ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນ ໄຫວທັດສະນະສຶກສາຢູ່ເຂື່ອນໄຟຟ້ານໍ້າງື່ມ 1 ແລະ ເຂື່ອນໄຟຟ້ານໍ້າມັງ 3 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ.


ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວທັດສະນະສຶກສາຢູ່ເຂື່ອນໄຟຟ້ານໍ້າງື່ມ 1 ແລະ ເຂື່ອນໄຟຟ້ານໍ້າມັງ 3 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ.
ເພື່ອເປັນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 137 ປີ. ໃນວັນທີ 12 ພຶດສະພາ 2023 ສະຫະພັນກໍາມະບານ ຄະ ນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວທັດສະນະສຶກສາຢູ່ເຂື່ອນໄຟຟ້ານໍ້າງື່ມ 1 ແລະ ເຂື່ອນໄຟຟ້ານໍ້າມັງ 3 ເຊິ່ງນໍາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ທ່ານ ວັນຕຸລາ ຣັກນຸດ, ຄະນະພັກ ປະທານສະຫະພັນກໍາມະບານ ຄອສພ ພ້ອມດ້ວຍຄະນະ, ເຂົ້າຮ່ວມມີປະທານກໍາມະບານຮາກຖານຂອງບັນດາກົມ ແລະ ສະມາຊິກກໍາມະບານ ພາຍໃນ ຄອສພ ຈໍານວນ 60 ກວ່າສະຫາຍ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.



ໃນການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກການນໍາ ແລະ ຄະນະສະຫະພັນກໍາມະບານເຂື່ອນໄຟຟ້ານໍ້າງື່ມ 1 ແລະ ເຂື່ອນໄຟຟ້ານໍ້າມັງ 3.
ໃນພິທີ ໄດ້ຮັບຊົມວິດີໂອ ປະຫວັດຄວາມເປັນມາ, ຕົ້ນກໍາເນີດຂອງການກໍ່ສ້າງເຂື່ອນ, ບາດກ້າວຂອງການພັດທະ ນາແຕ່ລະໄລຍະແຕ່ມື້ລິເລີ່ມສ້າງຈົນມາ ຮອດປັດຈຸບັນ, ການບໍລິຫານຈັດການນໍ້າຕ່າງໆ, ການນໍາໃຊ້ນໍາເຂົ້າໃນການຜະລິດ, ການລະບາຍນໍ້າ ແລະ ປະລິມານນໍ້າທີ່ຮັບໄດ້ໃນແຕ່ລະປີ, ແຜນການປັບປຸງສ້ອມແປງເພື່ອຮັບປະກັນຄຸນນະພາບເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ຜົນກະທົບທີ່ຈະຕາມມາຂອງເຂື່ອນໄຟຟ້ານໍ້າງື່ມ 1 ເຊິ່ງເຂື່ອນໄຟຟ້ານໍ້າງື່ມ 1 ໄດ້ເລີ່ມສ້າງໃນປີ 1968 ແລະ ເປີດນໍາໃຊ້ໃນປີ 1971; ເຂື່ອນໄຟຟ້ານໍ້າງື່ມ 1 ມີບົດບາດສໍາຄັນໃນການພັດທະນາປະເທດຊາດ ເຮັດໃຫ້ ສປປ ລາວມີຄວາມໝັ້ນຄົງທາງດ້ານພະລັງງານໄຟຟ້າ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດສັງຄົມເປັນກ້າວໆ.


ໃນວັນດຽວກັນນັ້ນ ສະຫະພັນກໍາມະບານ ຄອສພ ຍັງໄດ້ເດີນທາງໄປທັດສະນະສຶກສາ ທີ່ເຂື່ອນໄຟຟ້ານໍ້າມັງ 3 ເຊີ່ງຕັ້ງຢູ່ໃນເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ມີການສຶກສາຄວາມເປັນໄປໄດ້ໃນການສ້າງເຂື່ອນໃນປີ 1962 ໂຄງການພັດທະນາເຂື່ອນໄຟຟ້າດັ່ງກ່າວ ເປັນໂຄງການພັດທະນາເຂື່ອນອະເນກປະສົງ ເຊິ່ງນອກຈາກການຜະລິດໄຟຟ້າແລ້ວ ນໍ້າທີ່ໄຫຼຜ່ານກົງຫັນຍັງນໍາໄປຫຼໍ່ລ້ຽງການເຮັດກະສິກຳຂອງປະຊາຊົນທ້ອງຖິ່ນ; ເຂື່ອນໄຟຟ້ານໍ້າມັງ 3 ມີລະດັບນໍ້າສູງເຕັມອ່າງ750 ແມັດ ທຽບໃສ່ລະດັບໜ້ານໍ້າທະເລ ສາມາດກັກເກັບນໍ້າໄດ້ 58 ລ້ານເມັດກ້ອນ ແລະ ມີລະດັບນໍ້າຕໍ່າສຸດ 742 ແມັດ.
ຫຼັງຈາກນັ້ນໄດ້ທ່ຽວຊົມບ່ອນຜະລິດກະແສໄຟຟ້າ ແລະ ເຄື່ອງຈັກປັ່ນໄຟ ແລະ ການເຮັດວຽກຂອງບັນດາເຄື່ອງຈັກຕ່າງໆຂອງເຂື່ອນໄຟຟ້ານໍ້າງື່ມ1 ແລະ ເຂື່ອນໄຟຟ້ານໍ້າມັງ3.