ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ການພັດທະນາບຸກຄະລາກອນດ້ານຄວາມປອດໄພທາງໄຊເບີ ທີ່ສູນອິນເຕີເນັດແຫ່ງຊາດ.

ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ການພັດທະນາບຸກຄະລາກອນດ້ານຄວາມປອດໄພທາງໄຊເບີ ທີ່ສູນອິນເຕີເນັດແຫ່ງຊາດ. 

     ໃນວັນທີ 22-28 ກຸມພາ 2023 ທີ່ຜ່ານມາ ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈຳນວນ 4 ທ່ານ ໄດ້ເຂົ້າຮ່ວມຝຶກອົບຮົມຢູ່ທີສູນອິນເຕີເນັດແຫ່ງຊາດ ຕາມໜັງສືເຊີນຂອງ ຫ້ອງການ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຝຶກອົບຮົມ ການພັດທະນາບຸກກຄະລາກອນດ້ານຄວາມປອດໄພໄຊເບີ.

               ການຝຶກອົບຮົມແມ່ນໄດ້ແບ່ງອອກເປັນ 2ໄລຍະ ຄື: ໄລຍະທີ I ແຕ່ວັນທີ 22-24 ກຸມພາ ແລະ ໄລຍະທີ II 27-28 ກຸມພາ 2023 ໃນຫົວຂໍ້: Ransomware Live fire Guided Exercise-Incident Response Training Course ໂດຍແມ່ນຄະນະຊ່ຽວຊານຈາກ Restrospect Labs ເປັນຜູ້ສິດສອນ.

                ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ  ເພື່ອເຮັດໃຫ້ນັກຝຶກອົບຮົມໄດ້ເຂົ້າໃຈເຖິງຮູບການ, ວິທີການໂຈມຕີທາງໄຊເບີ ແລະ  ການກວດສອບ, ການແກ້ໄຂ, ການວາງແຜນຮັບມືແຕ່ລະໄລຍະ. ບົດຮຽນໃນການຝຶກອົບຮົມຄັ້ງນີ້ກໍເພື່ອແນ່ໃສ່ໃຫ້ນັກຝຶກອົບຮົມນຳເອົາໄປຖອດຖອນ ແລະ ກຽມຄວາມພ້ອມ ເພື່ອຮັບມືກັບໄພຄຸກຄາມທາງໄຊເບີ ທີ່ອາດຈະເກີດຂື້ນກັບອົງກອນຂອງຕົນ, ເຊີ່ງຄະນະຊ່ຽວຊານໄດ້ຈັດ ຮູບແບບການຝຶກອົບຮົມ ດ້ວຍການຈຳລອງ ສະຖານະການຕົວຈິງ ແລະ ບັນຫາຕົວຈິງ ທີ່ມີການໂຈມຕີຂອງ  Ransomware  ທີ່ເຄີຍເກີດຂື້ນມາໃຫ້ນັກຝຶກອົບຮົມໄດ້ສຳຜັດ ແລະ ຮຽນຮູ້ກັບສະຖານະການຕົວຈິງຢ່າງເລິກເຊີ່ງ.

ຂ່າວ: ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.

ຮູບພາບ: ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນ ທາງຄອມພິວເຕີ.