ກອງປະຊຸມທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ກາງສະໄໝທີ XI ທີ່ຈຸດທາບທາມແຂວງອຸດົມໄຊ.


ກອງປະຊຸມທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ກາງສະໄໝທີ XI ທີ່ຈຸດທາບທາມແຂວງອຸດົມໄຊ.
ໃນວັນທີ່ 24 ກໍລະກົດ 2023 ນີ້ ທີ່່ສະໂມສອນແຂວງອຸດົມໄຊ ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ຄະນະບໍລິະຫານງານພັກແຂວງ 4 ແຂວງພາກເໜືອຄື: ອຸດົມໄຊ, ຜົ້ງສາລີ ,ຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ ລວມທັງໝົດ 123 ຍີງ 16 ສະຫາຍ.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ຈຸດປະສົງ, ລະດັບຄາດໝາຍ ແລະ ຄວາມສຳຄັນຂອງຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ, ມາດ ຕະຖານລວມ, ມາດຕະຖານສະເພາະ ຂອງຄະນະບໍລິຫານງານສູນກາງພັກ ແລະ ໜ້າທີ່ຂອງຄະນະບໍລິຫານງານສູນກາງພັກ, ໂອກາດນີ້ ສະຫາຍຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໄດ້ມີຄໍາຄິດເຫັນໂອ້ລົມ ແລະ ເນັ້ນໜັກບາງບັນຫາຕໍ່່ກັບການທາບທາມຄັ້ງນີ້ ໂດຍຍົກໃຫ້ເຫັນດ້ານຕັ້ງໜ້າ ດ້ານອ່ອນຂໍ້ຄົງຄ້າງ ສາເຫດທີ່ຈະຕ້ອງປະປັບປຸງແກ້ໄຂໃນຕໍ່ໜ້າ ແລະ ພ້ອມກັນຄົ້ນຄວ້າ ມີຄຳເຫັນໃນບັນຫາສຳຄັນຕ່າງໆ ທີ່ບໍ່ຜ່ານມາດຖານ ຄຸນລັກສະນະຂອງພະນັກງານນຳພາຄຸ້ມຄອງ ເປັນຕົ້ນແມ່ນຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ຈັນຍາບັນ, ຄວາມຮັບຜິດຊອບທາງດ້ານການເມືອງ, ແບບແຜນວິທີນໍາພາ, ຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ ລວມທັງແບບແຜນການດຳລົງຊິວິດ, ການສວຍໃຊ້ໜ້າທີ່ຕ່ໍາແໜ່ງບໍ່ຖຶກຕ້ອງ, ການພົວພັນໃນສັງຄົມ, ທັດສະນະມະຫາຊົນ ຄວາມຈິງໃຈຮັບເອົາຄວາມຄິດເຫັນຂອງໜູ່ຄະນະ ເຊີ່ງບັນຫາເຫຼົ່ານີ້ຈະເປັນຂໍ້ມູນໃຫ້ແກ່ສູນກາງພັກໃນການຄັດເລືອກບຸກຄະລາກອນທີ່ມີຄຸນທາດການເມືອງໜັກແໜ້ນ ແລະ ມີມາດຖານເງື່ອນໄຂຄົບຖ້ວນໃນການສືບທອດພາລະກິດຂອງພັກເຮົາ. ສຳລັບການຈັດກອງປະຊຸມ ທາບທາມຄັ້ງນີ້ ເປັນການເປີດກ້ວາງໃຫ້ສະມາຊິກພັກໄດ້ປະກອບຄວາມຄິດເຫັນ ຕໍ່ຄວາມຮັບຜິດຊອບລວມຂອງຄະນະບໍລິຫານສູນກາງພັກ, ຕໍ່ແຕ່ລະສະຫາຍກໍາມະການສູນກາງພັກ, ເພື່ອແນ່ໃສປັບປຸງພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກ ແໜ້ນ ແລະ ເປັນເອກະພາບສູງເພື່ອສຶບຕໍ່ເປັນຫຼັກແຫຼ່ງນຳພາປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ 11 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ບັນລຸຕາມລະດັບຄາດໝາຍທີ່ກໍານົດໄວ້. ຈາກນັ້ນຄະນະຮັບຜິດຊອບ ໄດ້ແຈກຍາຍບັດທາບທາມໃຫ້ຄະນະບໍລິຫານງານພັກແຂວງ 4 ແຂວງໄດ້ລົງຄຳເຫັນ “ເຫັນຊອບ ແລະ ບໍ່ເຫັນຊອບ” ພ້ອມທັງອະທິບາຍເຫັດຜົນໃຫ້ແຕ່ລະສະຫາຍຄະນະບໍລິຫານງານສູນກາງພັກ.
ຂ່າວ,ພາບ: ສະຖານນີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ.