ວາລະສານອະລຸນໃໝ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບ ປະແລກປ່ຽນບົດຮຽນການຫັນເປັນທັນສະໄໝ ກັບ ສຳນັກຂ່າວ ສານປະເທດລາວ.


ວາລະສານອະລຸນໃໝ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນການຫັນເປັນທັນສະໄໝ ກັບ ສຳນັກຂ່າວສານປະເທດລາວ.
ໃນຕອນເຊົ້າວັນທີ 20 ມິຖຸນາ 2023 ວາລະສານ ອະລຸນໃໝ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນການຫັນເປັນທັນສະໄໝ ກັບ ຂ່າວສານປະເທດລາວ ເຊິ່ງນໍາໂດຍ ທ່ານ ປອ ວັນລາຕີ ຄຳວານວົງສາ ວ່າການຫົວໜ້າວາລະສານອະລຸນໃໝ່ພ້ອມດ້ວຍຄະນະ ແລະ ວິຊາການຈາກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໂດຍການຕ້ອນຮັບຂອງ ທ່ານ ວິໄລ ມະນີລັດ ຮອງຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ພ້ອມດ້ວຍຄະນະ.

ໃນພີທີທັງສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງ-ເຄື່ອນໄຫວວຽກງານ ໃນໄລຍະຜ່ານມາໂດຍສັງເຂບໃຫ້ກັນຮັບຊາບ ໂດຍສະເພາະແມ່ນວຽກງານຂ່າວ ສານ, ວຽກງານການຫັນເປັນສື່ເອເລັກໂຕຼນິກ, ວຽກງານການພັດທະນາຍົກລະດັບຂອງວຽກງານສື່ມວນຊົນ ແລະ ອື່ນໆທີ່ທັງສອງຝ່າຍໃຫ້ຄວາມສົນໃຈ.
ໃນໂອກາດດັ່ງກ່າວ ທ່ານ ປອ ວັນລາຕີ ຄຳວານວົງສາ ວ່າການຫົວໜ້າວາລະສານອະລຸນໃໝ່ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ຄະນະນຳຂອງສຳນັກຂ່າວສານປະເທດລາວທີ່ໄດ້ເສຍສະຫຼະເວລາຕ້ອນຮັບ, ໃຫ້ຄວາມຮູ້, ບົດຮຽນ ແລະ ປະສົບການຕ່າງໆ ໃນການເຄື່ອນໄຫວວຽກງານ ຢ່າງລະອຽດເລິກເຊິ່ງຈະແຈ້ງ. ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນເປັນບົດຮຽນທີ່ມີຄວາມສໍາຄັນ ແລະ ມີປະໂຫຍດຫຼາຍ ໃນການຍົກສູງບົດບາດວາລະສານອະລຸນໃໝ່ ຄອສພ ເຊິ່ງເປັນວາລະສານທິດສະດີ ແລະ ພຶດຕິກຳຂອງພັກໃຫ້ຫັນໄປສູ່ຄວາມທັນສະໄໝ, ສ້າງເງື່ອນໄຂເຜີຍແຜ່ດ້ານຂໍ້ມູນຂ່າວສານຕ່າງໆຂອງພັກໃຫ້ມີຄວາມສະດວກກວ້າງ  ຂ້ວາງ, ວ່ອງໄວທັງສາມາດເຊື່ອມໂຍງເຂົ້າກັບບັນດາສື່ອອນລາຍໄດ້ ແລະ ຫຼັງຈາກນັ້ນຄະນະໄດ້ເຂົ້າຢ້ຽມຊົມຫ້ອງມູນເຊື້ອ, ຫ້ອງເຊີເວີ ແລະ ຫ້ອງຖ່າຍທຳນຳອີກ.