ຮອງຫົວໜ້າຄະນະໂຄສະນາອົບຮົມ,ບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າອວຍພອນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ຮອງຫົວໜ້າຄະນະໂຄສະນາອົບຮົມ,ບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າອວຍພອນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

       ໃນຕອນບ່າຍຂອງວັນທີ 28 ທັນວາ 2022, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຕາງໜ້າບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນ ພາຍໃນ ຄອສພ ເຂົ້າອວຍພອນ ທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ.

            ໃນໂອກາດດັ່ງກ່າວ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕາງໜ້າໃຫ້ຄະນະນຳ ຄອສພ, ບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນ ຄອສພ   ກ່າວຄໍາອວຍພອນເນື່ອງໃນໂອກາດ ປີໃໝ່ສາກົນ 2023 ທີ່ຈະມາເຖິງນີ້.

   ໃນໂອກາດດຽວກັນນີ້, ທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງສູງຕໍ່ ຄະນະນຳ ຄອສພ, ບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນ ຄອສພ ທີ່ເປັນຫົວຈັກຂັບເຄື່ອນວຽກງານໂຄສະນາອົບຮົມຕະຫຼອດໄລຍະໜື່ງປີຜ່່ານມາຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ພ້ອມນັ້ນທ່ານຍັງໄດ້ໃຫ້ທິດຊີ້ນຳການເຄື່ອນໄຫວປະຕິບັດໜ້າທີ່ວຽກງານອັນໜັກໜ່ວງໃນປີ 2023 ເພື່ອສືບຕໍ່ພັດທະນາ ແລະ ນຳໃຊ້ທ່າແຮງພາຍໃນກົມຕົນເອງໃຫ້ກາຍເປັນກໍາລັງແຮງທີ່ມີຄຸນນະພາບ ພ້ອມກັນບຸກບືນສູ້ຊົນເປັນເຈົ້າການສ້າງການຫັນປ່ຽນວຽກງານໂຄສະນາອົບຮົມໄປສູ່ຄຸນະພາບໃໝ່.