ສະຫຼຸບວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ; ວຽກງານການເມືອງ-ແນວຄິດ ແລະ ການຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V.

ສະຫຼຸບວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ; ວຽກງານການເມືອງ-ແນວຄິດ ແລະ ການຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V.

ໃນວັນທີ 13 ມີນາ 2023 ທີ່ສະໂມສອນໃຫຍ່ຂອງແຂວງຄຳມ່ວນຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ; ປັບປຸງກົງຈັກການຈັດຕັ້ງ; ວຽກງານການເມືອງ-ແນວຄິດ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ທົ່ວແຂວງ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ວັນໄຊ ພອງສະຫວັນ ເລຂາພັກແຂວງ, ເຈົ້າແຂວງໆ ຄຳມ່ວນ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ພະນັກງານອາວຸໂສບຳນານ, ກໍາມະການພັກແຂວງ, ເລຂາ-ຮອງເລຂາຄະນະພັກຮາກຖານ, ເລຂາ, ຮອງເລຂາພັກເມືອງ, ໜ່ວຍພັກຮາກຖານ, ພະແນກການ, ອົງການຈັດຕັ້ງທຽບເທົ່າ ຫົວໜ້າຄະນະຈັດຕັ້ງເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ທົ່ວແຂວງ ແລະ ພະນັກງານລັດຖະກອນຄະນະຈັດຕັ້ງ, ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບ ຕີລາຄາສະພາບການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການ ຈັດຕັ້ງປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ໂດຍສະຫາຍ ສົມໃຈ ພານີຈັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ໄດ້ຍົກໃຫ້ເຫັນຜົນສຳເລັດທີ່ສຳຄັນໃນຫຼາຍດ້ານ ເປັນຕົ້ນ ວຽກງານກໍ່ສ້າງພັກ, ໄດ້ເອົາໃຈໃສ່ໃນການປັບປຸງການຈັດຕັ້ງຂອງພັກ ຕິດພັນກັບການປັບປຸງກົງຈັກລັດໃຫ້ມີຄວາມສອດຄ່ອງ, ເຄື່ອນໄຫວມີປະສິດທິພາບ ແລະ ປະສິດທິຜົນ ຄຽງຄູ່ກັບຜົນສໍາເລັດດັ່ງກ່າວຍັງໄດ້ຍົກໃຫ້ເຫັນດ້ານອ່ອນ ຂໍ້ຄົງຄ້າງ ລວມເຖິງວຽກງານຈຸດສຸມທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.
ພ້ອມກັນນັ້ນກອງປະຊຸມກໍໄດ້ມີການປະກອບຄຳເຫັນໃສ່ຄຳຖາມເຈາະຈີ້ມຈາກບັນດາຜູ້ແທນກອງປະຊຸມ ຫຼັງຈາກນັ້ນສະຫາຍ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ໄດ້ເຜີຍແຜ່, ເຊື່ອມຊຶມ ມະຕິ ຂອງກົມການເມືອງສູນກາງພັກ, ສະບັບເລກທີ 21/ກມສພ, ວ່າດ້ວຍການຕີລາຄາພະນັກງານ.

ໃນວັນທີ 14 ມີນາ 2023 ໄດ້ສືບຕໍ່ ສະຫຼຸບວຽກງານການເມືອງ-ແນວຄິດ ປະຈຳປີ 2022, ທິດທາງແຜນການປີ 2023 ທົ່ວແຂວງ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໆຄຳມ່ວນ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບ ຕີລາຄາສະພາບການຈັດຕັ້ງປະຕິບັດ ວຽກງານການເມືອງ-ແນວຄິດ ໃນໄລຍະແຕ່ປີ 2018-2022 ແລະ ທິດທາງແຜນການຮອດປີ 2025 ໂດຍສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໄດ້ຍົກໃຫ້ເຫັນຜົນສຳເລັດທີ່ສຳຄັນໃນຫຼາຍດ້ານ ເປັນຕົ້ນການຈັດຕັ້ງຜັນຂະຫຍາຍມະຕິຕ່າງໆຂອງພັກ ແລະ ຈັດຝຶກອົບຮົມທິດສະດີ-ແນວທາງຂອງພັກໃຫ້ແກ່ເປົ້າໝາຍຕ່າງໆ, ການເຄື່ອນໄຫວວຽກງານໂຄສະນາ-ປາຖະກະຖາ, ການປັບປົງກົງຈັກການຈັດຕັ້ງພາຍໃນຄະນະໂຄສະນາອົບຮົມແຂວງ-ເມືອງ, ການພົວພັນຮ່ວມມືກັບຕ່າງປະເທດ, ສະພາບແນວຄິດ-ຫາງສຽງສັງຄົມ, ຄຽງຄູ່ກັບຜົນສໍາເລັດດັ່ງກ່າວຍັງໄດ້ຍົກໃຫ້ເຫັນດ້ານອ່ອນ ຂໍ້ຄົງຄ້າງ ລວມເຖິງວຽກງານຈຸດສຸມທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂຄື: ຄະນະພັກ, ຄະນະພະແນກ, ອົງການທຽບເທົ່າ ແລະ ຄະນະພັກເມືອງ, ຄະນະໂຄສະນາອົບຮົມເມືອງຕ້ອງນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມວຽກງານ ການເມືອງ-ແນວຄິດ ທົ່ວແຂວງຄໍາມ່ວນຄັ້ງນີ້ ໄປຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດຕິດພັນກັບການຈັດຕັ້ງຜັນຂະຫຍາຍ ເນື້ອໃນກອງປະຊຸມວຽກງານ ການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ໃຫ້ໄດ້ຮັບການຈັດຕັ້ງປະຕິບັດທົ່ວເຖິງທຸກເປົ້າໝາຍ, ເອົາໃຈ ໃສ່ນຳພາ- ຊີ້ນຳວຽກງານການເມືອງ-ແນວຄິດ, ເປັນເຈົ້າການຍົກລະດັບ ຄວາມສາມາດໃນການເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ ເພື່ອສາມາດເປັນເສນາທິການທີ່ເຂັ້ມແຂງ ຊ່ວຍຄະນະພັກໃນການຄົ້ນຄວ້າຈັດຕັ້ງເຊື່ອມຊຶມບັນດາເນື້ອໃນເອກະສານກ່ຽວກັບວຽກງານ ການເມືອງ-ແນວຄິດ ຕິດພັນກັບການຈັດຕັ້ງຜັນຂະຫຍາຍວຽກງານຂອງຕົນ ແລະ ລາຍງານສະພາບການຈັດຕັ້ງ ປະຕິບັດ ແຕ່ລະໄລຍະໃຫ້ຄະນະໂຄສະນາອົບຮົມແຂວງເພື່ອສະຫຼຸບສັງລວມລາຍງານໃຫ້ຄະນະພັກຂັ້ນເທີງ ຕາມສາຍຕັ້ງສາຍຂວາງຮັບຊາບຕາມກໍານົດເວລາ. ພ້ອມກັນນັ້ນກອງປະຊຸມກໍໄດ້ມີການປະກອບຄຳເຫັນໃສ່ຄຳຖາມເຈາະຈີ້ມຈາກບັນດາຜູ້ແທນກອງປະຊຸມ. ໃນຕອນທ້າຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໄດ້ໂອ້ລົມມີຄຳເຫັນຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມ ແລະ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍຖືເອົາວຽກງານການເມືອງເປັນກົກ, ເພີ້ມທະວີວຽກງານໂຄສະນາສຶກສາອົບຮົມ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ແຜນການວຽກງານຕ່າງໆໃຫ້ທົ່ວເຖິງທຸກເປົ້າໝາຍ, ສືບຕໍ່ມູນເຊື້ອພິລະອາດຫານຂອງປະຊາຊົນບັນດາເຜົ່າ, ປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຄຳມ່ວນພາຍໃຕ້ແນວທາງປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກໃຫ້ມີຄວາມສອດຄ່ອງ, ເຄື່ອນໄຫວມີປະສິດທິພາບ ແລະ ປະສິດທິຜົນ.

ຂ່າວ,ພາບ: ຄອຮ.ຂ ຄຳມ່ວນ