ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຈັດຊຸດຝຶກອົບຮົມລະບົບໂປຣແກຣມລົງທະບຽນອອນລາຍ.


ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຈັດຊຸດຝຶກອົບຮົມລະບົບໂປຣແກຣມລົງທະບຽນອອນລາຍ.
ໃນຕອນເຊົ້າຂອງວັນທີ 23 ມີນາ 2023, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ເປີດຊຸດຝຶກອົບຮົມລະບົບໂປຮແກຣມລົງທະບຽນອອນລາຍດ້ວຍມືຖື ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ ຫ້ອງອິນເຕີເນັດ ຊັ້ນ 3 ຂອງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ໃຫ້ກຽດກ່າວເປີດຊຸດຝຶກອົບຮົມໂດຍທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ເຂົ້າຮ່ວມມີ: ຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ສະຫາຍ.

ໃນພິທີ ທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ໃຫ້ກຽດຂຶ້ນກ່າວຈຸດປະສົງໃນການເປີດຊຸດຝຶກອົບຮົມລະ ບົບໂປຮແກຣມລົງທະບຽນອອນລາຍຄັ້ງນີ້ແມ່ນ ເພືື່ອແນ່ໃສ່ປັບປຸງພັດທະນາວຽກງານ, ບໍາລຸງຍົກລະດັບຄວາມຮູ້ ຄວາມສາມາດ, ສ້າງຄວາມຊໍານານ ໃຫ້ແກ່ພະນັກງານ-ລັດຖະກອນຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການນໍາໃຊ້ລະບົບໂປຮແກຣມລົງທະບຽນອອນລາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີຄວາມສະດວກ ວ່ອງໄວ ແລະ ທັນກັບສະພາບແທດເໝາະກັບໜ້າທີ່ວຽກງານໃນໄລຍະໃໝ່. ບັນດາບົດຮຽນດັ່ງກ່າວນັ້ນ ລ້ວນແລ້ວແຕ່ເປັນຄວາມຮູ້ອັນສໍາຄັນທີ່ນັກຝຶກອົບຮົມທັງໝົດ ຈະນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ ໃຫ້ມີຄວາມວ່ອງໄວ-ທັນສະ ໄໝ ສະນັ້ນ ເພື່ອເຮັດໃຫ້ນັກຝຶກອົບຮົມໄດ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ແທດເໝາະກັບສະພາບຕົວຈິງ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ຮໍ່າຮຽນເອົາຄວາມຮູ້ ກໍາໄດ້ວິທີການດ້ານເຕັກນິກ ແລະ ຂັ້ນຕອນການນໍາໃຊ້ , ຊ່ວຍກັນປະກອບຄໍາຄິດຄໍາເຫັນ, ພ້ອມກັນຄົ້ນຄວ້າສົນທະນາແລກປ່ຽນນໍາບັນດາອາຈານ ແລະ ເພື່ອນຝຶກອົບຮົມດ້ວຍຍກັນເພື່ອຍາດແຍ່ງຄວາມຮູ້ດັ່ງກ່າວນໍາມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງສຸດ.