ວາລະສານອະລຸນໃໝ່ຈັດກອງປະຊຸມສະຫຼຸບວຽກງານວາລະສານປະຈໍາປີ 2022

ວາລະສານອະລຸນໃໝ່ຈັດກອງປະຊຸມສະຫຼຸບວຽກງານວາລະສານປະຈໍາປີ 2022

    ເພື່ອສ້າງການຫັນປ່ຽນໃໝ່ຢ່າງແຂງແຮງໃນວຽກງານວາລະສານ ແລະ ສື່ມວນຊົນໃນຂົງເຂດພັກໃຫ້ມີຄຸນນະພາບໃໝ່ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ໃນການນໍາເອົາແນວທາງນະໂຍຂອງພັກ, ກົດໝາຍຂອງລັດ ແລະ ມະຕິຄໍາສັ່ງຂອງຂັ້ນເທິງມາຈັດຕັ້ງຜັນຂະຫາຍ, ອະທິບາຍ, ຊີ້ແຈງໃຫ້ແກ່ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ.

ໃນຕອນເຊົ້າວັນທີ 28 ກຸມພາ 2023 ຜ່ານມາ ຢູ່ທີ່ຫ້ອງປະຊຸມສໍານັກງານ (ໜອງບອນ) ຄອສພ ວາລະສານອະລຸນໃໝ່ໄດ້ຈັດກອງປະຊຸມສະຫຼຸບວຽກງານວາລະສານປະຈໍາປີ 2022 ຂື້ນ ເພື່ອສະຫຼຸບຕີລາຄາການເຄື່ອນໄຫວໃນໄລຍະໜຶ່ງປີຜ່ານມາ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວາລະສານອະລຸນໃໝ່; ມີສະຫາຍວ່າການຫົວໜ້າຄະນະບັນນາທິການ, ຮອງຄະນະບັນນາທິການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການທັງໝົດເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ, ສະຫາຍ ບຸນທ່ຽງ ພັນນະຈັນ ຮອງຫົວໜ້າບັນນາທິການວາລະສານອະລຸນໃໝ່ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການເຄື່ອນໄຫວວຽກງານໜຶ່ງປີຜ່ານມາ ແລະ ທິດທາງແຜນການໃນປີ 2023, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານທີ່ຍາດມາໄດ້. ຫຼັງຈາກນັ້ນໄດ້ພ້ອມກັນປະກອບຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການປະຈໍາປີ 2023 ຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບຮັບຮອງເອົາເນື້ອໃນເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະ ມີຄຸນນະພາບກວ່າເກົ່າ. ວາລະສານອະລຸນ ໃໝ່ເປັນວາລະສານທິດສະດີ ແລະ ພຶດຕິກໍາຂອງພັກ ໃນການຄົ້ນຄວ້າລົງເລິກທາງດ້ານທິດສະດີ ແລະ ສັງລວມພຶດຕິກໍາ, ມີໜ້າທີ່ໃນການຈັດຕັ້ງຜັນຂະຫຍາຍ, ອະທິບາຍຊີ້ແຈງຜົນຂອງການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ກໍຄືບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ຂອງລັດຖະບານ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄອສພ, ແຜນພັດທະນາວຽກງານໂຄສະນາອົບຮົມໄລຍະປີ 2021-2025, ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກວາລະສານອະລຸນໃໝ່ ແລະ ແຜນພັດທະນາວາລະສານອະລຸນໃໝ່ຮອດປີ 2025. ພິເສດໃນປີ 2022 ວາລະສານອະລຸນໃໝ່ໄດ້ສຸມໃສ່ຈັດຕັ້ງປະຕິບັດຜັນຂະຫຍາຍເນື້ອໃນສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດໂດຍໄດ້ເປີດເປັນຄໍລໍາສະເພາະສຳລັບວາລະດັ່ງກ່າວ. ໃນປີຜ່ານມາ ວາລະສານອະລຸນໃໝ່ສາມາດຈັດພິມ ແລະ ແຈກຢາຍວາລະສານໄດ້ 12 ສະບັບ, ຈຳນວນຈັດພິມທັງໝົດມີ 24.000 ຫົວ, ມີ 11 ຄໍລໍາ ແລະ ມີບົດຂຽນທັງໝົດ 114 ບົດ.

ໃນຕອນທ້າຍກອງປະຊຸມ ສະຫາຍ ນາງ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວາລະສານອະລຸນໃໝ່ ໄດ້ໃຫ້ກຽດໂອ້ລົມໃຫ້ທິດຊີ້ນໍາ ເຊິ່ງສະຫາຍໄດ້ເນັ້ນໜັກບາງດ້ານຕົ້ນຕໍຄື: 1). ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານມີຄວາມອຸ່ນອຽງທຸ່ນທ່ຽງ, ມີຄວາມສາມັກຄີເປັນເອກະພາບ, ຊ່ວຍເຫຼືອເຊິ່ງກັນແລະກັນ, ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ຍົກລະດັບວິຊາສະເພາະຢ່າງບໍ່ຢຸດຢັ້ງ. 2). ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມບັນດາມະຕິຄໍາສັ່ງຂອງສູນກາງພັກ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ເພື່ອນໍາມາຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະໃຫ້ມີປະສິດທິຜົນ, ສືບຕໍ່ເສີມຂະຫຍາຍຕ່າງໜ່າງເພື່ອນຮ່ວມງານທັງໃນພາກລັດ ແລະ ເອກະຊົນ, ຜູ້ຊົງຄຸນວຸດທິທີ່ມີປະສົບການໃນຂະແໜ່ງການຕ່າງໆໃຫ້ກວ້າງຂວາງ, ທັງປັບປຸງເນື້ອໃນບົດໃຫ້ມີຄວາມຫຼາກຫຼາຍ, ອຸດົມສົມບູນ ແລະ ໜັກແໜ້ນ, ມີປາຍປາກກາອັນແຫຼມຄົມ ເພື່ອຮັບໃຊ້ພາລະກິດຂອງພັກໃນໄລຍະໃໝ່. 3). ເອົາໃຈໃສ່ເຊື່ອມຊຶມ, ກໍາແໜ້ນພາລະບົດບາດຂອງຕົນ ໂດຍສະເພາະແມ່ນແຕ່ລະພະແນກທີ່ກ່ຽວຂ້ອງໃຫ້ເລິກເຊິ່ງ ເພື່ອເປັນພື້ນຖານໃນການຈັດຕັ້ງເຄື່ອນໄຫວວຽກງານວິຊາສະເພາະໃຫ້ມີປະສິດທິຜົນ ແລະ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ. 4). ເອົາໃຈໃສ່ພົວພັນຮ່ວມມື ແລະ ຮັດແໜ້ນຄວາມສາມັກຄີກັບວາລະສານປະເທດເພື່ອນມິດ ໂດຍສະເພາະແມ່ນວາລະສານກົ້ງສານຂອງສູນກາງພັກກອມມູນິດຫວຽດນາມ, ວາລະສານຊິວສື້ຂອງສູນກາງພັກກອມມູນິດຈີນ. 5). ເອົາໃຈໃສ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງທີ່ບໍ່ທັນສາມາດບັນລຸໄດ້ຕາມຄາດໝາຍ ເພື່ອສ້າງການຫັນປ່ຽນໄປສູ່ຄຸນນະພາບໃໝ່, ປັບປຸງກົນໄກ, ຂັ້ນຕອນການເຮັດວຽກຂອງວຽກງານວາລະສານໃຫ້ມີຄວາມຄ່ອງແຄ້ວວ່ອງໄວ, ທັນຕາມກໍານົດເວລາຕາມຄວາມຕ້ອງການຂອງ