ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

    

ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

ຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຫງວຽນ ຈ້ອງເຫງ້ຍ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ, ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກທາງການຢູ່ ສສ ຫວຽດນາມ ລະຫວ່າງວັນທີ 11-14 ທັນວາ 2022.

ຕອນເຊົ້າວັນທີ 12 ທັນວາ ຜ່ານມາ, ຢູ່ສູນປະຊຸມແຫ່ງຊາດຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ຫງວຽນ ຈ້ອງເຫງ້ຍ ແລະ ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ຮ່ວມກັນປຶກສາຫາລືສອງຝ່າຍ. ການເດີນທາງມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວໃນຄັ້ງນີ້ ແມ່ນຢູ່ໃນທ່າມກາງທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມກຳລັງຈັດຕັ້ງເຄື່ອນໄຫວຢ່າງຄຶກຄື້ນແທດຕົວຈິງ ໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022.

ໃນພິທີປຶກສາຫາລື, ສະຫາຍ ຫງວຽນ ຈ້ອງເຫງ້ຍ ໄດ້ສະເໜີລາຍງານ ແລະ ເນັ້ນໜັກສະພາບການຂອງໂລກ ແລະ ພາກພື້ນນັບມື້ຜັນແປຢ່າງສັບສົນ, ຫຼີກລ່ຽງໄດ້ຍາກ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍສູງ. ສອງພັກ, ສອງລັດ ຕ້ອງເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນກວ່າເກົ່າ, ໝູນໃຊ້ກາລະໂອກາດຮັບມືກັບສິ່ງທ້າທາຍ ເຮັດໃຫ້ສອງປະເທດພວກເຮົາພັດທະນາຢ່າງແຂງແຮງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ. ການນໍາສອງຝ່າຍ ໄດ້ລາຍງານໃຫ້ກັນຊາບ ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ. ທັງສອງຝ່າຍໄດ້ເຫັນດີເປັນເອກະພາບເອົາໃຈໃສ່ວຽກງານກໍ່ສ້າງພັກ, ລວມທັງວຽກງານການເມືອງ, ແນວຄິດ ແລະ ຄຸນສົມບັດ, ວຽກງານພັກ-ພະນັກງານ, ສຸມໃສ່ສຶກສາອົບຮົມການເມືອງແນວຄິດ, ຕ້ານການເຊື່ອມເສຍສະພາບແນວຄິດ ຄຸນສົມບັດ, ການດໍາລົງຊີວິດ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້; ສອງຝ່າຍຕ້ອງເພີ່ມທະວີແລກປ່ຽນ, ແບ່ງປັນບົດຮຽນ, ຂໍ້ມູນຂ່າວສານ, ເອກະສານໂຄສະນາໃຫ້ແກ່ສາຍພົວພັນຮ່ວມມືສອງປະເທດດ້ວຍຫຼາຍຮູບການ. ເພີ່ມທະວີການຮ່ວມມືດ້ານວຽກງານຝຶກອົບຮົມ, ບໍາລຸງສ້າງໃຫ້ແກ່ຖັນແຖວພະນັກງານໂຄສະນາອົບຮົມຂອງລາວດ້ວຍບັນດາເນື້ອໃນປ່ຽນແປງໃໝ່ ຢ່າງປະດິດສ້າງ ຕອບສະໜອງຄວາມຕ້ອງການຂອງສະພາບການໃໝ່. ສ້າງເງື່ອນໄຂໃຫ້ແກ່ບັນດາກົມກອງແລກປ່ຽນໂດຍກົງກ່ຽວກັບວຽກງານວິຊາສະເພາະດ້ວຍຫຼາຍຮູບການໂຄສະນາແຕກຕ່າງກັນ. ສືບຕໍ່ຜະລິດປື້ມປະຫວັດສາດສາຍພົວພັນລາວ-ຫວຽດນາມ ເພື່ອກ້າວໄປສູ່ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນປີ 2027.

ໃນພິທີພົບປະ ທັງສອງຝ່າຍ ຍັງໄດ້ລາຍງານໃຫ້ກັນຊາບຕື່ມອີກກ່ຽວກັບ ຜົນສໍາເລັດທີ່ສອງຄະນະໂຄສະນາບັນລຸໄດ້ໃນປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ແລະ ສືບຕໍ່ຢັ້ງຢືນບົດບາດເປັນໃຈກາງຂອງຄະນະໂຄສະນາອົບຮົມທັງສອງຝ່າຍໃນວຽກນໍາພາ-ຊີ້ນໍາ ໂຄສະນາບັນດາການເຄື່ອນໄຫວປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ 2022. ການຫັນເປັນອັນລະອຽດຂໍ້ຕົກລົງການຮ່ວມມືລະຫວ່າງ ຄະນະໂຄສະນາອົບຮົມຂອງລາວ ແລະ ຄະນະໂຄສະນາສຶກສາຫວຽດນາມ ໄລຍະປີ 2022-2026 ໂດຍເນັ້ນໜັກບົດບາດຂອງສອງຄະນະໂຄສະນາ ໃນວຽກງານໂຄສະນາ, ການເປັນເສນາທິການຍຸດທະສາດ, ການປົກປ້ອງພື້ນຖານແນວຄິດຂອງພັກ, ການແລກປ່ຽນຂໍ້ມູນຂ່າວສານ, ຢ່າງເປັນປົກກະຕິ ກ່ຽວກັບການຜັນຂະຫຍາຍວຽກງານໂຄສະນາສາຍພົວພັນສອງປະເທດ ແລະ ຢືນຢັນການຮ່ວມມືສະໜິດແໜ້ນ ແລະ ປ່ຽນບົດຮຽນນໍາກັນເຊິ່ງແມ່ນສິ່ງຈໍາເປັນທີ່ສຸດໃນສະພາບການໃໝ່.

ໃນມື້ດຽວກັນ, ພາຍຫຼັງສິ້ນສຸດການພົບປະ ແລະ ເຮັດວຽກກັບຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມແລ້ວ ຄະນະຜູ້ແທນຂັ້ນສູງຂອງຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສື່ສິ່ງພິມ, ສື່ເອເລັກໂຕຼນິກຂອງພັກ ແລະ ເຂົ້າຮ່ວມພິທີມອບລາງວັນ “ການຊອກຮູ້ປະຫວັດສາດການພົວພັນຫວຽດນາມ-ລາວ”. ທີ່ທາງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມເປັນໃຈກາງຈັດຕັ້ງຂຶ້ນ.