ຄອສພ ເປີດຊຸດຝຶກອົບຮົມວຽກງານໂຄສະນາຜ່ານສື່ ແລະ ຜູ້ດໍາເນີນລາຍການວິທະຍຸ-ໂທລະພາບ.


ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ໃຫ້ກັບພະນັກງານຜູ້ທີ່ເຮັດວຽກງານສື່ມວນຊົນພາຍໃນ ຄອສພ ແລະ ບັນດາສື່ມວນຊົນ ຂອງອົງການພັກ ກ່ຽວກັບວຽກງານໂຄສະນາຜ່ານສື່. ໃນຕອນເຊົ້າຂອງວັນທີ 26 ກັນຍາ 2023 ຢູ່ທີຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ( ຄອສພ ) ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານໂຄສະນາຜ່ານສື່ ແລະ ຜູ້ດໍາເນີນລາຍການວິທະຍຸ-ໂທລະພາບ ຂຶ້ນ ໃຫ້ກຽດເປັນປະທານ ແລະ ກ່າວເປີດຝຶກອົບຮົມ ໂດຍ ທ່ານ ນ. ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ຮອງຫົວໜ້າ ຄອສພ, ມີ ທ່ານ ວັນໄຊ ຕະວິນຍານ ກໍາມະການຄະນະພັກ, ຮອງຫົວໜ້າ ຄອສພ, ຜູ້ຊີ້ນໍາວຽກງານໂຄສະນາຜ່ານສື່, ທ່ານ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາ, ພະນັກງານກົມໂຄສະນາ, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ວາລະສານອາລຸນໃໝ່, ໜັງສືພິມປະຊາຊົນ, ວາລະສານກໍ່ສ້າງພັກ, ວາລະສານກວດກາ ແລະ ວາລະສານປ້ອງກັນຊາດເຂົ້າຮ່ວມ 36 ຄົນ.

ໃນພິທີ ທ່ານ ນ. ວິລະວອນ ພັນທະວົງ ໃຫ້ກຽດກ່າວເປີດກອງປະຊຸມໂດຍ ໄດ້ກ່າວວ່າ: ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ ໂດຍສະເພາະ ແມ່ນການຫັນປ່ຽນສື່ມວນຊົນໃຫ້ມີຄຸນນະພາບ ມີເນື້ອໃນຄວາມອຸດົມສົມບູນ, ມີປະສິດທິພາບ, ເພື່ອຮອງຮັບໃຫ້ແກ່ການສ້າງລາຍການໂທລະພາບ ຂອງຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້ ໃນໂອກາດນີ້ ທ່ານ ຍັງໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນ ຈົ່ງພ້ອມກັນຍາດແຍ່ງເອົາຄວາມຮູ້, ບົດຮຽນຕ່າງໆນໍາ ຄູ-ອາຈານ ຮັບເຊີນຈາກໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ, ຂ່າວສານປະເທດລາວເຊິ່ງເປັນຜູ້ທີ່ມີປະສົບການ ໃຫ້ໄດ້ຫຼາຍທີ່ສຸດ ແລະ ນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານວິຊາສະເພາະ ໃຫ້ເກີດຜົນເປັນຈິງ.
ການຝຶກອົບຮົມໃນຄັ້ງນີ້ ນັກສໍາມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານວຽກງານໂຄສະນາຜ່ານສື່ ໂດຍສະເພາະ ແມ່ນບົດຮຽນ, ເຕັກນິກ ແລະ ທັກສະການເປັນໂຄສົກລາຍການວິທະຍຸ, ລາຍການໂທລະພາບ, ເຕັກນິກການນໍາໃຊ້ກ້ອງວິດີໂອ, ການຖ່າຍຮູບນິ່ງ, ການຕັດຕໍ່ຮູບພາບ ແລະ ສຽງ ແລະ ການຂຽນບົດປະເພດຕ່າງໆລົງສື່ມວນຊົນ ເປັນຕົ້ນ; ການຂຽນຂ່າວອອກໜັງສື່ພິມ, ເວັບໄຊ, ບົດອອກວາລະສານ ແລະ ບົດອອກລາຍການວິທະຍຸ. ການຝຶກອົບຮົມ ຈະໄດ້ດໍາເນີນໄປເປັນເວລາ 4 ວັນ ນັບແຕ່ ວັນທີ 26 – 29 ກັນຍາ 2023 ຈຶ່ງຈະປິດລົງ.
ຂ່າວ:ລຽນສີ, ພາບ: ເຕັກນິກ