ພິທີພົບປະລະຫວ່າງ ຄະນະນຳຄະນະໂຄສະນາອົບຮົມສູນກາງພັກ ກັບ ນັກສຶກສາປະລິນຍາຕີ ສາຂາວິຊາໂຄສະນາອົບຮົມ.

ພິທີພົບປະລະຫວ່າງ ຄະນະນຳຄະນະໂຄສະນາອົບຮົມສູນກາງພັກ ກັບ ນັກສຶກສາປະລິນຍາຕີ ສາຂາວິຊາໂຄສະນາອົບຮົມ.

ໃນຕອນເຊົ້າວັນທີ 15 ທັນວາ 2022 ຜ່ານມາ ນັກສຶກສາປະລິນຍາຕີ ສາຂາໂຄສະນາອົບຮົມ ໄດ້ມາລົງພາກປະຕິບັດຕົວຈິງ ພາກວິຊາຂໍ້ມູນຂ່າວສານ ຢູ່ກົມຂໍ້ມູນຂ່າວສານ ຫຼັງຈາກທີ່ໄດ້ຮຽນທິດສະດີສໍາເລັດແລ້ວ ພິທີພົບປະປະລະຫວ່າງ ຄະນະນຳຄະນະໂຄສະນາອົບຮົມສູນກາງພັກ ກັບ ນັກສຶກສາປະລິນຍາຕີ ສາຂາວິຊາໂຄສະນາອົບຮົມໄດ້ຈັດຂຶ້ນ ຢູ່ທີ່ຫ້ອງປະຊຸມ ຊັ້ນ 5 ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານແລະມີຄໍາເຫັນໂອ້ລົມໂດຍ  ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ສະຫາຍ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ, ຮອງກົມ, ຄູອາຈານພາຍໃນ ຄອສພ ແລະ ທ່າງອນ ແລະ ນັກສຶກສາເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນພິທີຕາງໜ້ານັກສຶກສາ ໄດ້ຂຶ້ນລາຍງານສະພາບການຮຽນໃນໄລຍະຜ່ານມາ ເຊິ່ງໄດ້ສະເໜິລາຍງານດ້ານດີ – ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການຄົ້ນຄ້ວາຮໍ່າຮຽນ  ແລະ ທິດທາງແກ້ໄຂໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ໄດ້ມີຄຳເຫັນໂອ້ລົມຕໍ່ກັບນັກສຶກສາ ໂດຍໄດ້ເນັ້ນໜັກໃຫ້ນັກສຶກສາຈົ່ງເອົາໃຈໃສ່ໃນຄົ້ນຄວ້າຮ່ຳຮຽນ ທິດສະດີມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ, ມີທັດສະນະຫຼັກໝັ້ນອັນໝັກແໜ້ນ, ສືບຕໍ່ຜັນຂະຫຍາຍສີ່ງທີ່ໄດ້ຮຽນຮູ້ເພື່ອໄປນຳໃຊ້ເຂົ້າໃນການປະຕິບັດວຽກງານຂອງຕົນຢູ່ທ້ອງຖິ່ນ ແລະ ເນັ້ນໜັກໃຫ້ພະນັກງານທີ່ເຮັດວຽກການເມືອງ-ແນວຄິດ ຈົ່ງເພີ່ມທະວີການຮ່ວມມືພາຍໃນ 6 ອົງການຈັດຕັ້ງພັກໃຫ້ແໜ້ນແຟ້ນ ແລະ ສືບຕໍ່ນໍາພາປະຊາຊົນ ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຂອງພັກ.