ກອງປະຊຸມສ່ອງແສງລາຍງານ ການຈັດຕັ້ງປະຕິບັດວຽກງານໂຄ ສະນາຜ່ານສຶ່ເອເລັກ ໂຕຼນິກ (ເວບໄຊສ) ຂອງຄະນະໂຄສະນາອົບ ຮົມແຂວງທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ (video conference).


ກອງປະຊຸມສ່ອງແສງລາຍງານ ການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສຶ່ເອເລັກ ໂຕຼນິກ (ເວບໄຊສ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ (video conference).
ໃນຕອນເຊົ້າຂອງ ວັນທີ 28 ມີນາ 2023 ພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສ່ອງແສງລາຍງານການຈັດ ຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ 4 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຜູ້ຊີ້ນໍາວຽກງານພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງທົ່ວປະເທດ ຜູ້ຊີ້ນໍາວຽກງານເວັບໄຊສ, ຄະນະຮັບຜິດຊອບເວັບໄຊສ ແລະ ພະນັກງານວິຊາການ ພາຍໃນພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ.

ໃນພິທີ ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຜູ້ຊີ້ນໍາວຽກງານພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ກ່າວຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນ:
 ຮັບຟັງການສ່ອງແສງລາຍງານ ການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈໍາໄຕມາດ I (ເດືອນ1-3) ປະຈໍາປີ 2023 ແລະ ທິດທາງແຜນການ ເຄື່ອນໄຫວວຽກງານ ປະຈໍາໄຕມາດ II (ເດືອນ 4-6) ປະຈໍາປີ 2023.
 ປຶກສາຫາລື, ແລກປ່ຽນ, ແບບແຜນ ໃນການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານໂຄສະນາຜ່ານສື່ເອເລັກ ໂຕຼນິກ ເພື່ອພ້ອມກັນພັດທະນາໄປໃນທິດທາງລວງດຽວກັນ ເພື່ອສົ່ງເສີມແລະຮອງຮັບ ການຫັນເປັນທັນສະໄຫມແລະສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່.
 ເພື່ອປຶກສາຫາລືກ່ຽວກັບບຸກຄະລາກອນ ຜູ້ທີ່ຈະຮັບຜິດຊອບວຽກງານຂະແໜງຂໍ້ມູນຂ່າວສານ ຂອງຄະນະໂຄສະນາອົບຮົມແຕ່ລະແຂວງ ເພື່ອປະສານງານກັບສູນກາງ ແລະ ຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ໃຫ້ມີຄວາມຄ່ອງແຄ້ວ ແລະ ມີປະສິດທິພາບສູງ.
 ເພື່ອເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ສາມາດເຄື່ອນໄຫວປົກະຕິ, ມີຄວາມສະດວກ, ວ່ອງໄວທັນກັບສະພາບການ ແລະ ກາຍເປັນເຄື່ອງມືຮັບໃຊ້ໃນການໂຄສະນາສຶກສາອົບຮົມ, ໂຄສະນາແນວທາງຂອງພັກລັດ ແລະ ການເຄື່ອນໄຫວຂອງຄະນະນໍາບັນດາແຂວງໃນທົ່ວປະເທດ.
ຫຼັງຈາກນັ້ນ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຜ່ານ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເພື່ອໃຫ້ຄະນະໂຄສະນາອົບຮົມແຂວງທົ່ວປະເທດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບພາລະບົດບາດໜ້າທີ່ຂອງກົມໃນການເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນໍາໃນການສະໜອງບັນດາຂໍ້ມູນທີ່ສໍາຄັນຕ່າງໆ, ການຝຶກອົບຮົມວຽກງານໄອທີໃຫ້ແກ່ພະນັກງານສູນກາງ ແລະ ທ້ອງຖິ່ນ.
ກອງປະຊຸມໄດ້ຮັບຟັງ ການລາຍງານຫຍໍ້ການຈັດຕັ້ງປະຕິບັດ ວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈໍາໄຕມາດ I (ເດືອນ1-3) ປະຈໍາປີ 2023 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາໄຕມາດ II (ເດືອນ 4-6) ປະຈໍາປີ 2023 ພ້ອມທັງຂໍ້ສະເໜີ, ຈຸດດີ, ຈຸດອ່ອນຂໍ້ຄົງຄ້າງ ແລະ ທິດທາງວິທີການແກ້ໄຂໃນຕໍ່ໜ້າ ຈາກ 16 ແຂວງ 1 ນະຄອນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານ ກົມຂໍ້ມູນຂ່າວ ສານ ແລະ ຝຶກອົບຮົມ ໄດ້ມີຄໍາເຫັນໂອ້ລົມ ຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື (ເວັບໄຊສ ) ຂອງຄະນະໂຄ ສະນາອົບຮົມແຂວງໃນໄລຍະຜ່ານມາ ແລະ ເພື່ອແນ່ໃສ່ຍົກສູງວຽກງານໂຄສະນາອົບຮົມພວກເຮົາໃຫ້ກ້າວສູ່ຄວາມທັນສະໄໝ, ສ້າງໃຫ້ຄອຮຂ ບັນດາແຂວງ ມີຄວາມເຂັ້ມແຂງ ແລະ ມີເຄື່ອງມືໃນການໂຄສະນາເຜີຍ ແຜ່ ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ລວມເຖີງການເຄື່ອນໄຫວຂອງ ຄະນະນໍາຂອງແຂວງ; ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໜັກບາງບັນຫາເຊັ່ນ: ການປັບປຸງກົງຈັກການຈັດຕັ້ງ ການປັບປຸງໜ້າທີ່ຂອງຂະ ແໜງຂໍ້ມູນຂ່າວສານ ໃຫ້ສອດຄ່ອງກົມກຽວກັບພາລະບົດບາດຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ການປະສານສົມທົບກັບໂຄສະນາອົບຮົມເມືອງ ພາຍໃນແຂວງຂອງຕົນ ໃນການກໍ່ສ້າງພະນັກງານຮັບຜິດຊອບວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ( ເວັບໄຊສ) ໃນຂັ້ນຂອງເມືອງ ເພື່ອສາມາດໂພສຂ່າວລົງໃນເວັບໄຊສໄດ້ຢ່າງປົກກະຕິ, ເພີ່ມທະວີໃນການຕິດຕາມກວດກາ ການອອນລາຍຂອງໜ້າກະດານຂ່າວ, ປະສານສົມທົບແລກປ່ຽນບົດຮຽນ, ຂອດການຈັດຕັ້ງປະຕິບັດວຽກງານ ກັບຄະນະແອັດມິນຂັ້ນສູນກາງ ແລະ ບັນດາແຂວງ , ເອົາໃຈໃສ່ຄົ້ນຄວ້າບັນດາຂໍ້ມູນ ເອກະສານສໍາຄັນຂອງຊາດ ຂອງພັກ ເພື່ອນໍາມາລົງເຜີຍແຜ່ໃນເວັບໄຊສຂອງ ຄະນະໂຄສະນາອົບຮົມແຂວງຂອງຕົນໃຫ້ມີເນື້ອໃນອຸດົມສົມບູນ ແລະ ພ້ອມກັນພັດທະນາເວັບໄຊສຂອງແຂວງຕົນໃຫ້ມີປະສິດພາບສູງສຸດ.