ກົມກວດກາເຄື່ອນໄຫວເຮັດວຽກກວດກາປົກກະຕິ ປະຈຳປີ 2022.

ກົມກວດກາເຄື່ອນໄຫວເຮັດວຽກກວດກາປົກກະຕິ ປະຈຳປີ 2022.

         ໃນຕອນບ່າຍຂອງວັນທີ 24 ກໍລະກົດ 2023 ຄະນະກວດກາພັກ,ກົມກວດກາຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ນ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາພັກ ໄດ້ເຄື່ອນໄຫວກວດກາປົກກະຕິ ຢູ່ໜ່ວຍພັກຫ້ອງການ ຄະນະໂຄສານາອົບຮົມສູນກາງພັກ.

         ໃນໂອກາດດັ່ງກ່າວ ສະຫາຍ ສາຄອນ ພົມມະລາດ ກຳມະການ ຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງ ໜ່ວຍພັກ ກໍຄື ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະ 1 ປີ ຜ່ານມາ, ໄປຄຽງຄູ່ກັນນັ້ນ ກໍ່ໄດ້ເປັນເຈົ້າການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ,  ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງ ໜ່ວຍພັກ ມານຳພາຈັດຕັ້ງຜັນຂະຫຍາຍ  ແລະ  ມາເຜີຍແຜ່ຢູ່ໜ່ວຍພັກ, ໃນເວລາດຳເນີນຊີວິດການເມືອງຂອງໜ່ວຍພັກພ້ອມນັ້ນກໍໃຫ້ບັນດາສະມະຊິກເອົາໃຈໃສ່ປະຕິບັດກົດລະບຽບຂອງພັກ  ສິດ, ໜ້າທີ່, ພັນທະ ແລະ ຂໍ້ຫ້າມຂອງສະມະຊິກພັກ ເພື່ອສ້າງໃຫ້  ສະມາຊິກພັກ  ມີຄຸນທາດການເມືອງໜັກແໜ້ນ ແລະ ມີຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໜາຍ.

ໃນໂອກາດດັ່ງກ່າວ ສະຫາຍ  ນ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານຕ່າງໆທີ່ຫ້ອງການຍາດມາໄດ້ ອັນໄດ້ເຮັດໃຫ້ຫຼາຍວຽກໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ພ້ອມນັ້ນກໍ່ຍັງໄດ້ໃຫ້ຄຳເຫັນຊີ້ນຳ ຄະນະໜ່ວຍພັກ, ຄະນະຫ້ອງການເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ ສະມາຊິກພັກ ເພີ່ມທະວີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນກວ່າເກົ່າ.