ມະຫາວິທະຍາໄລແຫ່ງຊາດ ຈັດພິທີປາຖະກະຖາ ວັນເກີດທ່ານ ປະທານ ສຸພານຸວົງ ຄົບຮອບ 114 ປີ

ມະຫາວິທະຍາໄລແຫ່ງຊາດ ຈັດພິທີປາຖະກະຖາ ວັນເກີດທ່ານ ປະທານ ສຸພານຸວົງ ຄົບຮອບ 114 ປີ

        ວັນທີ 1 ກັນຍາ 2023 ຜ່ານມານີ້ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຕັ້ງພິທີປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 114 ປີ ( 13 ກໍລະກົດ 1909-13 ກໍລະກົດ 2023 ). ໃຫ້ກຽດປາຖະກະຖາ ໃນຄັ້ງນີ້ ໂດຍ ທ່ານ ນ. ວິລະວອນ ພັນທະວົງ, ກໍາມະການປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ ທ່ານ ຄໍາເຟືອງ ລໍວັນໄຊ, ຄະນະພັກ, ຫົວໜ້າຫ້ອງການຈັດຕັ້ງ ແລະ ພະນັກງານ, ມີຄະນະພັກ, ຄະນະວິຊາໃນທົ່ວ ມຊ  ຈຳນວນ 291 ຄົນ, ຍິງ 113 ຄົນ ເຂົ້າຮ່ວມ.

ໃນພິທີ ອັນມີຄວາມໝາຍສໍາຄັນນີ້ ທ່ານ ນ. ວິລະວອນ ພັນທະວົງ ໄດ້ເລົ່າເຖິງຊີວິດ ແລະ ການເຄື່ອນໄຫວ, ຜົນງານ, ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ເຊິ່ງຕະຫຼອດໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອຊີ້ນໍາ-ນໍາພາຂະບວນການຕໍ່ສູ້ປະຕິວັດ ເພື່ອຍາດເອົາໄຊຊະນະອັນຍິ່ງໃຫຍ່ ມາໃຫ້ແກ່ປະເທດຊາດ ເຊີ່ງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໄດ້ເວົ້າເຖິງປະທານ ສຸພານຸວົງວ່າ: ປະທານ ສຸພານຸວົງ ໄດ້ພົ້ນເດັ່ນຂຶ້ນໃນຖານະທີ່ເປັນນັກຮົບຮັກຊາດຮຸ່ນທໍາອິດ ທີ່ໄດ້ເອົາຊີວິດຂອງຕົນ ຜູກພັນກັບການປະຕິວັດຕະຫຼອດມາ ໂດຍບໍງໍ້ງ່ຽງຕໍ່ຄວາມລໍາບາກ, ຄວາມເສຍສະຫຼະໃດໆ ບໍ່ຫວາດຫວັ່ນຕໍ່ກັບການຈັບກຸມຄຸມຂັັງ ຂອງສັດຕູ, ຍາມໃດກໍ່ຕໍ່ສູ້ ເພື່ອອຸດົມຄະຕິປະຕິວັດອັນສູງສົ່ງ, ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນຂອງປະເທດຊາດ, ເພື່ອອິດສະຫຼະພາບ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນລາວບັນດາເຜົ່າ. ໃນຫຼາຍສິບປີທີ່ຜ່ານມາ ປະທານ ສຸພານຸວົງ ໄດ້ຮ່ວມກັບໝູ່ຄະນະນໍາພາຂອງພັກ ກໍ່ສ້າງຮາກຖານການປະຕິວັດ ແລະ ຖານທີ່ໝັ້ນ ຕໍ່ຕ້ານທີ່ກ້າແກ່ນຕະຫຼອດມາ ໃນສອງສະໄໝຕໍ່ຕ້ານອັນຍາວນາມ ຂອງປະຊາຊົນເຮົາ. ປະທານ ສຸພານຸວົງ ເປັນຜູ້ນໍາທີ່ມີຄວາມຈົງຮັກພັກດີ ຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ ຍາມໃດກໍ່ໄດ້ຍົກສູງສະຕິ ມີລະບຽບວິໄນຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອຮັກແພງມິດສະຫາຍຢ່າງຈິງໃຈ, ດໍາລົງຊີວິດຢ່າງສັດຊື່ສຸດຈະລິດ ແລະ ງ່າຍດາຍ.

ໃນໂອກາດດັ່ງກ່າວນີ້ ທ່ານ ໄດ້ຍົກໃຫ້ເຫັນທາດແທ້, ຄວາມເສຍສະຫຼະ ທີ່ເຕັມໄປດ້ວຍຄວາມຮັກຊາດ ຮັກບ້ານເກີດເມືອງນອນ ທັງຍັງໄດ້ຮຽກຮ້ອງໃຫ້ພະນັກງານ-ສະມາຊິກພັກ, ຄູ-ອາຈານ ຈົ່ງຮໍ່າຮຽນເອົາຜົນງານ ແລະ ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ເປັນຕົ້ນ ຮຽນເອົາທັດສະນະຫຼັກໝັ້ນການເມືອງໜັກ ແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍ່ຄື ແນວທາງປ່ຽນແປງໃໝ່, ເອົາໃຈໃສ່ຝຶກຝົນຕົນເອງ ໃຫ້ກາຍເປັນພະນັກງານຮຸ່ນສືບທອດ ທີ່ຈົ່ງຮັກພັກດີຕໍ່ພັກ ແລະ ປະເທດຊາດ. ອອກແຮງສຶກສາຮໍ່າຮຽນທິດສະດີມາກ-ເລນິນ, ເຕັກນິກວິທະຍາສາດ, ພາສາຕ່າງປະເທດ ແລະ ວິຊາຊີບໃນຂະແໜງການຕ່າງໆ ເພື່ອໃຫ້ຕົນເອງ ມີຄວາມຮູ້ຄວາມສາມາດສູງ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ພ້ອມກັນນັ້ນ ກໍ່ຕ້ອງສ້າງໃຫ້ຕົນເອງເປັນຄົນກ້າຫານ, ກ້າຄິດ, ກ້າສະແດງອອກ ເພື່ອປະກອບຄໍາຄິດ ຄໍາເຫັນ ທີ່ເປັນປະໂຫຍດ ໃນການຈັດຕັ້ງປະຕິບັດແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ. ຕ້ອງເດັດດ່ຽວໜຽວແໜ້ນປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ຕໍ່ສູ້ທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິ ຂອງພວກສັດຕູ. ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ເດັດດ່ຽວສະກັດກັ້ນ ແລະ ຕີຖອຍທໍານອງ ແລະ ການເຄື່ອນໄຫວແບກແຍ່ງຄວາມສາມັກຄີລະຫວ່າງເຜົ່າ, ລະຫວ່າງສາສະໜາ ຂອງພວກອິດທິກໍາລັງປໍລະປັກຢ່າງທັນການ.