ມອບ-ຮັບປຶ້ມ 100 ນະວັດຕະກຳທາງສັງຄົມຈາກປະເທດຟິນແລນ


ມອບ-ຮັບປຶ້ມ 100 ນະວັດຕະກຳທາງສັງຄົມຈາກປະເທດຟິນແລນ
ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2023 ທີ່ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6), ທ່ານ ນາງ ພັນນາລີ ເທບພະວົງສາ ຜູ້ອຳນວຍການ ສຳນັກພິມໄວເດັກ ອະດີດຮອງຫົວໜ້າກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ນໍາເອົາປຶ້ມ “100 ນະວັດຕະກໍາທາງສັງຄົມຈາກຟິນແລນ” ທີ່ຈັດພິມໂດຍໂດຍສຳນັກພິມໄວເດັກ ມາມອບໃຫ້ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ.

ຕາງໜ້າມອບປຶ້ມໃນຄັ້ງນີ້ແມ່ນ ທ່ານ ນາງ ພັນນາລີ ເທບພະວົງສາ ຜູ້ອຳນວຍການ ສຳນັກພິມໄວເດັກ ອະດີດຮອງຫົວໜ້າກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ (ສຊປລ) ແລະ ຕາງໜ້າຮັບໂດຍ ທ່ານ ນ. ມອນສະຫວັນ ແສນໄຕ, ຮອງຫົວໜ້າກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ, ປຶ້ມທີ່ນໍາມາມອບໃນຄັ້ງນີ້ ມີທັງໝົດ 16 ຫົວ ເຊິ່ງເປັນປຶ້ມຈາກປະເທດຟິນແລນ ເຊີ່ງແປໂດຍ ຄຳເພັດ ແກ້ວສິລິປັນຍາ ເນື້ອໃນປຶ້ມຫົວນີ້ແມ່ນການຮວບຮວມຈາກຄວາມສຳເລັດອັນພົ້ນເດັ່ນ ໃນການພັດທະນາປະເທດຟິນແລນ ເຊິ່ງເປັນປະເທດທີ່ມີແນວທາງການພັດທະນາທີ່ໜ້າສົນໃຈ ເປັນຢ່າງຍິ່ງ, ປື້ມດັ່ງກ່າວໄດ້ມີການແປເປັນຫຼາຍພາສາ ແລະ ໄດ້ຮັບຄວາມນິຍົມຢ່າງສູງໄປທົ່ວໂລກ.

ທ່ານ ນາງ ພັນນາລີ ເທບພະວົງສາ ໄດ້ກ່າວວ່າ: ສຳນັກພິມໄວເດັກ, ໂດຍໄດ້ຮັບການສະໜັບສະໜູນຈາກກົມວັນນະຄະດີ ແລະພິມຈຳໜ່າຍ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຈຶ່ງໄດ້ຕັດສິນໃຈຈັດພິມປຶ້ມຫົວນີ້ເປັນພາສາລາວຂຶ້ນ ຍ້ອນຢາກໃຫ້ຄົນລາວທຸກຄົນໄດ້ອ່ານ ແລະ ໄດ້ຮູ້ວ່າ ຢູ່ປະເທດຟິນແລນທີ່ເຄີຍປະສົບກັບບັນຫາ ຫຍຸ້ງຍາກທີ່ເກີດຂຶ້ນໃນໄລຍະຜ່ານມາ ສາມາດຜ່ານຜ່າຈົນປະສົບຜົນສໍາເລັດໄດ້ດ້ວຍວິທີໃດ, ການຮັບຮູ້ບົດຮຽນເຫຼົ່ານີ້ ຈະເຮັດໃຫ້ເກີດປັນຍາ ພາໃຫ້ມີສະຕິ ແລະ ເປັນເຈົ້າການໃນການຮ່ວມມືກັນແກ້ໄຂບັນຫາທີ່ອາດຈະເກີດຂຶ້ນ ຫຼື ເກີດຂຶ້ນ ແລ້ວໃນປະເທດຂອງພວກເຮົາ ເພາະວ່າທຸກໆບັນ ຫານັ້ນ ແມ່ນບໍ່ສາມາດ ປ່ອຍໃຫ້ບຸກຄົນ ຫຼື ອົງການຈັດຕັ້ງໃດ ໜຶ່ງ ແກ້ໄຂແຕ່ພຽງລໍາພັງ ແຕ່ທຸກຄົນທີ່ຢູ່ໃນສັງຄົມ ຕ້ອງມີສ່ວນຮ່ວມແກ້ໄຂບັນຫາໃຫ້ເໝາະສົມ ເອົາຈິງເອົາຈັງ ໂດຍແນມເຫັນຜົນປະໂຫຍດລວມເປັນທີ່ຕັ້ງ. ຫວັງວ່າ ຜູ້ອ່ານຈະໄດ້ຮັບບົດຮຽນທີ່ດີຈາກການ ອ່ານປຶ້ມຫົວນີ້ ແລະ ເກີດມີປັນຍາ ໃນການແກ້ໄຂບັນຫາໃນຊີວິດຕົນ ແລະ ບັນຫາທີ່ເກີດຂຶ້ນໃນສັງຄົມທີ່ຕົນເອງດຳລົງຊີວິດຢູ່ ເພາະສິ່ງເຫຼົ່ານີ້ແມ່ນຄວາມປາຖະນາຂອງສໍານັກພິມໄວເດັກ ຢາກເຜີຍແຜ່ຜົນສໍາເລັດດັ່ງກ່າວໃຫ້ສັງຄົມລາວເປັນທີ່ຮູ້ຈັກຢ່າງກວ້າງຂວາງ.

ໃນໂອກາດດັ່ງກ່າວ, ທ່ານ ນ. ມອນສະຫວັນ ແສນໄຕ, ຮອງຫົວໜ້າກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈເປັນຢ່າງສູງ ຕໍ່ທ່ານ ນາງ ພັນນາລີ ເທບພະວົງສາ ແລະ ສຳນັກພິມໄວເດັກທີ່ໄດ້ນໍາເອົາປຶ້ມທີ່ມີປະໂຫຍດດັ່ງກ່າວມາມອບໃຫ້ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ເພື່ອໃຫ້ພະນັກງານທົ່ວ ຄອສພ ເວົ້າລວມ, ເວົ້າສະເພາະ ພະນັກງານຖັນແຖວນັກຄົ້ນຄວ້າ-ຂີດຂຽນ ໄດ້ມີປຶ້ມດີໆ ໄວ້ສຶກສາຄົ້ນຄວ້າ.