ພິທີເປີດລາຍການ ວິທະຍຸກະຈາຍສຽງ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພີ່ມ 2 ຄັ້ງຕໍ່ອາທິດ.


ພິທີເປີດລາຍການ ວິທະຍຸກະຈາຍສຽງ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພີ່ມ 2 ຄັ້ງຕໍ່ອາທິດ.
ໃນຕອນບ່າຍຂອງ ວັນທີ 22 ມີນາ 2023, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີເພີ່ມ ລາຍການວິທະຍຸກະຈາຍສຽງ ຂອງຄະນະໂຄສະນາອົບຮົມສູນກາງ 2 ຄັ້ງຕໍ່ອາທິດ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) ໂດຍການເປັນປະທານ ແລະ ກ່າວເປີດພິທີໂດຍທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ; ເຂົ້າຮ່ວມມີ: ຄະນະປະຈໍາພັກ,ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ຜູ້ຕາງໜ້າຈາກກົມສື່ມວນຊົນ ກະຊວງຖະແຫຼ່ງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ກົມໂຄສະນາ ກະຊວງປ້ອງກັນປະເທດ ແລະ ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ.


ໃນພິທີ ທ່ານ ໂພເມກ ວິໄລສັກ ຫົວຫນ້າກົມໂຄສະນາ ໄດ້ຂຶ້ນກ່າວຈຸດປະສົງໃນການສືບຕໍ່ເປີດລາຍການວິທະຍຸກະຈາຍສຽງ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພີ່ມເຕີມ ແນ່ໃສ່ເພື່ອເປັນເຄື່ອງມືໃນການໂຄສະນາອົບຮົມບັນດາມະຕິ, ຄໍາສັ່ງ, ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ມີຄວາມໜັກແໜ້ນ, ເລິກເຊິ່ງ ແລະ ຮອບດ້ານກວ່າເກົ່າ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືການສ້າງຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ບັນດານິຕິກໍາຕ່າງໆຂອງພັກ-ຂອງລັດ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ຫຼັງຈາກນັ້ນໄດ້ຜ່ານບົດລາຍງານໂດຍຫຍໍ້ ກ່ຽວກັບການດໍາເນີນລາຍການວິທະຍຸຂອງ ຄະນະໂຄສະນາອົບຮົມໃນຕະຫຼອດໄລຍະ 11 ປີຜ່ານມາ, ຕີລາຄາດ້ານດີ-ຂໍ້ຄົງ ຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ແລະ ທິດທາງແຜນການພັດທະນາລາຍການໃນຕໍ່ໜ້າ.
ຫຼັງຈາກນັ້ນຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ, ກົມໂຄສະນາ ກະຊວງປ້ອງປະເທດ ແລະ ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ໃນຖານະຜູ້ໃຫ້ບໍລິການໄດ້ພັດປ່ຽນກັນຂຶ້ນປະກອບຄໍາເຫັນຕໍ່ກັບການຈັດລາຍການໃນໄລຍະຜ່ານມາ ແລະ ຕໍ່ກັບການເພີ່ມລາຍການອອກອາກາດ 2 ຄັ້ງຕໍ່ອາທິດຢ່າງກົງໄປກົງມາ.
ໃນໂອກາດທີ່ມີ ຄວາມໝາຍສໍາຄັນນີ້ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດມີຄໍາເຫັນຕໍ່ພິທີດັ່ງກ່າວ ເຊິ່ງທ່ານຕີລາຄາສູງຕໍ່ສະພາບການດໍາເນີນລາຍການວິທະຍຸຍັງເປັນໜ້າທີ່ຈໍາເປັນ ແລະ ຂາດບໍ່ໄດ້ ໃນທາມກາງສະພາບການຂອງໂລກ ກໍ່ຄືພາກພຶ້ນ ໄດ້ຜັນແປໄປຢ່າງສັບສົນ, ຫຼໍ່ແຫຼມ ແລະ ຄວາມກ້າວໜ້າທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ເຮັດໃຫ້ກຸ່ມຄົນບໍ່ດີ ສວຍໃຊ້ຄວາມກ້າວໜ້າດັ່ງກ່າວ ເພື່ອໂຄສະນາໃສ່ຮ້າຍປ້າຍສີ ຕໍ່ການນໍາພາພັກເຮົາ ກໍຄືແນວທາງນະໂຍບາຍຂອງພັກ ເຮັດໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ທີ່ກະທົບໃສ່ແນວຄິດຈິດໃຈຂອງຖັນແຖວ ສະມາຊິກພັກ ພະນັກງານ ແລະ ປະຊາຊົນບັນດາເຜົ່າ ຕໍ່ໜ້າ ສະພາບການດັ່ງກ່າວ ມັນໄດ້ຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເລິກເຊິ່ງທົ່ວເຖິງ ໂດຍສະເພາະແມ່ນການໂຄສະນາສຶກສາອົບຮົມແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ໃຫ້ທົ່ວເຖິງທຸກເປົ້າໝາຍ ເຊິ່ງມັນຮຽກຮ້ອງໃຫ້ພັກເຮົາເພີ່ມທະວີການການເຮັດວຽກງານໂຄສະນາສຶກສາອົບຮົມ ເພີ່ມທະວີ ຢ່າງແຂງແຮງ ຕັ້ງໜ້າ ໂດຍນໍາໃຊ້ທຸກທ່າແຮງ, ນໍາໃຊ້ທຸກເຄື່ອງມື ດ້ວຍຫຼາຍວິທີຫຼາຍຮູບຫຼາຍສີ ຫັນປ່ຽນທາງດ້ານເນື້ອໃນ, ຮູບການ ແລະ ວິທີການ ໃຫ້ມີ ປະສິດທິຜົນສູງ ເຂົ້າໃນການໂຄສະນາສຶກສາອົບຮົມເປົ້າໝາຍຕ່າງໆ.
ລາຍການວິທະຍຸ “ເຂົ້າໃຈມະຕິ XI ປະຕິບັດໃຫ້ເປັນຈິງ ເຊິ່ງຄະນະໂຄສະນາອົບຮົມສູນກາງພັກ ເປັນເຈົ້າຂອງລາຍການ ໂດຍການຮ່ວມມືກັບວິທະຍຸກະຈາຍສຽງແຫ່ງຊາດ ເຊິ່ງໄດ້ດໍາເນີນການອອກອາກາດ ມາຕັ້ງແຕ່ປີ 2012 ເປັນລາຍການໜຶ່ງທີ່່ໄດ້ຮັບຄວາມນິຍົມຊົມຊອບ ແລະ ມີຄຸນປະໂຫຍດ ຕໍ່ຜູ້ຟັງຍ້ອນລາຍການດັ່ງກ່າວ ເປັນລາຍການທີ່ລົງເລິກໃນການວິເຄາະ, ວິໄຈ, ຊີ້ແຈງ, ອະທິບາຍ ສ້າງຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງ-ແຜນນະໂຍ ບາຍຂອງພັກ-ກົດໝາຍລັດ ໃນແຕ່ລະໄລຍະທັງຕອບຕ້ານແນວຄິດທີ່ຜິດເຂວ ແລະ ສະແດງຄວາມຄິດ ຄວາມເຫັນດ້ານຕ່າງໆ ເພື່ອໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈ ສະນັ້ນການເພີ່ມເວລາອອກອາກາດຂອງລາຍການວິທະຍຸດັ່ງກ່າວ ແມ່ນມີຄວາມຈໍາເປັນ ແລະ ແທດ ເໝາະ ກັບການປັບປຸງຄຸນນະພາບຂອງວຽກງານໂຄສະນາອົບຮົມ ໃຫ້ກ້າວໄປສູ່ຄຸນນະພາບໃໝ່.