ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບ ຮອບ 73 ປີທີ່ຈະມາເຖິງນີ້.

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບ ຮອບ 73 ປີທີ່ຈະມາເຖິງນີ້.
ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 73 ປີ ວັນທີ 13 ສິງຫາທີ່ຈະມາເຖິງນີ້ ຊຶ່ງເປັນວັນທີ່ມີຄວາມໝາຍສຳຄັນທາງປະຫວັດສາດຂອງຊາດ ເປັນວັນທີ່ມີຄວາມເອກອ້າງທະນົງໃຈຂອງສື່ມວນຊົນລາວ ຊຶ່ງເປັນປາກກະບອກສຽງຂອງພັກ-ລັດ ເປັນນັກຮົບປະຕິວັດທີ່ມີຄວາມກ້າແກ່ນອາດຫານ ຜ່ານຜ່າທຸກອຸປະສັກນາໆປະການ ເປັນສື່ທີ່ນໍາເອົາແນວທາງ, ມະຕິ, ຄຳສັ່ງຕ່າງໆຂອງພັກ-ຂອງລັດມາຜັນຂະຫຍາຍ, ເຜີຍແຜ່ລົງສູ່ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງກວ້າງຂວາງ.

ໃນໂອກາດທີ່ມີຄວາມໝາຍສໍາຄັນ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ເປັນວັນທີ່ມີຄວາມໝາຍສຳຄັນສຸດ ຊຶ່ງພັກ-ລັດຖະບານ ໄດ້ເຫັນຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານດັ່ງກ່າວ ເພາະວຽກງານສື່ມວນຊົນເປັນວຽກງານທີ່ເປັນກະ ບອກສຽງ ເປັນວຽກງານທີ່ເປັນເສນາທິການໃຫ້ແກ່ພັກ-ລັດຂອງພວກເຮົາ, ສື່ທີ່ເປັນກະບອກສຽງຂອງພັກ-ລັດນີ້ມີຄວາມເຕີບໃຫຍ່ເຂັ້ມແຂງເປັນແຕ່ລະໄລຍະ ຊຶ່ງພາຍໃຕ້ການນຳພາຂອງຄະນະພັກແຕ່ລະຂັ້ນ ໂດຍສະເພາະອົງ ການທີ່ກ່ຽວຂ້ອງພາຍໃຕ້ການຊີ້ນຳໆພາຂອງອົງການປົກຄອງຂອງພວກເຮົານີ້, ສື່ໃນປັດຈຸບັນນັບມື້ນັບໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວເຂັ້ມແຂງ, ນັບມື້ທີ່ພວກເຮົາຈະຕ້ອງໄດ້ເປີດປະຕູເພື່ອຜັນຂະຫຍາຍວຽກງານສື່ຂອງພວກເຮົາໃຫ້ທັນກັບຍຸກ 4.0 ຊຶ່ງເປັນຍຸກທີ່ມີສິ່ງທ້າທາຍຫຼາຍ ເປັນຍຸກທີ່ມີການກຳເນີດເກີດຂຶ້ນຂອງສື່ສັງຄົມອອນລາຍຫຼາຍທີ່ສຸດ. ໂດຍສະເພາະສື່ຂອງພວກເຮົາ ເປັນສື່ທີ່ເປັນກະບອກສຽງຂອງສູນກາງພັກ ຈະຕ້ອງໄດ້ເອົາ ໃຈໃສ່ຕື່ມ. ທີ່ຜ່ານມາກໍເຮັດໄດ້ດີ ແຕ່ພວກເຮົາຕ້ອງໄດ້ເອົາໃຈໃສ່ບຸກບືນຫ້າວຫັນ ປັບປຸງພັດທະນາຕົນເອງໃຫ້ດີຂຶ້ນຕື່ມ, ອີງໃສ່ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່, ອີງໃສ່ຍຸກດີຈີຕອນໃນປັດຈຸ ບັນ ກ່ອນອື່ນໝົດບຸກຄະລາກອນພວກເຮົາ ຕ້ອງໄດ້ເອົາໃຈໃສ່ມີຄວາມກະຕືລືລົ້ນ, ມີຄວາມຫ້າວຫັນຂຶ້ນກວ່າເກົ່າ, ແຕ່ອີງໃສ່ຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກ-ລັດ ພວກເຮົາຕ້ອງໄດ້ມີການຝຶກອົບຮົມເລື້ອຍໆ, ຕ້ອງມີການຄົ້ນຄວ້າຮໍ່າຮຽນຢູ່ເລື້ອຍໆ, ຕ້ອງໄດ້ຊອກຮູ້ສິ່ງໃໝ່ໆຢູ່ເລື້ອຍໆ ເພື່ອຝຶກຕົນເອງໃຫ້ມີຄວາມຮູ້ເລິກເຊິ່ງກວ້າງຂວາງ. ສິ່ງສຳຄັນພວກເຮົາຕ້ອງໄດ້ມີການສູ້ຊົນ, ມີການແລກປ່ຽນບົດຮຽນກັບບັນດາເພື່ອນມິດຍຸດທະສາດ, ແລກປ່ຽນບົດຮຽນກັບບັນດາຜູ້ອາວຸໂສຜູ້ເພິ່ນມີບົດຮຽນມາກ່ອນ ເພື່ອເຮັດໃຫ້ສື່ພວກເຮົານັບມື້ນັບເຕີບໃຫຍ່ເຂັ້ມແຂງ ທັນກັບຍຸກສະໄໝ.

ທ່ານກ່າວເນັ້ນໃຫ້ຮູ້ອີກວ່າ: ໃນຍຸກ 4.0 ນີ້, ສື່ມວນຊົນພວກເຮົາຕ້ອງໄດ້ພັດທະນາປັບປຸງຕົນເອງໃຫ້ທັນກັບການຂະຫຍາຍຕົວຂອງສື່ແບບໃໝ່ ພວກເຮົາຕ້ອງໄດ້ຫັນ ແລະ ເບິ່ງວ່າເຕັກນິກການຈັດພິມ, ດ້ານເນື້ອໃນບົດຄວາມ-ບົດຂ່າວຕ່າງໆຕ້ອງໃຫ້ທັນກັບເຫດການ, ທັນກັບສະພາບການ ມີຄວາມອຸດົມສົມບູນຫຼາກຫຼາຍສີສັນ, ຕອບໂຕ້ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ບັນຫາສຳຄັນ ສື່ຕ້ອງກຳໄດ້ແນວທາງໃຫ້ມັນໜັກແໜ້ນຂຶ້ນກວ່າເກົ່າ, ກຳເນື້ອໃນໃຫ້ມັນດີຂຶ້ນກວ່າເກົ່າ ເພື່ອໃຫ້ສື່ນັບມື້ນັບມີຄວາມອຸດົມສົມບູນທາງດ້ານເນື້ອໃນ-ຮູບການ ນັບມື້ນັບກວ້າງ ຂວາງຂຶ້ນກວ່າເກົ່າ, ມີການປະສານສົມທົບແໜ້ນລະຫວ່າງສູນກາງ-ທ້ອງຖິ່ນ ທັງພາຍໃນ-ສາກົນ, ມີຄວາມສາມັກຄີຢ່າງແໜ້ນແຟ້ນເພື່ອເຮັດແນວໃດໃຫ້ສື່ພວກເຮົານັບມື້ນັບໄດ້ຮັບການພັດທະນາກ້າວໜ້າຂຶ້ນໄປເລື້ອຍໆ.

ແຫຼ່ງຂ່າວຈາກ: ໜັງສືພິມປະຊາຊົນ

ໂດຍ: ພູວັນ