ຝຶກອົບຮົມແນວທາງປະຕິບັດສຳລັບຊຸມຊົນ(ຜູ້ໃຊ້ງານຕິກຕ໋ອກ) Tik tok Community Guidelines Training

ຝຶກອົບຮົມແນວທາງປະຕິບັດສຳລັບຊຸມຊົນ(ຜູ້ໃຊ້ງານຕິກຕ໋ອກ) Tik tok Community Guidelines Training

     ວັນທີ 19 ມັງກອນ  2023 ວິຊາການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ​ໄດ້ເຂົ້າຮ່ວມຝຶກອົບຮົມແນວທາງປະຕິບັດ ສຳລັບຊຸມຊົນ ( ຜູ້ໃຊ້ງານຕິກຕ໋ອກ ) Tik Tok Community Guidelines Training ຢູ່ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າຮ່ວມເປັນປະທານຮ່ວມໂດຍ ທ່ານ ນ. ພິສິດໄພ ກອກມີລາ ຫົວໜ້າພະແນກປ້ອງກັນໄພທາງໄຊເບີ, ທ່ານ ນ. ຄິວຄິວທຽນ Kyu Kyu Thein ຜູ້ບໍລິຫານງານຕິກຕ໋ອກ ນະໂຍບາຍສາທາລະນະຂັ້ນສາກົນ ຢູ່ສິງກະໂປ ຮັບຜິດຊອບລາວ, ກຳປູເຈຍ ແລະ ມຽນມາ ເຂົ້າຮ່ວມມີ: ຄະນະພະແນກ, ບັນດາວິຊາການ ຈາກກະຊວງອົງການອ້ອມຂ້າງສູນກາງ.

     ຈຸດປະສົງການ​ຝຶກ​ອົບ​ຮົມຄັ້ງ​ນີ້ ເພື່ອສ້າງຄວາມຮັບ​ຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການຮັກສາຄວາມປອດໄພໃນການໃຊ້ງານ TikTok ໂດຍສະເພາະ ແມ່ນການຮັກສາຄວາມປອດໄພ ແລະ ສ້າງສັນ ໃນການນຳໃຊ້ຕິກຕ໋ອກ, ຄູ່ມືການໃຊ້ງານ, ແຫຼ່ງຊ່ວຍເຫຼືອຄວາມປອດໄພໃນແອັບ, ຄຳແນະນຳ ດ້ານຄວາມປອດໄພ ໃນສູນຄວາມປອດໄພອອນລາຍຂອງຕິກຕ໋ອກ, ການລາຍງານເນື້ອຫາ, ການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ແລະ ອົງກອນທີ່ບໍ່ຂຶ້ນກັບລັດຖະບານ. ນອກຈາກນັ້ນ ຍັງໄດ້ມີການຕັ້ງຄຳຖາມເຈະຈີ້ມຖາມ-ຕອບ ແລະ ແລກປ່ຽນຄຳຄິດເຫັນເຊິ່ງກັນແລະກັນ ເພື່ອເຮັດໃຫ້ການນຳໃຊ້ແອັບດັ່ງກ່າວໃນຕໍ່ໜ້າ ໃຫ້ກາຍເປັນແອັບທີ່ເຕັມໄປດ້ວຍແຫຼ່ງຂໍ້ມູນຂ່າວສານ, ແຫຼ່ງຄວາມຮູ້, ແຫຼ່ງສື່ທີ່ມີຄຸນນະພາບ, ເຂົ້າເຖິງການຊື້-ຂາຍສິນຄ້າຕ່າງໆ ແລະ ສາມາດສ້າງລາຍຮັບໄດ້.