ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022


ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022.
ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2023 ຄະນະກວດກາຄະນະໂຄສະນາອົບສູນກາງພັກ ນຳໂດຍ ທ່ານ ນ ວິະວອນພັນທະວົງ ກຳມະການປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານກວດກາ ໄດ້ເຄື່ອນໄຫວກວດກາປົກກະຕິ ນຳຄະນະກົມໂຄສະນາ ຢູ່ ທີ່ຫ້ອງປະຊຸມຊັ້ນ 2.

ໃນໂອກາດດັ່ງກ່າວ ສະຫາຍ ໂພເມກ ວິໄລສັກ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງ ກົມໄລຍະຜ່ານມາເຊິ່ງບາງຕອນໄດ້ກ່າວວ່າ: ພາຍຫຼັງກົມໂຄສະນາ ແລະ ວາລະສານໂຄສະນາໄດ້ໂຮມເຂົ້າຕາມມະຕິຕົກລົງ ຂອງຄະນະ ເລຂາທິການສູນກາງພັກ ໃນທ້າຍປີ 2022 ຄະນະໜ່ວຍພັກ ກໍຄື ຄະນະກົມ ໄດ້ເອົາໃຈໃສ່ນຳພາແນວຄິດ ຂອງພະນັກງານ, ສະມະຊິກພັກພາຍໃນກົມໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ໄປຄຽງຄູ່ກັນນັ້ນ ກໍໄດ້ເປັນເຈົ້າການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງ ໜ່ວຍພັກ ໂດຍການຫັນມາເປັນທິດທາງ ແຜນການ , ແຜນງານ,ໂຄງການ ລະອຽດ ຂອງໜ່ວຍພັກ ພ້ອມທັງນຳພາຈັດຕັ້ງຜັນຂະຫຍາຍ ແລະ ນຳພາຈັດຕັ້ງປະຕິບັດ; ສຶກສາອົບຮົມບັນດາສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນ, ການປະຕິບັດສິດ, ໜ້າທີ່, ພັນທະ ແລະ ຂໍ້ຫ້າມຂອງສະມະຊິກພັກ. ນອກຈາກນັ້ນຍັງໄດ້ນຳພາສະມະຊິກພັກ ດຳເນີນຊີວິດການເມືອງເປັນປົກກະຕິໂດຍຖືເອົາການຕຳນິຕິຊົນຕົນເອງ, ຕິຊົມກັນພາຍໃນພັກເປັນການກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະ ກັນ.
ໃນໂອກາດດັ່ງກ່າວ ສະຫາຍ ນ ວິລະວອນ ພັນທະວົງ ກຳມະການປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານດ້ານຕ່າງໆທີ່ ກົມໂຄສະນາ ເຮັດສຳເລັດໜ້າທີ່ພົ້ນເດັ່ນໃນຫຼາຍດ້ານ, ເຊິ່ງຫຼາຍວຽກມີການຫັນປ່ຽນໃໜ່ ໜ້າພູມໃຈ ເປັນຕົ້ນປະຕິບັດໜ້າທີ່, ຂອບເຂດສິດຂອງໜ່ວຍພັກສະມາຊິກພັກ ແລະ ພະນັກງານ- ລັດຖະກອນພາຍໃນກົມທັງເປັນການຍົກສູງຄຸນນະພາບໃນມີຄວາມເຂັ້ມແຂງສາມາດປະຕິບັດພາລະບົດບາດ ແລະ ຄວາມຮັບຜິດຊອບຢ່າງມີປະສິດທິຜົນ.
ຂ່າວ:ສີມອນ ກາຖາຍະລາດ