ຫົວໜ້າ ຄອສພ ລົງເຄື່ອນໄຫວວຽກງານຢູ່ 4 ແຂວງພາກໃຕ້

ຫົວໜ້າ ຄອສພ ລົງເຄື່ອນໄຫວວຽກງານຢູ່ 4 ແຂວງພາກໃຕ້

ໃນລະຫວ່າງວັນທີ 11-14 ມັງກອນ 2023 ຜ່ານມານີ້ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ 4 ແຂວງພາກໃຕ້ (ອັດຕະປື, ເຊກອງ, ສາລະວັນ ແລະ ຈຳປາສັກ).

ໂອກາດທີ່ລົງເຮັດວຽກຢູ່ 4 ແຂວງພາກໃຕ້ ຫົວໜ້າ ຄອສພ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເວົ້າລວມ ເວົ້າສະເພາະກໍ່ແມ່ນສະພາບການລວມຂອງແຕ່ລະແຂວງ ແລະ ສະພາບການເຄື່ອນໄຫວປະຕິບັດວຽກງານໂຄສະນາອົບຮົມແຂວງ ແລະ ຂອງເມືອງ ໃນໄລຍະ 1 ປີຜ່ານມາ, ການປັບປຸງກົງຈັກການຈັດຕັ້ງຢູ່ບັນດາແຂວງ ແລະ ເມືອງຕາມການຊີ້ນໍາຂອງ ຄອສພ. ນອກນີ້, ການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ໃນຖານະເປັນເສນາທິການໃຫ້ຄະນະພັກແຕ່ລະຂັ້ນ ໂດຍສະເພາະແມ່ນ ການຈັດຕັ້ງເຊື່ອມຊຶມເອກະສານທີ່ສຳຄັນຂອງພັກ-ລັດໃຫ້ແກ່ອົງຄະນະພັກເມືອງ, ຄະນະພັກຮາກຖານ, ໜ່ວຍພັກເອກະລາດອ້ອມຂ້າງແຂວງ ແລະ ເປົ້າໝາຍຕ່າງໆ; ນັບທັງການໂຄສະນາຜ່ານສື່ສິ່ງພິມ ແລະ ຜ່ານສື່ເອເລັກໂຕຣນິກ ຢ່າງເປັນປົກກະຕິ. ນອກຈາກນີ້ຍັງໄດ້ຍົກໃຫ້ເຫັນເຖິງສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ຂໍ້ຫຍຸ້ງຍາກຂອງການເຄື່ອນໄຫວປະຕິບັດວຽກງານຂອງແຕ່ລະແຂວງ ແລະ ແຕ່ລະເມືອງ.

ໂອກາດນີ້, ສະຫາຍ ຫົວໜ້າ ຄອສພ ໃຫ້ທິດຊີ້ນຳຕ່ໍການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມບັນດາແຂວງ ແລະ ຄະນະໂຄສະນາອົບຮົມແຕ່ລະເມືອງເປັນຕົ້ນແມ່ນການປັບປຸງກົງຈັກການຈັດຕັ້ງ, ການຊັບຊ້ອນບຸກຄະລະກອນ ແລະ ອຶ່ນໆ ຕາມການຊີ້ນຳຂອງ ຄອສພ ແນ່ໃສ່ເພື່ອຫັນປ່ຽນວຽກງານໂຄສະນາໄປສູ່ຄຸນນະພາບໃໝ່.

ໃນສະພາບການທີ່ໂລກກຳລັງຫັນປ່ຽນໄປສູ່ຍຸກອຸດສາຫະກຳ 4,0 ນີ້ວຽກງານໂຄສະນາພວກເຮົາຈະຕ້ອງໄດ້ເອົາໃຈໃສ່ບາງບັນຫາດັ່ງລຸ່ມນີ້:

1). ຍົກລະດັບຄວາມຮູ້ຄວາມສາດມາດຂອງພະນັກງານທຸກຂັ້ນ ນັບທັງດ້ານທິດສະດີ-ການເມືອງ, ນັບທັງລະດັບວິຊາສະເພາະ ໃຫ້ນັບມື້ນັບສູງຂຶ້ນເລື້ອຍໆ, ເຊື່ອມຊຶມກຳແໜ້ນບັນດາມະຕິ, ຄໍາສັ່ງ ເອກະສານຕ່າງໆ ທີ່ສໍາຄັນຂອງພັກ, ຂອງລັດຖະບານ ກໍຄືຂອງແຂວງ ແລະ ຂອງເມືອງ ເພື່ອສາມາດໂຄສະນາສຶກສາອົບຮົມເປົ້າໝາຍຕ່າງໆໃຫ້ມີຄວາມເຊື່ອໝັ້ນພັກ-ລັດ ແລະ ເດີນຕາມການນຳພາຂອງພັກ.

2). ຄະນະພັກ-ຄະນະນໍາແຕ່ລະຂັ້ນຕ້ອງໃຫ້ຄວາມສໍາຄັນ ຕໍ່ວຽກງານໂຄສະນາອົບຮົມ ໂດຍສະເພາະການປະກອບພະນັກງານຫຼັກແຫຼ່ງ ທີ່ມີຄວາມຮູ້ຄວາມສາມາດ ພ້ອມທັງປະກອບອຸປະກອນ, ພາຫະນະ ເພື່ອໝູນໃຊ້ໃນການໂຄສະນາໃຫ້ດີຂຶ້ນກວ່າເກົ່າ. ນອກນີ້, ດ້ານສະຖານທີ່ເຮັດວຽກ ກໍຕ້ອງມີຄວາມສະດວກສະບາຍ.

3). ເພີ່ມທະວີການເຄື່ອນໄຫວວຽກງານໂຄສະນາອົບຮົມຢ່າງແຂງແຮງຕໍ່ເນື່ອງລຽນຕິດ ແລະ ຟົດຟື້ນ ເພື່ອໃຫ້ປະຊາຊົນ ກໍຄືພາກສ່ວນອື່ນໆໄດ້ຮັບຮູ້ ຊຶ່ງກ່ອນອື່ນຕ້ອງຄົ້ນຄວ້າຫັນເອົາພາຫະນະສື່ມວນຊົນທີ່ມີຢູ່ແຂວງ ມາຂຶ້ນກັບການຄຸ້ມຄອງໂດຍກົງເພື່ອສາມາດເຄື່ອນໄຫວປະຕິບັດໜ້າທີ່ໄດ້ຢ່າງວ່ອງໄວທັງມີເນື້ອໃນໂຄສະນາສຶກສາອົບຮົມ ມີຄຸນນະພາບດີຂຶ້ນ ລວມທັງ ກົນໄກການປະສານງານ ລະຫວ່າງ ສູນກາງ-ແຂວງ-ເມືອງ ໃຫ້ມີການໂລ່ງລຽນກັນ.

4). ຕ້ອງຍົກສູງຄວາມເປັນແບບຢ່າງນໍາໜ້າ ເວົ້າກັບເຮັດຕ້ອງໄປຄຽງຄູ່ກັນ ບໍ່ໂຄສະນາແບບເກີນຄວາມເປັນຈິງ, ການໂຄສະນາສຶກສາອົບຮົມຕ້ອງແທດຕົວຈິງ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນທຸກຊັ້ນຄົນ ແລະ ພາກສ່ວນອື່ນໆ.