ພິທີເປີດຝຶກອົບຮົມວຽກງານໂຄສະນາອົບຮົມ 7 ແຂວງພາກເໜືອປະຈໍາປີ 2023.


ພິທີເປີດຝຶກອົບຮົມວຽກງານໂຄສະນາອົບຮົມ 7 ແຂວງພາກເໜືອປະຈໍາປີ 2023.
ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝຶກອົບຮົມວຽກງານໂຄສະນາອົບຮົມ 7 ແຂວງພາກເໜືອປະຈໍາປີ 2023 ຂຶ້ນໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2023, ທີ່ ແຂວງ ອຸດົມໄຊ ໂດຍໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກງານພັກ-ພະນັກງານ, ມີພະນັກງານຈາກສູນກາງ, ຄູອາ ຈານ ແລະ ບັນດາພະນັກງານໂຄສະນາອົບຮົມ ທີ່ມາຈາກແຂວງ ແລະ ເມືອງໃນ 7 ແຂວງພາກເໜືອ.

ຈຸດປະສົງເພື່ອຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວຽກວິຊາສະເພາະໃຫ້ແກ່ພະນັກງານໂຄສະນາອົບຮົມທົ່ວປະເທດເພື່ອ “ສ້າງການຫັນປ່ຽນດ້ານຈິນຕະ ນາການ, ຍົກສູງຄຸນນະພາບ ຂອງວຽກການເມືອງ-ແນວຄິດ ແລະ ທິດສະດີຂອງພັກ” ແລະ ປະຕິບັດຕາມຄໍາຂວັນຂອງກອງປະຊຸມວຽກງານການເມືອງ-ແນວຄິດຄັ້ງທີ V “ເພີ່ມທະວີການນໍາພາຂອງພັກ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງວຽກງານການເມືອງແນວຄິດ, ທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່” ແລະ ສືບຕໍ່ປະຕິບັດເນື້ອໃນມະຕິ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່.
ການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ບັນດາເອກະສານກ່ຽວກັບວຽກງານໂຄສະນາອົບຮົມໃນແຕ່ລະຫົວຂໍ້ ເພື່ອເປັນບ່ອນອີງພຶ້ນຖານໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຕົວຈິງ.
 ເນື້ອໃນເອກະສານຝຶກອົບຮົມ ໃນຄັ້ງນີ້ມີ 9 ຫົວຂໍ້ ທີ່ສໍາຄັນລະອຽດມີດັ່ງນີ້:
ບົດທີ 1: ວຽກງານໂຄສະນາອົບຮົມຂອງພັກໃນໄລຍະໃໝ່
ບົດທີ 2: ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານໂຄສະນາອົບຮົມຂອງພັກ
ບົດທີ 3: ສິລະປະໃນການເວົ້າ (ວາທະສິນ) ແລະ ການໂຄສະນາ-ປາຖະກະຖາ.
ບົດທີ 4: ວຽກງານໂຄສະນາ.
ບົດທີ 5: ວຽກງານໂຄສະນາຜ່ານສື່.
ບົດທີ 6: ກາ¬ນຂຽນ¬ ແລະ ບັນຍາຍເອກະສານອົບຮົມ.
ບົດທີ 7: ວຽກງານຄົ້ນຄວ້າ-ສັງລວມ.
ບົດທີ 8: ວຽກງານຫາງສຽງສັງຄົມ ແລະ ວິທີເກັບກໍານໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານໂຄສະ ນາອົບຮົມ .
ບົດທີ 9: ວຽກງານເລຂານຸການ-ການນໍາ.