດປົດປ່ອຍປະເທດຊາດ, ບັນດາຜົນງານຄຸນງາມຄວາມດີ, ຄວາມເປັນແບບເປັນຢ່າງ, ຄວາມເສຍສະຫລະອັນສູງສູງ ແລະ ອຸທິດຕົນເພື່ອຊາດ ເພື່ອປະຊາຊົນ; ປະທານ ໄກສອນ ພົມວິຫານ ເປັນວິລະບູລຸດຂອງຊາດ, ຂອງການປະຕິວັດ, ເປັນຜູ້ນໍາພາສ້າງຕັ້ງພັກ, ນໍາພາການປະຕິວັດຊາດ, ນໍາພາຕໍ່ສູ້ປົດປ່ອຍປະເທດຊາດ, ເປັນຜູ້ນໍາທີ່ມີວິໄສທັດມອງກວ້າງເຫັນໄກ, ມີອຸດົມການອັນຖືກຕ້ອງ, ເປັນມິດທີ່ດີກັບເພື່ອນມິດສາກົນ, ນໍາພາປ່ຽນແປງໃໝ່ຮອບດ້ານມີຫລັກການຂອງພັກ, ນໍາພາການປະຕິວັດຢ່າງສຸດກົກສຸດປາຍ ແລະ ເປັນລູກຮັກຫຼານແພງຂອງປວງຊົນທັງຊາດ;    ທ່ານໄດ້ເນັ້ນໜັກ ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ຄູ-ອາຈານ ແລະ ນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຈົ່ງຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ ແລະ ຈົດຈໍາບຸນຄຸນຂອງປະທານໄກສອນ ພົມວິຫານ, ເຊີດຊູຄວາມເປັນແບບເປັນຢ່າງນໍາໜ້າໃຫ້ມະຫາຊົນ, ປະຊາຊົນບັນດາເຜົ່າຊາວເມືອງ, ເອົາໃຈໃສ່ຄົ້ນຄວ້າປະຫວັດ ກໍຄືຊີວິດ ແລະ ຜົນງານຂອງເພິ່ນໃຫ້ເລິກເຊິ່ງ ເພື່ອໝູນໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບຢ່າງມີຜົນສໍາເລັດ, ພ້ອມທັງປຸກລະດົມຜູ້ເຂົ້າຮ່ວມຮັບຟັງ ຢຶດໝັ້ນເດີນຕາມການຊີ້ນໍາ-ນໍາພາຂອງພັກ, ອອກແຮງຕັ້ງໜ້າປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນ, ຮັກປະຊາຊົນ, ຮັກບ້ານເກີດເມືອງນອນ ສູງສົ່ງ, ແຂ່ງຂັນກັນປັບປຸງປົວແປງຊີວິດ ຂອງຕົນໃຫ້ມີການພັດທະນາຢູ່ເລື້ອຍໆ.

(ພາບ+ຂ່າວ: ມີໄຊ)