ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນຍຶດອໍານາດ 23 ສິງຫາ ຄົບຮອບ 78 ປີ ,ວັນລັດ ຖະທໍາມະນູນຄົບ ຮອບ 32 ປີ ແລະ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິ ຫານງານພັກ ຄັ້ງທີ 6 ສະໄຫມທີ XI.


ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນຍຶດອໍານາດ 23 ສິງຫາ ຄົບຮອບ 78 ປີ ,ວັນລັດ ຖະທໍາມະນູນ ຄົບຮອບ32 ປີ ແລະ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກ ຄັ້ງທີ 6 ສະໄຫມທີ XI.
ໃນວັນທີ 29 ສິງຫາ 2023 ຜ່ານມາ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນຍຶດອໍານາດ 23 ສິງຫາ ຄົບຮອບ 78 ປີ ,ວັນລັດຖະທໍາມະນູນ ຄົບຮອບ32 ປີ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 6 ສະໄຫມທີ XI, ຂຶ້ນທີ່ ສະໂມສອນໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6) ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະ ດີສູນກາງພັກ; ເຂົ້າຮ່ວມມີ: ຄະນະປະຈໍາພັກ, ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະ ນັກງານທົ່ວ ຄອສພ ເຂົ້າ ຮ່ວມຢ່າງພ້ອມພຽງ.


ໃນພິທີ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດຂຶ້ນປາຖະກະຖາວັນລັດຖະທໍາມະນູນ ຄົບຮອບ 32 ປີ ເຊີ່ງທ່ານໄດ້ຍົກໃຫ້ເຫັນເຖິງຕົ້ນກໍາເນີດ ແລະ ຄວາມຫມາຍສໍາຄັນຂອງວັນລັດຖະທໍາມະນູນ, ການຈັດຕັ້ງປະຕິບັດລັດຖະທໍາມະນູນເຂົ້າໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດຫມາຍ, ການເພີ່ມທະວີການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດຫມາຍຕ່າງໆ.

ຈາກນັ້ນ ທ່ານ ວັນໄຊ ຕະວິນຍານ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໃຫ້ກຽດຂຶ້ນປາຖະກະຖາ ວັນຍຶດອໍານາດ 23 ສິງຫາ ຄົບຮອບ 78 ປີ ເຊິ່ງທ່ານໄດ້ເລົ່າເຖິງມູນເຊື້ອປະຫວັດຄວາມເປັນມາຂອງວັນດັ່ງກ່າວໃຫ້ແກ່ສະມາຊິກພັກ-ພະນັກ ງານໄດ້ຮັບຮູ້ ແລະ ເຂົ້າໃຈ ໃຫ້ກວ້າງຂວາງເລິກເຊິ່ງ, ປຸກລະດົມການເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ແລະ ການປະຕິບັດ 2ວາລະແຫ່ງຊາດ ໃນໄລຍະທ້າຍສະໄໝ ໃຫ້ປະກົດຜົນເປັນຈິງ.
ຫຼັງຈາກນັ້ນ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດເຜີຍ ແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ6 ສະໄຫມທີ XI ຊຶ່ງກອງປະຊຸມໄດ້ສະຫຼຸບຕີລາຄາໃນ 7 ຫົວຂໍ້ຄື:
1. ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ຄາດຄະເນທິດທາງ ແຜນວຽກຈຸດສຸມ 6 ເດືອນທ້າຍປີ2023ຕິດພັນກັບການຕີລາຄາການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.
2. ຕີລາຄາການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃຫມ່ແລະທິດທາງແຜນການໃນຕໍ່ຫນ້າ.
3. ຕີລາຄາການຈັດຕັ້ງປະຕິບັດວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດແຕ່ໄລນະປີ2007-2022 ແລະ ທິດທາງຕໍ່ຫນ້າ.
4. ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.
5. ກອງປະຊຸມໄດ້ປຶກສາຫາລື ແລະ ໃຫ້ທິດຊີ້ນໍາການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃຫມ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ.
6. ຄະນະບໍລິຫານງານສູນກາງພັກໄດ້ຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ໂຄງຮ່າງໂຄງການການເມືອງຂອງພັກເພື່ອກຳນົດວິໄສທັດຍຸດທະສາດຍາວນານຂອງການປະຕິວັດຂອງພັກເຮົາ,ກຳນົດຈຸດຫມາຍເສັ້ນທາງກ້າວເດີນ ຂອງປະເທດຊາດໃນແຕ່ລະໄລຍະເພື່ອສືບຕໍ່ນໍາພາບັນລຸຕາມອຸດົມການຂອງພັກ ກໍຄື ຄວາມມຸ້ງມາດປາຖະໜາຂອງປະຊາຊົນລາວ.
7. ກອງປະຊຸມຍັງໄດ້ວາງວຽກງານຈຸດສຸມໃນການຊີ້ນໍາແຕ່ນີ້ຮອດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄຫມທີ XI
ໃນຕອນບ່າຍ ທ່ານ ອານົງສັກ ອິນທະວົງ ກໍາມະການຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ສືບຕໍ່ ເຜີຍແຜ່ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 08ສິງຫາ 2023 ແລະ ຄໍາແນະນໍາຄະນະຈັດຕັ້ງສູນກາງພັກ ການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່3 ຂັ້ນຂອງພັກ ສະບັບເລກທີ 211/ຄຈສພ ນະຄອນຫລວງວຽງຈັນ, ລົງວັນທີ 16 ສິງຫາ 2023.
ໃນຕອນທ້າຍພິທີ ທ່ານ ຄໍາພັນ ເຜີຍຍະວົງ ໄດ້ໃຫ້ກຽດໂອ້ລົມທັງເນັ້ນໜັກໃຫ້ພະນັກງານໃນທົ່ວ ຄອສພ ເອົາໃຈໃສ່ຢ່າງເປັນເຈົ້າການໃນການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ 6 ສະໄໝ XIຂອງພັກ ອັນທີ່ກ່ຽວພັນ ແລະ ເປັນພັນທະຂອງ ຄອສພ ພວກເຮົາໃຫ້ສໍາເລັດຕາມການມອບໝາຍຈາກຂັ້ນເທິງ.