ຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມກອງປະຊຸມເຜີຍແຜ່ບົດຮຽນວຽກງານໂຄສະນາຖະແຫຼ່ງຂ່າວຂອງຈີນຜ່ານລະບົບປະຊຸມທາງໄກ

ຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມກອງປະຊຸມເຜີຍແຜ່ບົດຮຽນວຽກງານໂຄສະນາຖະແຫຼ່ງຂ່າວຂອງຈີນຜ່ານລະບົບປະຊຸມທາງໄກ

ໃນວັນທີ 27 – 29 ມິຖຸນາ 2023 ຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມກອງປະຊຸມທາງໄກເພື່ອຮັບຟັງການເຜີຍແຜ່ບົດຮຽນວຽກງານໂຄສະນາຖະແຫຼ່ງຂ່າວຂອງຈີນ. ຈຸດປະສົງເພື່ອເປັນການແລກປ່ຽນບົດຮຽນ ແລະ ຮ່ວມມືທາງດ້ານວຽກງານໂຄສະນາຖະແຫຼ່ງຂ່າວ ແລະ ຜັນຂະຫຍາຍຜົນຂອງການຢ້ຽມຢາມ ແລະ ເຮັດວຽກຂອງສະຫາຍ ຫູ ຈ້າວໝິງ ຫົວໜ້າກົມຖະແຫຼ່ງຂ່າວ, ໂຄສົກຂອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ, ກັບ ຄອສພ ທີ່ໄດ້ປຶກສາຫາລືກ່ຽວກັບແຜນການຮ່ວມມືລະຫວ່າງ ລາວ-ຈີນ ໃນການແລກປ່ຽນບົດຮຽນນຳກັນ ແລະ ເປັນຖອດຖອນບົດຮຽນການໂຄສະນາ-ປາຖະກະຖາ, ການພັດທະນາ ແລະ ການຄຸ້ມຄອງສື່ມວນຊົນ. ນອກຈາກນັ້ນຍັງໄດ້ຮັບຟັງການເຜີຍແຜ່ການຈັດຕັ້ງປະຕິບັດແນວຄິດສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢູ່ແຂວງຫູເປີຍ, ຮັບຟັງການບັນລະຍາຍກ່ຽວກັບສະພາບການພັດທະນາສື່ເກົ່າ ແລະ ສື່ໃໝ່ ແລະ ບົດຮຽນການວຽກໂຄສະນາຕໍ່ຕ່າງປະເທດຂອງພັກກອມມູນິດຈີນ, ບົດຮຽນໃນການເພີ່ມທະວີການຮ່ວມມືທາງດ້ານວຽກງານສື່ມວນຊົນ ລະຫວ່າງພັກກກອມມູນິດຈີນ ກັບບັນດາພັກການເມືອງໃນໂລກ.