ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ


ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ

ຕອນເຊົ້າ ວັນທີ 16 ສິງຫາ 2023 ທີ່ຫ້ອງປະຊຸມຊັ້ນ 4 ກົມກວດກາຄະນະໂຄສະນາອົບຮົມສູນກາງພັກ ຈັດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ ຊຸດທີ III ຂຶ້ນ, ໃຫ້ກຽດເປັນປະທານ ໂດຍ ທ່ານ ນ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນ ກາງພັກ, ເຂົ້າຮ່ວມມີ ທ່ານ ວັນຄໍາ ໄຊວົງສັກ ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ຄະນະກວດກາສູນນກາງພັກ, ມີຄະນະກົມກວດກາ, ພ້ອມດ້ວຍພະນັກງານຜູູ້ເຮັດວຽກງານກວດກາ ຂອງບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຈໍານວນ 25 ທ່ານ.

ໃນພິທີ ທ່ານ ນ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການ ບົດຮຽນທີ່ຈະມາຝຶກອົບຮົມໃນຄັ້ງນີ້ ມີຈໍານວນ 8 ບົດຄື:
– ຄວາມຮູ້ພື້ນຖານກ່ຽວກັບ ວຽກງານກວດກາ ຂອງພັກ.
– ລະບຽບວິໄນຂອງພັກ ແລະ ກວດກາການລົງວິໄນພາຍໃນພັກ.
– ວິທີການສ້າງແຜນການດໍາເນີນການກວດກາ.
– ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລດ.
– ຄວາມຮູ້ພື້ນຖານກ່ຽວກັບກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.
– ວຽກງານຄົ້ນຄ້ວາແກ້ໄຂ ຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາາສະເໜີ.
– ຄວາມຮູ້ພື້ນຖານ ກ່ຽວກັບວຽກງານການຕິດຕາມ, ກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ.
– ກົງຈັກການຈັດຕຕັ້ງ ແລະ ການບໍາລຸງສ້າງພະນກງານກວດກາ.

ການຝຶກອົບຮົມຈະໄດ້ດໍາເນີນໄປເປັນເວລາ 3 ວັນ ໃນຕອນບ່າຍ ຂອງວັນທີ 18 ສິງຫາ 2023 ຊຸດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ.
ໃນພິທີ ທ່ານ ນ ພວງມະລີ ອັກຄະມູນຕີ ກໍາມະການຄະນະພັກ, ຫົວໜ້າກົມກວດກາ ໄດ້ຂຶ້ນຜ່ານບົດສະຫຼຸບຜົນຂອງການຝຶກອົບຮົມວຽກງານກວດກາພັກ-ກວດກາລັດ ຊຸດທີ III ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານດີ ແລະ ຂໍ້ຄົງ ຄ້າງ, ບົດຮຽນທີ່ສາມາດຖອດຖອນໄດ້ ໃນການຝຶກກອົບຮົມ ໃນຄັ້ງນີ້ ຫຼັງຈາກນັ້ນ ທ່ານ ນ ວິລວອນ ພັນທະວົງ ກໍາມະການປະຈໍາພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ສໍາມະນາກອນ ພ້ອມທັງໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມ ພ້ອມທັງເນັ້ນໃຫ້ສໍາມະນາກອນນໍາເອົາຄວາມຮູ້ ແລະ ບົດຮຽນ ທີ່ບັນດາຄູອາຈານສົ່ງໃຫ້ໃນຄັ້ງນີ້ໄປໜູນໃຊ້ໃນວຽກງານຕົວຈິງ ຂອງຕົນໃຫ້ເກີດດອກອອກຜົນຫຼາຍທີ່ສຸດ.