ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານຝຶກອົບຮົມ ກັບ ສູນຝຶກອົບຮົມຂອງສູນກາງແນວລາວສ້າງຊາດ

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານຝຶກອົບຮົມ ກັບ ສູນຝຶກອົບຮົມຂອງສູນກາງແນວລາວສ້າງຊາດ

    ໃນຕອນບ່າຍວັນທີ 17 ພຶດສະພາ 2023  ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານຝຶກອົບຮົມ ກັບ ສູນຝຶກອົບຮົມຂອງສູນກາງແນວລາວສ້າງຊາດ ເຊິ່ງນໍາໂດຍ ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງ ທ່ານ ສຸຣິປັນຍາ ຣາຊສົມບັດ ຄະນະພັກ ຫົວໜ້າສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ.

    ໃນພີທີທ່ານ ສຸຣິປັນຍາ ຣາຊສົມບັດ ຄະນະພັກ ຫົວໜ້າສູນຝຶກອົບຮົມສູນກາງແນວລາວສ້າງຊາດ ໄດ້ລາຍງານສະພາບການຈັດຕັ້ງ-ເຄື່ອນໄຫວວຽກງານຂອງສູນຝຶກອົບຮົມ ໃນໄລຍະຜ່ານມາໂດຍສັງເຂບ ໂດຍສະເພາະແມ່ນວຽກງານຝຶກອົບຮົມ, ວຽກງານຄົ້ນຄວ້າ-ຮຽບຮຽງຫຼັກສູດ, ວຽກງານຍົກລະດັບບຳລຸງກໍ່ສ້າງພະນັກງານ, ວຽກງານການຄຸ້ມຄອງ-ບໍລິຫານ ແລະ ວຽກງານໄອທີ.

    ໃນໂອກາດດັ່ງກ່າວ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ຄະນະນຳຂອງສູນທີ່ໄດ້ເສຍສະຫຼະເວລາຕ້ອນຮັບໃຫ້ຄວາມຮູ້, ໃຫ້ບົດຮຽນ ແລະ ປະສົບການຕ່າງໆ ໃນການເຄື່ອນໄຫວວຽກງານຂອງສູນຝຶກອົບຮົມ ໃຫ້ແກ່ກົມຂໍ້ມູນຂ່າວສານແລະຝຶກອົບຮົມ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງລະອຽດເລິກເຊິ່ງຈະແຈ້ງ, ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນເປັນບົດຮຽນທີ່ມີຄວາມສໍາຄັນ ແລະ ມີປະໂຫຍດຫຼາຍ ໃຫ້ແກ່ວຽກງານຝຶກອົບຮົມ ທີ່ເປັນວຽກງານໃໝ່ ເຊິ່ງຈະໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ປະສົມຜົນສຳເລັດ ແລະ ນອກຈາກນັ້ນ ທັງສອງຝ່າຍກໍໄດ້ມີການແລກປ່ຽນບົດຮຽນຫຼາຍໆດ້ານທີ່ທັງສອງຝ່າຍໃຫ້ຄວາມສົນໃຈ ເປັນຕົ້ນແມ່ນການນໍາໃຊ້ລະບົບໄອທີ ເຂົ້າໃນລະບົບການຮຽນ-ການສອນ ແລະ ການຝຶກອົບຮົມ, ການສ້າງຫ້ອງສະໝຸດເອເລັກໂຕຼນິກ, ການສ້າງເວບໄຊ, ການນໍາໃຊ້ໂປຣແກຼມຕ່າງໆ ແລະ ອື່ນໆ. ພາຍຫຼັງສິ້ນສຸດການແລກປ່ຽນບົດຮຽນແລ້ວ ທາງສູນຍັງໄດ້ມອບປຶ້ມຫຼັກສູດການຮຽນ-ການສອນຈຳນວນໜຶ່ງ ໃຫ້ແກ່ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ຍັງໄດ້ນຳພາຄະນະໄປເບີ່ງຫ້ອງຮຽນ, ຫ້ອງປະຊຸມ ແລະ ຫ້ອງພັກ ພາຍໃນສູນຝຶກອົບຮົມ ສນຊ.