ພິທີສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ພະນັກ ງານ-ລັດຖະກອນ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2022.


ພິທີສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2022.
ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ພະນັກງານ-ລັດຖະກອນ ປະຈໍາປີ 2022 ຂຶ້ນທີ່ ສະໂມສອນໃຫຍ່ ຫຼັກ 6. ພາຍໃຕ້ການເປັນປະທານຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ ທ່ານອານົງສັກ ອິນທະວົງ ຄະນະພັກ ຫົວຫນ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ພະນັກງານລັດຖະກອນ ປະຈໍາປີ 2022 ແລະ ທີດທາງແຜນການ ປະຈໍາປີ 2023.
ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 1 ປີຜ່ານມາສາມາດຄັດເລືອກໄດ້ພະນັກງານ-ລັດຖະກອນ ຜູ້ທີ່ມີຜົນງານດີເດັ່ນປະເພດ I ໄດ້ຈໍານວນ 36 ທ່ານ ຍິງ 17 ທ່ານ ແລະ ປະເພດ II ມີຈໍານວນ 55 ທ່ານ ຍິງ 27 ທ່ານ.


ໃນໂອກາດທີ່ມີຄວາມຫມາຍ ສໍາຄັນດັ່ງກ່າວ ທ່ານ ລາວປາວຊົງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍທຸກສະຫາຍ ທີ່ໄດ້ຮັບການຍ້ອງຍໍ ແລະ ຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງ ປະ ກອບສ່ວນສຸມເຫື່ອແຮງ ສະຕິປັນຍາ ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດຫນ້າທີ່ວຽກງານໃນໄລຍະຜ່ານມາ ພ້ອມນັ້ນທ່ານຍັງໄດ້ເນັ້ນຫນັກໃຫ້ສະຊິກພັກ, ພະນັກງານ-ລັດຖະກອນທັງໝົດ ຈົ່ງພ້ອມກັນສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ໆປະສົບຜົນສໍາເລັດເປັນກ້າວໆ ແລະ ກາຍເປັນພະນັກງານຜູ້ທີ່ມີຜົນງານດີເດັ່ນ ແລະ ເປັນແບບຢ່າງໃນທຸກໆດ້ານໃຫ້ແກ່ມະຫາຊົນ, ຊອກຮູ້ຮໍ່າຮຽນຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວຽກງານວິຊາສະເພາະ, ພາສາຕ່າງປະເທດ, ເສີມຂະຫຍາຍດ້ານດີ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ຮັກສາມູນເຊື້ອຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ກໍ່ສ້າງຕໍານິສົ່ງຂ່າວກັນດ້ວຍຄວາມຈິງໃຈ ເພື່ອພ້ອມກັນກ້າວໜ້າ.