ຄະນະໂຄສະນາອົບຮົມສູນກາງພັກ ປາຖະກະຖາມູນເຊື້ອວັນສ້າງຕັ້ງ ຄຊປປລ ຄົບຮອບ 68 ປີ ແລະ ມອບຫຼຽນກາລະນຶກ 65 ປີ

ຄະນະໂຄສະນາອົບຮົມສູນກາງພັກ ປາຖະກະຖາມູນເຊື້ອວັນສ້າງຕັ້ງ ຄຊປປລ ຄົບຮອບ 68 ປີ ແລະ ມອບຫຼຽນກາລະນຶກ 65 ປີ

    ໃນວັນທີ 18 ພຶດສະພາ ນີ້ທີ່ສະໂມສອນໃຫຍ່ ຂອງ ຄອສພ ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອໃນໂອກາດວັນສ້າງຕັ້ງ ຄຊປປລ ຄົບຮອບ 68 ປີ ແລະ ມອບຫຼຽນກາລະນຶກ 65 ປີ ຂຶ້ນ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາຄະນະພັກ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີ ທ່ານ ນາງ ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ 1 ປີ ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ, ບົດຮຽນທີ່ຖອດຖອນໄດ້, ຈາກນັ້ນກອງປະຊຸມຍັງໄດ້ຮັບຟັງປາຖະກະຖາເລົ່າມູນເຊື້ອເນື່ອງໃນໂອກາດວັນສ້າງຕັ້ງ ຄຊປປລ ຄົບຮອບ 68 ປີ (14 ເມສາ 1955 – 14 ເມສາ 2023) ຂອງທ່ານ ມອນໄຊ ລາວມົວຊົ່ງ ຊຶ່ງທ່ານໄດ້ຍົກໃຫ້ເຫັນຕົ້ນກຳເນີດ, ການຂະຫຍາຍຕົວ ແລະ ຜົນງານອັນພົ້້ນເດັ່ນ ຂອງ ຄຊປປລ ໃນຕະຫຼອດໄລຍະ 68 ປີ ທີ່ຜ່ານມາ. ໃນໂອກາດດັ່ງກ່າວ ທ່ານຍັງໄດ້ ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດ, ຄຸນສົມບັດພຽງພໍເພື່ອກຽມພ້ອມຮັບໃຊ້ໜ້າທີ່ການເມືອງຂອງພັກ, ມີຄວາມເຊື່ອໝັ້ນຕໍ່ການນຳພາ ຂອງພັກ, ເຄົາລົບລະບຽບ, ກົດໝາຍ ແລະ ປະຕິບັດລະບຽບການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ ແລະ ວຽກງານອື່ນໆ.

    ຈາກນັ້ນ, ກໍໄດ້ມີພິທີມອບຫຼຽນລວມທັງໝົດ 176 ສະຫາຍ, ຍິງ 92 ສະຫາຍ ເຊິ່ງ ທ່ານ ມອນໄຊ ລາວມົວຊົງ ໃຫ້ກຽດມອບຫຼຽນໃຫ້ ທ່ານຫົວໜ້າ, ຮອງຫົວໜ້າ ຄອສພ, ຫົວໜ້າກົມ, ເລຂາຊາວໝຸ່ມ ແລະ 9 ກົມກອງ ທ່ານ ຄຳພັນ ເຜີຍຍະວົງ ໄດ້ມອບຫຼຽນໃຫ້ຮອງຫົວໜ້າກົມ, ຄະນະບໍລິຫານຊາວໜຸ່ມ ຂອງ ຄອສພ, ຈາກນັ້ນ, ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ຄອສພ ໄດ້ມອບຫຼຽນໃຫ້ສະມາຊິກຊາວໜຸ່ມໃນທົ່ວ ຄອສພ.