ວິຊາການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນວຽກງານ ໄອທີລະຫວ່າງ ຫນັງສືພິມເຢີນເຢີນ (ຫວຽດນາມ) ແລະ ຫນັງສືພິມປະຊາຊົນ (ລາວ)

ວິຊາການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນວຽກງານ ໄອທີລະຫວ່າງ ຫນັງສືພິມເຢີນເຢີນ (ຫວຽດນາມ) ແລະ ຫນັງສືພິມປະຊາຊົນ (ລາວ)

ໃນວັນທີ 24 ເມສາ 2023ທີ່ຜ່ານມານີ້ ຢູ່ທີ່ສຳນັກງານຂອງໜັງສືພິມປະຊາຊົນ ໄດ້ຈັດກອງປະຊຸມພົບປະແລກປ່ຽນວຽກງານໄອທີ ລະຫວ່າງຫນັງສືພິມເຢີນເຢີນ (ຫວຽດນາມ) ແລະ ຫນັງສືພິມປະຊາຊົນ (ລາວ) ຝ່າຍລາວເຂົ້າຮ່ວມມີ: ສະຫາຍ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິ ການໃຫຍ່ໜັງສືພິມປະຊາຊົນ ພ້ອມດ້ວຍຄະນະບັນນາທິການ, ບັນດາຫົວໜ້າພະແນກ, ພະນັກງານຂອງໜັງສືພິມປະຊາຊົນ ແລະ ວິຊາການກົມຂໍ້ມູນຂ່າວສານ, ຝ່າຍຫວຽດນາມເຂົ້າຮ່ວມມີສະຫາຍ ເລ ຟານ ແອັງ ຫົວໜ້າພະແນກເຕັກນິກ (IT), ສະຫາຍ ຈິ້ງ ກວັກ ຢຸງ ຫົວໜ້າສຳນັກງານຜູ້ຕາງໜ້າ ໜັງສືພິມເຢິນເຢິນ ປະຈຳລາວ ພ້ອມຄະນະເຂົ້າຮ່ວມ.

ໃນພິທີສະຫາຍ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາເຮັດວຽກກັບໜັງສືພິມປະຊາຊົນຂອງຄະນະຊ່ຽວຊານຄັ້ງນີ້ ຊຶ່ງເປັນການສືບຕໍ່ການຮ່ວມມືຂອງສອງໜັງສືພິມ ໃຫ້ຮັດແໜ້ນຂຶ້ນກວ່າເກົ່າ ທັງເປັນການເສີມຂະຫຍາຍສາຍພົວພັນ ອັນເປັນມູນເຊື້ອທີ່ມີມາແຕ່ດົນນານແລ້ວໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ສະແດງຄວາມຂອບໃຈ ເຖິງສະຫາຍ ເລ ກວັກ ມິງ ຫົວໜ້າບັນນາທິການໃຫຍ່ ໜັງສືພິມເຢິນເຢິນ ຮອງຫົວໜ້າໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ທີ່ໄດ້ໃຫ້ການຊຸກຍູ້ ແລະ ໃຫ້ການຊ່ວຍເຫຼືອໜັງສືພິມປະຊາຊົນ ຕະຫຼອດມາ. ການເດີນທາງຂອງ​ຊ່ຽວ​ຊານ IT ໜັງສືພິມເຢີນເຢີນເພື່ອແນ່ໃສ່ຊ່ວຍພັດທະນາໜັງສືພິມປະຊາຊົນ ເວົ້າລວມ, ເວົ້າສະເພາະກໍແມ່ນ ພັດທະນາລະບົບ IT ແລະ ເວບໄຊຂອງໜັງສືພິມປະຊາຊົນໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ກ້າວສູ່ຄຸນນະພາບໃໝ່ ຕອບສະໜອງຢ່າງທັນການກັບໜ້າທີ່ການເມືອງໃນໄລຍະປັດຈຸບັນ.

ສະຫາຍ ຫົວໜ້າພະແນກເຕັກນິກ (IT) ໜັງສືພິມ ເຢິນເຢິນ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ພ້ອມຄະນະ ແລະ ລາຍງານວ່າ: ກ່ອນເດີນທາງມາເຄື່ອນໄຫວຄັ້ງນີ້, ຄະນະພວກເຮົາ ໄດ້ພ້ອມກັນຕິດຕາມເກັບກໍາຂໍ້ມູນ ແລະ ການເຄື່ອນໄຫວເວັບໄຊ ຂອງໜັງສືພິມປະຊາຊົນ ເພື່ອສ້າງຮູບແບບເ​ວັບໄຊ ຊຶ່ງມີ 3 ແບບຕົວຢ່າງ ມານໍາສະເໜີ ແກ່ຄະນະບັນນາທິການໜັງສືພິມປະຊາຊົນ ໄດ້ຮ່ວມກັບພວກເຮົາຄົ້ນຄວ້າ, ຄັດເລືອກ 1 ໃນ 3 ຮູບແບບ ແລະ ປະກອບຄໍາເຫັນໃສ່ເພື່ອປັບປຸງໃຫ້ສົມບູນໃນຂັ້ນຕໍ່ໄປ ຊຶ່ງກ່ອນອື່ນ ຈະເບິ່ງໃນດ້ານບຸກຄະລາກອນ ທີ່ເຮັດວຽກໃນດ້ານນີ້ ລວມທັງລະບົບການຜະລິດ ​ຂ່າວໃນເ​ວັບໄຊຂອງໜັງສືພິມປະຊາຊົນ. ພ້ອມນີ້, ຄະນະພວກເຮົາ, ກໍຈະໄດ້ເຄື່ອນໄຫວແລກປ່ຽນບົດຮຽນກັບບັນດາສື່ຫຼັກຂອງ ສປປ ລາວ ເປັນຕົ້ນ ໜັງສືພິມວຽງຈັນທາມ, ສຳນັກຂ່າວສານປະເທດລາວ ແລະ ຖ້າມີເງື່ອນໄຂ ກໍຢາກສະເໜີຂໍແລກ ປ່ຽນກັບສູນອິນເຕີເນັດແຫ່ງຊາດຂອງລາວ ເພື່ອເກັບກໍາຂໍ້ມູນເພີ່ມຕື່ມ ຊຶ່ງທັງໝົດນັ້ນແມ່ນໄດ້ພົວພັນເຖິງການທີ່ຈະສ້າງແຜນການ ກໍຄືທິດທາງໃນການພັດທະນາເ​ວັບໄຊຂອງໜັງສືພິມປະຊາຊົນ.

ພາຍຫຼັງການເຄື່ອນໄຫວ, ໜັງສືພິມປະຊາຊົນ ພ້ອມດ້ວຍຄະນະຊ່ຽວຊານ ແລະ ສຳນັກງານຜູ້ຕາງໜ້າ ໜັງສືພິມເຢິນເຢິນ ປະຈຳລາວ ຈະໄດ້ພ້ອມກັນສະຫຼຸບ ແລະ ຕົກລົງກັນ ໃນການເລືອກຮູບແບບເ​ວັບໄຊ ແລະ ທິດທາງໃນການພັດທະນາເ​ວັບໄຊຂອງໜັງສືພິມປະຊາຊົນ ຊຶ່ງການຕົກລົງນີ້ ຄະນະຊ່ຽວຊານຫວຽດນາມ ຈະນໍາໄປສະ ເໜີຕໍ່ຫົວໜ້າບັນນາທິການໃຫຍ່ ໜັງສືພິມເຢິນເຢິນ ເພື່ອໃຫ້ການຊ່ວຍເຫຼືອພັດທະນາເ​ວັບໄຊໜັງສືພິມປະຊາຊົນ ໃຫ້ສົມບູນຂຶ້ນກວ່າເກົ່າ ແລະ ດຳເນີນການຊ່ວຍເຫຼືອ ໃນຂັ້ນຕໍ່ໄປ.

(ຂ່າວ-ພາບ: ໜັງສືພິມປະຊາຊົນ)