ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນ ກາງພັກ ເປີດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ.


ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ.
ໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2023, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ໄດ້ເປີດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ ຫ້ອງອິນເຕີເນັດ ຊັ້ນ 3 ຂອງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ໃຫ້ກຽດກ່າວເປີດຊຸດຝຶກອົບຮົມໂດຍທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ເຂົ້າຮ່ວມມີ: ຄະ ນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ສະຫາຍ.


ຈຸດປະສົງໃນການເປີດຊຸດຝຶກອົບຮົມຄັ້ງນີ້ ເພືື່ອຍົກລະດັບຄວາມຮູ້ ຄວາມສາມາດ, ສ້າງຄວາມຊໍານານໃຫ້ແກ່ພະນັກງານ-ລັດຖະກອນຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີຄວາມສະດວກ ວ່ອງໄວ, ທັນກັບສະພາບແທດເໝາະກັບໜ້າທີ່ວຽກງານໃນໄລຍະໃໝ່ ແລະ ມີຄວາມທັນສະໄໝເທື່ອລະກ້າວ. ການຝຶກອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ຂັ້ນຕອນວິທີການຕ່າງໆໃນການນໍາໃຊ້ຄອມພິວເຕີເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມວ່ອງໄວ-ທັນສະໄໝ.
ເນື້ອໃນບົດຮຽນໃນການຝຶກອົບຮົມຄັ້ງນີ້ປະກອບມີ 2ພາກ 9 ຫົວບົດດັ່ງນີ້:
– ພາກທີ I ວິທີການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ເຊິ່ງປະກອບມີ 5 ຫົວຂໍ້່:
1. ຄວາມຮູ້ພຶ້ນຖານຂອງລະບົບຄອມພິວເຕີ
2. ວິທີສ້າງ Window ໃສ່ USB ດ້ວຍ rufus
3. ການຕິດຕັ້ງ ແລະ ນໍາໃຊ້ໂປຣແກຣມ Any desk ຄວບຄຸມຄອມພິວເຕີໄລຍະໄກ
4. ການຕິດຕັ້ງ Window ແລະ ໂປຮແກຣມພຶ້ນຖານ
5. ການບໍາລຸງຮັກສາຄອມພິວເຕີ
– ພາກທີ II ວິທີການນໍາໃຊ້ລະບົບອອນລາຍເຂົ້າໃນການເຄື່ອນໄຫວວຽກງານ ເຊິ່ງປະກອບມີ 3 ຫົວຂໍ້:
1. ວິທີການຮຽນ-ການສອນ ຜ່ານ Google meet ແລະ ໂປຮແກຣມສະທ້ອນຈໍ LetsView Sceen Mirroring App
2. ການເຮັດວຽກຜ່ານລີໂມດ Team Viewer, Any desk
3. ວິທີການເກັບຂໍ້ມູນ, ສ້າງເອກະສານຜ່ານລີ້ງ ແລະ ການສ້າງຟາຍເອກະສານຜ່ານ Qrcode ແລະ G-mail.

ໃນການຝຶກອົບຮົມຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 6 ວັນ ຈຶ່ງຈະສໍາເລັດ.