ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022

ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022.
ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2023 ຄະນະກວດກາຄະນະໂຄສະນາອົບສູນກາງພັກ ນຳໂດຍ ທ່ານ ນ ພວງມະລີ ອັກຄະມົນຕີ ຮອງປະທານກວດກາ ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກໄດ້ເຄື່ອນໄຫວກວດກາປົກກະຕິ ຫ້ອງການສະພາທິດດີສູນກາງພັກ ຢູ່ ທີ່ຫ້ອງປະຊຸມຊັ້ນ 1 ສະພາທິດສະດີສູນກາງພັກ.

ໃນໂອກາດດັ່ງກ່າວ ທ່ານ ນ ພອນທິບ ສີຈະເລີນ ເລຂາ ຫົວໜ້າຫ້ອງການສະພາທິດສະດີ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາຕາມການເຈາະຈີ້ມຂອງກົມກວດກາ, ເປັນຕົ້ນແມ່ນ ໜ່ວຍພັກ ໄດ້ເປັນເຈົ້າການ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ , ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກ ໂດຍການຫັນມາເປັນທິດທາງ ແຜນການ , ແຜນງານ,ໂຄງການ ລະອຽດ ຂອງໜ່ວຍພັກ ພ້ອມທັງນຳພາຈັດຕັ້ງຜັນຂະຫຍາຍ ແລະ ນຳພາຈັດຕັ້ງປະຕິບັດ ໂດຍຖືເອົາການສຶກສາອົບຮົມສະມາຊິກພັກ, ພະນັກງານໃຫ້ມີຄວາມໜັກແໜ້ນອຸດົມການສັງຄົມນິຍົມ, ປະຕິບັດກົດລະບຽບຂອງພັກ, ສິດ, ໜ້າທີ່, ພັນທະ ແລະ ຂໍ້ຫ້າມຂອງສະມະຊິກພັກ, ສຶກສາອົບຮົມສະມາຊິກພັກ ພາຍໃນໜ່ວຍ ໃຫ້ມີຄວາມເຊື່ອໜັ້ນຕໍ່ການນຳພາຂອງພັກ ພາຍໃນໜ່ວຍ ໃຫ້ມີຄວາມເຊື່ອໜັ້ນຕໍ່ການນຳພາຂອງພັກ, ມິຄຸນທາດການເມືອງໜັກແໜ້ນ ແລະ ມີຄຸນສົມບັດສິນທຳປະຕິວັດທີ່ດີ, ມີສະຕິຕໍ່ການຈັດຕັ້ງ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໜາຍ ນອກນັ້ນ ຍັງໄດ້ນຳພາສະມະຊິກພັກ ດຳເນີນຊີວິດການເມືອງເປັນປົກກະຕິ ການດຳເນີນຊີວິດການເມືອງແຕ່ລະຄັ້ງ ໄດ້ຖືເອົາການຕຳນິຕິຊົນຕົນເອງ, ຕິຊົມກັນພາຍໃນພັກເປັນບັນຫາສຳຄັນ ແລະ ມີຄວາມກ້າຫານຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ.
ໃນໂອກາດດັ່ງກ່າວ ທ່ານ ນ ພວງມະລີ ອັກຄະມົນຕີ ຮອງປະທານກວດກາ ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຊົມເຊີຍຕໍ່ຜົນງານດ້ານຕ່າງໆທີ່ ສະພາທິດສະດີສູນກາງພັກ ເຮັດສຳເລັດ ເປັນຕົ້ນປະຕິບັດໜ້າທີ່, ຂອບເຂດສິດຂອງໜ່ວຍພັກສະມາຊິກພັກ ແລະ ພະນັກງານ- ລັດຖະກອນພາຍໃນກົມທັງເປັນການຍົກສູງຄຸນນະພາບໃຫ້ມີຄວາມເຂັ້ມເແຂງສາມາດປະຕິບັດພາລະບົດບາດແລະຄວາມຮັບຜິດຊອບຢ່າງມີປະສິດທິຜົນ.
ຂ່າວ:ສີມອນ ກາຖາຍະລາດ