ໜ່ວຍພັກກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ດຳເນີນກວດກາ ປົກກະຕິ ປະຈຳປີ 2022 ແລະ ດໍາເນີນຊິີວິດການເມືອງ ປະຈໍາເດືອນ

ໜ່ວຍພັກກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ດຳເນີນກວດກາ ປົກກະຕິ ປະຈຳປີ 2022  ແລະ ດໍາເນີນຊິີວິດການເມືອງ ປະຈໍາເດືອນ

ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2023 ຄະນະກວດກາພັກ,ກົມກວດກາຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ນ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາພັກ ໄດ້ເຄື່ອນໄຫວກວດກາປົກກະຕິ ຢູ່ໜ່ວຍພັກກົມກວດກາ ເຂົ້າຮ່ວມີຄະນະໜ່ວຍພັກ, ຄະນະກົມ ແລະ ພະນັກງານພາຍໃນກົມທັງໜົດໄດ້ຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ ສະຫາຍ ນ. ພວງມະລີ  ອັກຄະມົນຕີ ຮອງປະທານກວດກາ, ຫົວໜ້າກົມກວດກາ ໄດ້ລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດວຽກງານຂອງ ໜ່ວຍພັກ ກໍຄື ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະຜ່ານມາ, ໄດ້ເປັນເຈົ້າການນໍາພາສະມາຊິກພາຍໃນໜ່ວຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ,  ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ເປັນຕົ້ນແມ່ນບັນດາ ແຜນງານ, ໂຄງການຕ່າງໆຂອງ ຄະນະໂຄສະນາອົບຮົມສູນກາງພັກ,  ນໍາພາຈັດຕັ້ງຜັນຂະຫຍາຍ  ແລະ  ເຜີຍແຜ່ຢູ່ໃນໜ່ວຍພັກ, ໃນເວລາດຳເນີນຊີວິດການ ເມືອງຂອງໜ່ວຍພັກ ພ້ອມນັ້ນກໍ່ໄດ້ເໜັ້ນໜັກໃຫ້ສະມະຊິກເອົາໃຈໃສ່ປະຕິບັດກົດລະບຽບຂອງພັກ  ສິດ, ໜ້າທີ່, ພັນ ທະ ແລະ ຂໍ້ຫ້າມຂອງສະມະຊິກພັກ ເພື່ອສ້າງໃຫ້ສະມາຊິກພັກມີຄຸນທາດການເມືອງໜັກແໜ້ນ ແລະ ມີຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໜາຍ. ແລະ ໃນໂອກາດນີ້ ໄດ້ດຳເນີນຊີວິດການເມືອງ ແລະ ປະຈໍາເດືອນ ແລະ ໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນ ຊ່ວຍເຫຼືອກໍ່ສ້າງ ເຊິ່ງກັນ ແລະ ກັນຢ່າງກົງໄປກົງມາເພື່ອກໍ່ສ້າງສະມາຊິກພັກ ໃຫ້ປອດໃສ ເຂັ້ມແຂງໜັກແໜ້ນ ກໍຄື ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງໜັກແໜ້ນ.

ໃນໂອກາດດັ່ງກ່າວ ສະຫາຍ  ນ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານຕ່າງໆ ເຊິ່ງເປັນກົມຫາກໍສ້າງຕັ້ງຂື້ນໃໜ່, ສາມາດເຮັດຫຼາຍໜ້າທີ່, ມີຜົນສຳເລັດຫຼາຍດ້ານອັນໄດ້ເຮັດໃຫ້ຫຼາຍວຽກໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ພ້ອມນັ້ນກໍ່ຍັງໄດ້ໃຫ້ຄຳເຫັນຊີ້ນຳ ຄະ ນະໜ່ວຍພັກ, ຄະນະກວດກາເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານສະມາຊິກພັກ ເພີ່ມທະວີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ຄວາມຮັບຜິດຊອບ ຂອງຕົນໃຫ້ສູງຂຶ້ນກວ່າເກົ່າ.