ກົມກວດກາຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ແລະ ແຜນປະຈຳປີ 2023.


ກົມກວດກາຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ແລະ ແຜນປະຈຳປີ 2023.
ໃນຕອນເຊົ້າ ວັນທີ 29 ມິຖຸນາ 2023 ຢູ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2022 ແລະ ແຜນປະຈຳປີ 2023 ຂື້ນພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ນ. ວິລະວອນ ພັນທະວົງ ກຳມະການປະຈຳພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ມີບັນດາຄະນະບໍລິຫານງານພັກ, ຫົວໜ້າ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານວິຊາການທົ່ວຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມໄດ້ເຜີຍແຜ່ເອກະສານສຳຄັນດັ່ງນີ້:
1. ບົດແນະນຳ ສະບັບເລກທີ 192/ຄກສພ, ລົງວັນທີ 26 ມີຖຸນາ 2017 ຂອງຄະນະກວດກາສູນກາງພັກ, ອົງການກວດກາລັດ ກະຊວງ-ອົງການ ແລະ ທ້ອງຖິ່ນ ( ສະບັບປັບປຸງ ).
2. ບົດແນະນໍາ ສະບັບເລກທີ 194/ຄກສພ, ລົງວັນທີ 08 ກໍລະກົດ 2021 ຂອງ ຄະນະກວດກາສູນກາງພັກວ່າດ້ວຍ ການຈັດຕັ້ງປະຕິບັດລະບຽບພັກ ສະໄໝທີ XI ກ່ຽວກັບການຕິດຕາມ, ກວດກາ ຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນ ຂອງພັກແຕ່ລະຂັ້ນ.
3. ຂໍ້ຕົກລົງ ສະບັບເລກທີ 253/ຄອສພ, ລົງວັນທີ 19 ຕຸລາ 2022 ຂອງ ຄະນະໂຄສະນາອົບຮົມສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກ ງານກວດກາ.
4. ບົດສະຫຼຸບຕີລາຄາວຽກງານກວດກາ ຂອງຄະນະກວດກາສູນກາງພັກ ປະຈຳປີ 2022.
5. ບົດສະຫຼຸບຕີລາຄາການເຄື່ຶອນໄຫວປີ 2016 ເຖິງປັດຈຸບັນ, ບາງເນື້ອໃນຕົ້ນຕໍສໍາລັບການ ເຄື່ອນໄຫວເຖິງ 2026.
6. ບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ຄະນະໂຄສະນາອົບຮົມສູນກາງພັກ ປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023.
7. ເອກະສານທວນຄືນວັນສ້າງຕັ້ງອົງການກວດກາພັກ-ລັດຄົບຮອບ 41 ປີ.
8. ບົດໂອ້ລົມຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາ ທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2022.
ຕອນທ້າຍ ຂອງກອງປະຊຸມ ສະຫາຍ ລາວປາວຊົງ ນະວົງໄຊ ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງສະຫາຍໄດ້ສະແດງຄວາມຊົມເຊີຍ ຄະນະກວດກາພັກ ຄະນະໂຄສະນາອົບ ຮົມສູນກາງພັກ ທີ່ພ້ອມກັນບຸກບືນສູ້ຊົນຈົນສາມາດຍາດໄດ້ຜົນສຳເລັດຫຼາຍຢ່າງ ໃນໄລຍະຜ່ານມາ, ໃນໂອກາດດຽວກັນນີ້ ສະຫາຍ ກໍຍັງໄດ້ຮຽກຮ້ອງໃຫ້ກົມກວດກາເຊິ່ງເປັນເສນາທິການໃຫ້ແກ່ຄະນະກວດກາພັກ ຄະນະໂຄສະນາອົບຮົມສູນກາງພັກເອົາໃຈໃສ່ວຽກງານກວດກາຫຼາຍຂື້ນ, ພ້ອມກັນສູ້ຊົນປະຕິບັດທິດທາງແຜນການທີ່ໄດ້ກຳນົດໄວ້ ໃຫ້ມີຜົນສຳເລັດຕາມຈຸດປະສົງ ແລະ ເປົ້າໜາຍ, ຖືສຳຄັນວຽກງານກວດກາພັກ ເພື່ອເຮັດໃຫ້ບັນດາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຊຸກຍູ້ ກວດກາການປະຕິບັດບັນດາແຜນງານ, ແຜນການ, ໂຄງການທີ່ອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກຳນົດອອກໃຫ້ໄດ້ຮັບການຈັດຕັ້ງປະຕິບັດສຳເລັດ ເພື່ອສ້າງການຫັນປ່ຽນໃໝ່ໃນວຽກງານໂຄສະນາອົບຮົມ.

ຂ່າວ: ສີມອນ ກາຖາຍາລາດ