ໜ່ວຍພັກກົມກວດກາສຳເລັດການດຳເນີນກອງປະຊຸມກາງສະໄໜ

ໜ່ວຍພັກກົມກວດກາສຳເລັດການດຳເນີນກອງປະຊຸມກາງສະໄໜ

    ໃນວັນທີ 14-16 ມີຖຸນາ 2023 ໜ່ວຍພັກກົມກວດກາ ໄດ້ເປີດກອງປະຊຸມກາງສະໄໜ ຂຶ້ນທີ່ ຫ້ອງປະຊຸມ (ຊັ້ນ5) ຂອງຄະນະໂຄສະນາອົບຮົມສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ  ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າຄະນະຜູ້ຊີ້ນຳການດຳເນີນກອງປະຊຸມກາງສະໄໝຂອງແຕ່ລະໜ່ວຍພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ, ຊີ້ນຳວຽກງານກົມກວດກາ ເຂົ້າຮ່ວມມີ: ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຜູ້ຕາງໜ້າຄະນະໜ່ວຍພັກ ພາຍໃນ ຄອສພ ຄະນະຕິດຕາມການດຳເນີນກອງປະຊຸມກາງສະໄໜ ແລະ ບັນດາສະມາຊິກພັກ ທັງໜົດພາຍໃນກົມກວດກາ.

ຈຸດປະສົງຂອງການດຳເນີນກອງປະຊຸມກາງສະໄໜຄັ້ງນີ້ ເພື່ອເປັນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ  V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ພ້ອມທັງຕີລາຄາຄືນການຊີ້ນຳ-ນຳພາລວມ ຂອງຄະນະໜ່ວຍພັກ ໃນໄລຍະກາງສະໄໜທີ່ຜ່ານມາເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ຈະເສີມຂະຫຍາຍ, ດ້ານອ່ອນ, ຄົງຄ້າງ ທີ່ຈະສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ 3 ເອກະສານສໍາຄັນຈາກສະຫາຍເລຂາໜ່ວຍພັກຄື:

1. ຄໍາສັ່ງເລກທີ່ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດຳເນີນກອງປະຊຸມຄົບຄະນະກາງສະໄໜຂອງຄະນະບໍລິຫານງານພັກແຕ່ລະຂັ້ນ.

2. ຄໍາແນະນໍາເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023 ຂອງຄະນະເລຂາທິການສູນກາງພັກວ່າດ້ວຍການດຳເນີນກອງປະຊຸມຄົບຄະນະກາງສະໄໜ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ.

3. ມະຕິເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຖານຂອງພະນັກງານນຳພາ-ຄຸ້ມຄອງ, ຄະນະພັກກະຊວງ, ອົງການ, ຂໍ້ຫ້າມຂອງສະມາຊິກພັກ, ສິດໜ້າທີ່ຂອງຄະນະໜ່ວຍພັກແຕ່ລະຂັ້ນໃນກົດລະບຽບພັກສະໄໜທີ XI.

ຫຼັງຈາກນັ້ນໄດ້ດຳເນີນການທາບທາມຄວາມໄວ້ວາງໃຈຂອງຄະນະໜ່ວຍພັກ ຈາກສະມາຊິກພັກທັງໝົດພາຍໃນກົມກວດກາ ຫຼັງຈາກນັ້ນໄດ້ດຳເນີນຊີວິດການເມືອງ ເພື່ອສຳຫຼວດກວດກາຄືນການປະຕິບັດໜ້າທີ່ຂອງສະມາຊັກພັກແຕ່ລະສະຫາຍໃນໄລຍະກາງສະໄໝທີ່ຜ່ານມາ.

ກອງປະຊຸມໄດ້ຮັບຝັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ກາງສະໄໜ 2021-2023 ແລະ ທິດທາງແຜນການທ້າຍສະໄໜ 2023-2025 ສະເໜີໂດຍ ສະຫາຍ ສະຫວ່າງ ດາລາແສນ ຮອງເລຂາໜ່ວຍພັກ.

ຈາກນັ້ນຍັງໄດ້ຜ່ານບົດສຳຫຼວດການນຳພາລວມ ຂອງໜ່ວຍພັກ ສະເໜີໂດຍ ສະຫາຍ ນ ຫຼ້າຊ້ອຍ ກອງແກ້ວມະນີວົງ ຄະນະໜ່ວຍພັກ ແລະ ໄດ້ປະກອບຄຳຄິດຄຳເຫັນໃສ່ 2 ເອກະສານດັ່ງກ່າວຢ່າງກົງໄປກົງມາ. ກອງປະຊຸມໄດ້ຮັບຮອງເອົາ 2 ເອກະສານດັ່ງກ່າວຢ່າງເປັນເອກະສັນ.

ໃນຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນອົບຮົມສູນກາງພັກ, ຜູ້ຊີ້ນຳການດຳເນີນກອງປະຊຸມກາງສະໄໜຂອງແຕ່ລະໜ່ວຍພັກພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ, ເພື່ອເປັນເຂັມທິດເຍືອງທາງ ໃນການເຄື່ອນໄຫວວຽກງານຂອງກົມກວດກາ ໃຫ້ມີບາດກ້າວໃໜ່ ຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານປະຕິບັດໜ້າທີ່ການເມືອງ ໃນໄລຍະຜ່ານມາຂອງໜ່ວຍພັກ ພ້ອມທັງເນັ້ນໜັກໃຫ້ ຄະນະໜ່ວຍພັກ ກໍຄືສະມາຊິກທັງໜົດ ເອົາໃຈໃສ່ແກ້ໄຂດ້ານທີ່ຍັງຄົງຄ້າງເປັນຕົ້ນແມ່ນການນຳພາດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ເອົາໃຈໃສ່ລົງເລິກໃກ້ຊິດຕິດແທດວຽກງານວິຊາສະເພາະຂອງສະມາຊິກພັກ, ຍຶດໜັ້ນແບບແຜນການນຳພາລວມສູນປະຊາທິປະໄຕ, ຕິດຕາມຊ່ວຍເຫຼືອກໍ່ສ້າງສະມາຊິກຢ່າງທົ່ວເຖິງ. ເພີ່ມທະວີຄວາມຮັບຜິດຊອບ ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ ແລະ ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນທັງພາຍໃນ ແລະ ພາຍນອກ ພ້ອມທັງຈັດຕັ້ງປະຕິບັດໜ້າທີ່ການເມືອງກໍຄືທິດທາງແຜນການທ້າຍສະໄໝຂອງໜ່ວຍພັກກົມກວດກາໃຫ້ມີຜົນສຳເລັດ.

ຂ່າວ: ສີມອນ ກາຖາຍະລາດ