ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ເຄື່ອນໄຫວວຽກງານແນວຄິດ-ຫາງສຽງສັງຄົມຢູ່ຫຼວງນໍ້າທາ

ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ

ເຄື່ອນໄຫວວຽກງານແນວຄິດ-ຫາງສຽງສັງຄົມຢູ່ຫຼວງນໍ້າທາ

          ພາຍຫຼັງສໍາເລັດວຽກງານຢູ່ແຂວງບໍ່ແກ້ວ, ໃນຕອນເຊົ້າຂອງວັນທີ 30 ພະຈິກ 2022 ຢູ່ທີ່ຫ້ອງຮັບແຂວງຫ້ອງວ່າການແຂວງຫຼວງນໍ້າທາ ທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ຫົວໜ້າຄະນະຈັດຕັ້ງແຂວງຫຼວງນໍ້າທາ ໄດ້ຕ້ອນຮັບການມາຢ້ຽມຢາມ ພົບປະ ຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ພ້ອມພ້ອມຄະນະ ແລະ ທ່ານ ສິງແກ້ວ ແສນປັນຍາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.

ຈຸດປະສົງຂອງການມາຢ້ຽມຢາມ ພົບປະໃນຄັ້ງນີ້ ກໍເພື່ອເປັນການແນະນໍາຕົວເອງ ພາຍຫຼັງມາຮັບໜ້າທີ່ໃໝ່  ຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ພ້ອມທັງໄດ້ລາຍງານສະພາບການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ແລະ ໂຄງປະກອບການຈັດຕັ້ງ ຂອງຄະນະໂຄສະນາອົບຮົມສູນກາງໂດຍຫຍໍ້ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຄະນະໂຄສະນາອົບຮົມແຂວງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດດໍາລັດ ເລກ 206/ກມສພ, ລົງວັນທີ 7 ທັນວາ 2020 ວ່າດ້ວຍ ການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ເພື່ອຂໍທິດຊີ້ນໍາ ຈາກຄະນະນໍາ ຂອງແຂວງຫຼວງນໍ້າທາໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ.

ໃນໂອກາດທີ່ທາງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ພ້ອມດ້ວຍຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາ, ທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ຫົວໜ້າຄະນະຈັດຕັ້ງແຂວງຫຼວງນໍ້າທາ ກໍໄດ້ລາຍງານສະພາບການການຈັດຕັ້ງປະຕິບັດຢູ່ພາຍໃນແຂວງຫຼວງນໍ້າທາໂດຍຫຍໍ້ ໂດຍສະເພາະວຽກງານ ການເມືອງ-ແນວຄິດ, ວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃນໄລຍະຜ່ານມາ ກໍຄືປັດຈຸບັນ.

ຈາກນັ້ນ, ໃນຕອນບ່າຍຂອງວັນດຽວກັນ ກໍໄດ້ມີກອງປະຊຸມຮັບສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ຫົວໜ້າຄະນະຈັດຕັ້ງແຂວງຫຼວງນໍ້າທາ ເຊິ່ງທ່ານ ບຸນມາ ພັນດາວົງ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໄດ້ຜ່ານບົດລາຍງານສະພາບວຽກງານແນວຄິດ-ຫາງສຽງສັງຄົມຄະນະພັກ- ຄະນະນໍາ ຂອງຂອງແຕ່ລະຂັ້ນ ໄດ້ເອົາໃຈໃສສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ, ພະນັກງານ-ສະມາຊິກພັກເປັນປົກກະຕິ, ເອົາໃຈໃສ່ນໍາເອົາແນວທາງ ແຜນນະໂຍບາຍ, ລະບຽບ ກົດໝາຍ ໄປຜັນຂະຫຍາຍຈັດຕັ້ງເຊື່ອມຊຶມໃຫ້ທຸກຊັ້ນຄົນໃນສັງຄົມໄດ້ຮັບຮູ້-ເຂົ້າໃຈ ເພື່ອເປັນບ່ອນອີງ ໃນການນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງ ແທດເໝາະກັບສະພາບຄວາມເປັນຈິງ.

ໃນໄລຍະຜ່ານມາ, ຄະນະໂຄສະນາອົບຮົມແຂວງ ກໍໄດ້ເອົາໃຈໃສ່ ໃນການລົງໂຄສະນາຂົນຂວາຍ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຕ່ລະເມືອງ ເຫັນວ່າໄລຍະຜ່ານມາແມ່ນເຮັດໄດ້ດີ, ຄະນະພັກ-ຄະນະນໍາ ຂອງແຂວງຫຼວງນໍ້າທາ ກໍໄດ້ເອົາໃຈໃສ່ການແກ້ໄຂບັນຫາຫາງສຽງທີ່ເປັນປະກົດການຫຍໍ້ທໍ້ ຢູ່ໃນສັງຄົມ ເປັນຕົ້ນແມ່ນ: ການແກ້ໄຂບັນຫາຢາເສບຕິດ, ການຂີ້ລັກງັດແງະ, ການມົ້ວສຸມສິ່ງເສບຕິດຢູ່ຮ້ານບັນເທິງ, ການຄຸ້ມຄອງແຮງງານ ທີ່ເຂົ້າ-ອອກຜິດກົດໝາຍ ໂດຍສະເພາະ ຊວງໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ການຄ້າຂາຍເຖື່ອນລົບໜີພາສີ, ລົດເຖື່ອນ, ນໍ້າມັນເຖື່ອນ ເຫັນວ່າແກ້ໄຂໄດ້ຫຼາຍພໍສົມຄວນ. ການແກ້ໄຂບັນຫາຫ່າງສຽງຕໍ່ການພັດທະນະໂຄງລ່າງພື້ນຖານ ໂດຍສະເພາະເຂດເສດຖະກິດ ບໍ່ຫານ-ບໍ່ເຕັນ, ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ກໍໄດ້ເອົາໃຈໃສ່ ໂຄສະນາ ອະທິບາຍໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ແຜນນະໂຍບາຍ ແລະ ຄວາມຈໍາເປັນຂອງພັກ-ລັດ; ແກ້ໄຂບັນຫາຫ່າງສຽງຄວາມບໍ່ໂປງໃສຂອງເຈົ້າໜ້າທີ່ຈໍານວນໜຶ່ງ, ບັນຫາຄ່າຄອງຊີບແພງ, ອັດຕາເງິນເຟີ້, ການຫຼີ້ນກິນຟຸມເຟືອຍ ແລະ ບັນຫາການແກ້ໄຂທີ່ດິນ, ຊົດເຊີຍທີ່ດິນຄືນ ແລະ ປະຊາຊົນທີ່ຖືກໂຄງການຕ່າງໆຂອງລັດ ເຊິ່ງທັງໝົດທີ່ກ່າວມານັ້ນລ້ວນແລ້ວແຕ່ເປັນວຽກງານແນວຄິດ ແລະ ຫ່າງສຽງສັງຄົມ ທີ່ພວກເຮົາຄະນະພັກ ຄະນະນໍາທຸກຂັ້ນຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວ ໃຫ້ໝົດໄປເທື່ອລະກ້າວ.

ໃນຕອນທ້າຍ ຂອງວາລະກອງປະຊຸມ, ເພື່ອສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບ ວຽກງານການເມືອງ-ແນວຄິດ ກໍຄືວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ເຮັດໃຫ້ທົ່ວສັງຄົມມີຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອໝັ້ນຢ່າງໜັກແໜ້ນຕໍ່ອຸດົມການສັງຄົມນິຍົມ ກໍຄືແນວທາງປ່ຽນແປງໃໝ່ ສະຫາຍ ນາງ ວິລະວອນ ພັນທະວົງ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາບາງບັນຫາ ຕໍ່ກອງປະຊຸມດັ່ງກ່າວ.

(ພາບ-ຂ່າວ: ມີໄຊ)