ສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມອບປື້ມໃຫ້ແກ່ ຄະນະໂຄສະນາອົບ ຮົມສູນກາງພັກ.


ສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມອບປື້ມໃຫ້ແກ່ ຄະນະໂຄສະນາອົບຮົມສູນກາງພັກ.
ໃນຕອນເຊົ້າ ຂອງວັນທີ 30 ມີນາ 2023 ທີ່ຫ້ອງສະໝຸດ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີການມອບ-ຮັບປື້ມ ລະຫວ່າງສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມອບໃຫ້ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດກ່າວມອບໂດຍ ທ່ານ ນາງ ສົມມະທອນ ບັນນາວົງ ຮອງຜູ້ອໍານວຍການສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ພ້ອມດ້ວຍຄະນະ ກ່າວຮັບໂດຍ ທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ເຂົ້າຮ່ວມມີ: ທ່ານ ບົວໄລ ຊົມພູແກ້ວ ຮອງຫົວໜ້າຫ້ອງການ, ຮອງພະແນກຫ້ອງສະໝຸດສໍາເນົາພ້ອມດ້ວຍພະນັກງານວິຊາການ.

ປື້ມທີ່ນໍາມາມອບໃນຄັ້ງນີ້ປະກອບມີ 15 ຫົວເລື່ອງ ( ຫົວເລື່ອງລະ 3 ຫົວ) ໃນໂອກາດດັ່ງກ່າວ ທ່ານ ນາງ ສົມມະທອນ ບັນນາວົງ ຮອງຜູ້ອໍານວຍການສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ໄດ້ກ່າວຈຸດປະສົງຂອງການມອບປື້ມໃນຄັ້ງນີ້ຄື:
1. ເພື່ອສົ່ງເສີມ ແລະ ປະກອບສ່ວນເຂົ້າໃນການຄົ້ນຄ້ວາຂີດຂຽນ ເຂົ້າໃນວຽກງານໂຄສະນາອົບຮົມ.
2. ເພື່ອເປັນການຜັນຂະຫຍາຍການຊີ້ນໍາ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ທັງເປັນການຜັນຂະຫຍາຍຄາດໝາຍ, ຈຸດສຸມຕໍ່ໜ້າ ຂອງກອງປະຊຸມວຽກງານການເມືອງແນວຄິດ ທົ່ວປະເທດຄັ້ງທີ 5 ເຂົ້າໃນສະພາບຕົວຈິງຂອງປະເທດເຮົາຕິດພັນກັບການຊອກຮູ້ຮໍ່າຮຽນເອົາບົດຮຽນທີ່ຍອດຍິ່ງຂອງໂລກເພື່ອມາໝູນໃຊ້ເຂົ້າໃນວຽກງານຂອງຕົນ.
3. ເປັນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ລາວ-ຫວຽດນາມດ ຫວຽດນາມ-ລາວ.
4. ເປັນການປະກອບສ່ວນຜົນງານຂອງການຮ່ວມມືສອງສໍານັກພິມ( ສໍານັກພິມ ແລະ ຈໍາໜ່າຍປຶມ ແຫ່ງລັດ ແລະ ສໍານັກພິມຈໍາໜ່າຍການເມືອງແຫ່ງຊາດ ສຶ້ເຖີດ)
ໃນໂອກາດທີ່ມີຄວາມສຳຄັນນີ້ ທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຕາງໜ້າໃຫ້ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວສະແດງຄວາມຂອບໃຈທີ່ໄດ້ຮັບການຊຸກຍູ້ຊ່ວຍເຫຼືອ ຈາກສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ໄດ້ມອບປື້ມດັ່ງກ່າວ ໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ ເພື່ອເປັນຂໍ້ມູນໃນການຄົ້ນຄ້ວາຂີດຂຽນ ໃຫ້ແກ່ພະນັກ ງານ-ລັດຖະກອນ, ນັກຮຽນ, ນັກສຶກສາ ຫຼື ຜູ້ອື່ນໆ ທີ່ມີຄວາມສົນໃຈຢາກຈະສຶກສາຄົ້ນຄ້ວາ ແລະ ຈະນໍາໃຊ້ປື້ມດັ່ງ ກ່າວໃຫ້ເກີດປະໂຫຍດສູງສຸດ.