ກົມກວດກາເຄື່ອນໄຫວເຮັດວຽກກວດກາປົກກະຕິ


ກົມກວດກາເຄື່ອນໄຫວເຮັດວຽກກວດກາປົກກະຕິ.
ໃນຕອນເຊົ້າຂອງວັນທີ 04 ສິງຫາ 2023 ຄະນະກວດກາພັກ,ກົມກວດກາຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະ ຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາພັກ ໄດ້ເຄື່ອນໄຫວກວດກາປົກກະຕິ ຢູ່ໜ່ວຍພັກໜັງສືພິມປະຊາຊົນ ຄະນະໂຄສານາອົບຮົມສູນກາງພັກ.

ໃນໂອກາດດັ່ງກ່າວ ສະຫາຍ ວັນໄຊ ຕະວິນຍານ ກໍາມະການພັກ, ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງ ຄະນະໜ່ວຍພັກ ໜັງສືພິມປະຊາຊົນ ໃນໄລຍະ 1 ປີ ຜ່ານມາແມ່ນໄດ້ເອົາໃຈໃສ່ນຳພາແນວຄິດ ພະນັກງານ, ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ໄປຄຽງຄູ່ກັນນັ້ນ ກໍໄດ້ເປັນເຈົ້າການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍໄດ້ຫັນມາເປັນທິດທາງ ແຜນການ , ແຜນງານ,ໂຄງການ ລະ ອຽດ ໃນເວລາດໍາເນີນຊີວິດການເມືອງຂອງໜ່ວຍພັກໄດ້ເໜັ້ນໜັກການປະຕິບັດກົດລະບຽບຂອງພັກ ສິດ, ໜ້າທີ່, ພັນທະ ແລະ ຂໍ້ຫ້າມຂອງສະມະຊິກພັກ ເພື່ອສຶກສາອົບຮົມ ສະມາຊິກພັກ ພາຍໃນໜ່ວຍ ໃຫ້ມີຄຸນທາດການເມືອງໜັກແໜ້ນ ແລະ ມີຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບ. ໜາຍ ນອກນັ້ນ ຍັງໄດ້ນຳພາສະມະຊິກພັກ ດຳເນີນຊີວິດການເມືອງເປັນປົກກະຕິ ໂດຍໄດ້ຖືເອົາການຕຳນິຕິຊົມຕົນເອງ, ຕິຊົມກັນພາຍໃນພັກເປັນບັນຫາສຳຄັນ ເພື່ອກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນເຮັດໃຫ້ ໜ່ວຍພັກມີຄວາມສາມັກຄີ ໜັກ ແໜ້ນພ້ອມນີ້ກໍເອົາໃຈໃສ່ວຽກງານຂະຫຍາຍສະມະຊິກພັກ ໂດຍຖືເອົາຄຸນນະພາບເປັນກົກ, ກໍ່ສ້າງມະຫາຊົນຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ.
ໃນໂອກາດດັ່ງກ່າວ ສະຫາຍ ນ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານຕ່າງໆທີ່ ໜັງສືພິມປະຊາຊົນ ເຮັດສຳເລັດໜ້າທີ່ພົ້ນເດັ່ນໃນຫຼາຍດ້ານ, ເຊິ່ງມີຫຼາຍວຽກໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ພ້ອມນັ້ນຍັງໄດ້ໃຫ້ຄຳເຫັນຊີ້ນຳ ຄະນະໜ່ວຍພັກ, ໜັງສືພິມປະຊາຊົນ ເອົາໃຈ ໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ ສະມາຊິກພັກ, ເພີ່ມທະວີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ຄວາມຮັບຜິດຊອບ ຂອງຕົນໃຫ້ສໍາເລັດຕາມແຜນການທີ່ວາງໄວ້.