ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ເຂົ້າພົບປະຂ່ຳນັບເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ

ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ເຂົ້າພົບປະຂ່ຳນັບເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຈ້ອງ ເຫງຍ ເລຂາທິການສູນກາງພັກກອມມູນິດຫວຽດນາມ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໃນວັນທີ 09 ທັນວາ ນີ້ ທີ່ຫ້ອງວ່າການສູນກາງພັກ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມ ເຊີຍ ແລະ ຕີລາຄາສູງຕໍ່ ສະ ຫາຍ ຫງວຽນ ຈ້ອງ ເຫງຍ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການສະເຫຼີມມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ, ທັງເປັນການຮັດແໜ້ນຄວາມສາມັກຄີແບບພິເສດ ແລະ ສາຍພົວພັນຮ່ວມມືໃນທຸກຂົງເຂດວຽກງານ ໂດຍສະເພາະການຮ່ວມມືໃນຂົງເຂດວຽກງານການເມືອງ-ແນວຄິດ ກໍຄືສະພາທິດສະດີສູນກາງພັກ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ແລກປ່ຽນບົດຮຽນທິດສະດີຂອງສອງພັກສອງລັດ, ໃຫ້ການຊ່ວຍເຫຼືອ​ຊຶ່ງກັນ ແລະ ກັນຕະຫຼອດໄປ, ພ້ອມນັ້ນ ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ພັກຕໍ່ລັດຖະບານ ກໍຄືປະຊາຊົນຫວຽດນາມ ທີ່ຍາມໃດກໍໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ມາໂດຍຕະຫຼອດ, ພ້ອມທັງສະແດງຄວາມຫວັງວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານແລ້ວນັ້ນ ຈະໄດ້ຮັບການພັດທະນາ ແລະ ສືບຕໍ່ພັດທະນາຂຶ້ນໄປຢ່າງ​ບໍ່​ຢຸດ​ຢັ້ງ.ໃນ​ໂອກາດ​ດຽວ​ກັນ, ສະຫາຍ ຫງວຽນ ຈ້ອງ ເຫງຍກໍໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງ​ໃຫ້​ຊາບ ​ເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ​ຢູ່ ສປປ ລາວ ​ໃຫ້ ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຊາບ.