ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ສໍາເລັດການດໍາເນີນກອງປະຊຸມກາງສະໄໝ.


ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ສໍາເລັດການດໍາເນີນກອງປະຊຸມກາງສະໄໝ.
ໃນວັນທີ 5-6 ມິຖຸນາ 2023. ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ເປີດກອງປະຊຸມກາງສະໄໝ ຂຶ້ນທີ່ ຫ້ອງປະຊຸມ (ຊັ້ນ5) ຂອງຄະນະໂຄສະນາອົບຮົມສູນກາງພັກ; ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າຄະນະຊີ້ນໍາການດໍາເນີນກອງປະຊຸມກາງສະໄໝ ຄອສພ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ເຂົ້າຮ່ວມມີ: ເລຂາໜ່ວຍພັກ, ຮອງເລຂາ ໜ່ວຍພັກ, ຜູ້ຕາງໜ້າກົມຈັດຕັ້ງ, ກົມກວດກາ ແລະ ບັນດາສະມາຊິກພັກທັງໝົດພາຍໃນກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.

ຈຸດປະສົງຂອງການດໍາເນີນກອງປະຊຸມກາງສະໄໝຄັ້ງນີ້ແມ່ນເພື່ອ ເປັນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 2 ຂອງໜ່ວຍ  ພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃນໄລຍະກາງສະໄໝ ແລະ ວາງທິດທາງແຜນການທ້າຍສະໄໝ ພ້ອມທັງຕີລາຄາຄືນການຊີ້ນໍາ-ນໍາພາລວມ ຂອງຄະ  ນະໜ່ວຍພັກ ໃນໄລຍະເຄິ່ງສະໄໝຜ່ານມາ ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ຈະຕ້ອງເສີມຂະຫຍາຍ, ດ້ານອ່ອນຄົງຄ້າງ ທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ 3 ເອກະສານສໍາຄັນຄື:
1. ຄໍາສັ່ງເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ.
2. ຄໍາແນະນໍາເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023 ຂອງຄະນະເລຂາທິການສູນກາງພັກວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ.
3. ມະຕິເລກທີ 030/ກມສພ; ລົງວັນທີ 03 ມັງກອນ2018 ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ຄະນະພັກກະຊວງ, ອົງການ, ຂໍ້ຫ້າມຂອງສະມາຊິກພັກ, ສິດດ ໜ້າທີ່ຂອງ ຄະນະໜ່ວຍພັກແຕ່ລະຂັ້ນໃນກົດລະບຽບພັກສະໄໝທີ XI.

ຫຼັງຈາກນັ້ນໄດ້ດໍາເນີນການທາບທາມຄວາມໄວ້ວາງໃຈຂອງຄະນະໜ່ວຍພັກ ຈາກສະມາຊິກພັກພາຍໃນກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ດໍາເນີນຊີວິດການເມືອງ.
ກອງປະຊຸມໄດ້ຮັບຟັງການລາຍງານບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ໄລຍະກາງສະໄໝ 2021-2023 ແລະ ທິດທາງແຜນການທ້າຍສະໄໝ 2023-2025 ຂອງໜ່ວຍພັກ ສະເໜີໂດຍ ສະຫາຍເລຂາໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ສະເໜີໂດຍ ສະຫາຍ ຮອງເລຂາໜ່ວຍພັກ.


ກອງປະຊຸມໄດ້ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກ ໃນໄລຍະກາງສະໄໝ ແລະ ທິດທາງແຜນການທີ່ຈະສູ້ຊົນໃນຕໍ່ໜ້າ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກໃນໄລຍະຜ່ານມາຢ່າງເປັນເອກະພາບສູງ.
ໃນຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າຄະນະຊີ້ນໍາການດໍາເນີນກອງປະຊຸມກາງສະໄໝຂອງ ຄອສພ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃນການເຄື່ອນໄຫວວຽກງານຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃຫ້ມີບາດກ້າວໃໝ່. ຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການປະຕິບັດໜ້າທີ່ການເມືອງໃນໄລຍະກາງສະໄໝທີ່ຜ່ານມາຂອງໜ່ວຍພັກ ພ້ອມທັງເນັ້ນໜັກໃຫ້ ຄະນະໜ່ວຍພັກ ກໍ່ຄືສະມາຊິກທັງໝົດ ເອົາໃຈໃສ່ແກ້ໄຂດ້ານທີ່ຍັງຄົງຄ້າງ ເປັນຕົ້ນແມ່ນທາງດ້ານການນໍາພາທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ເອົາໃຈໃສ່ລົງເລິກໃກ້ຊິດຕິດແທດທາງດ້ານວຽກງານວິຊາສະເພາະຂອງສະມາຊິກພັກ, ຍຶດໝັ້ນແບບແຜນການນໍາພາແບບລວມສູນປະຊາທິປະໄຕ, ຕິດຕາມຊ່ວຍເຫຼືອກໍ່ສ້າງສະມາຊິກຢ່າງທົ່ວເຖິງ, ເພີ່ມທະວີຄວາມຮັບ ຜິດຊອບເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ ແລະ ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນທັງພາຍໃນ ແລະ ພາຍນອກ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ.