ພິທີເປີດວາລະສານອະລຸນໃໝ່ເອເລັກໂຕຣນິກ ຢ່າງເປັນທາງ ການ.


ໃນວັນທີ 9 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ ໄດ້ມີພິທີເປີດວາລະສານອະລຸນໃໝ່ເປັນວາລະສານເອເລັກໂຕຣນິກ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍນາງ ວິລະວອນ ພັນທະວົງ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວາລະສານອະລຸນໃໝ່, ມີພາກສ່ວນທີ່ກ່ຽວເຂົ້າຮ່ວມ ແລະ ບັນດາສື່ສິ່ງພິມອອນລາຍເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ວັນລາຕີ ຄໍາວານວົງສາ  ຫົວໜ້າບັນນາທິການວາລະສານອະລຸນໃໝ່ໄດ້ຂຶ້ນກ່າວລາຍງານປະຫວັດຄວາມເປັນມາຂອງວາລະສານອະລຸນໃໝ່ ທີ່ຮັບໃຊ້ທ່ານຜູ້ອ່ານຕະຫຼອດໄລຍະ 30 ປີຜ່ານມາ ແລະ ຈະສ້າງເປັນວາລະສານອະລຸນໃໝ່ເອເລັກໂຕຣນິກ ນັ້ນແມ່ນບາດກ້າວໃໝ່ທີ່ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມພະຍາຍາມບຸກບືນ ແລະ ບົນຈິດໃຈສ້າງການຫັນປ່ຽນສູ່ຄຸນນະພາບໃໝ່ ຂອງວາລະສານອະລຸນໃໝ່ ດ້ວຍຄວາມເປັນເຈົ້າການ, ປະດິດສ້າງ ແລະ ປັບປຸງຢ່າງຕັ້ງໜ້າເພື່ອຕອບສະໜອງ ຄວາມຕ້ອງການດ້ານຂໍ້ມູນຂ່າວສານໃຫ້ຜູ້ອ່ານມີທາງເລືອກທີ່ສະດວກ, ການສ້າງເປັນວາລະສານອະລຸນໃໝ່ເອເລັກໂຕຣນິກ ແນ່ໃສ່ເພື່ອຍົກລະດັບ, ຍົກສູງຄວາມສາມາດດ້ານຕ່າງໆ ເພື່ອເພີ່ມປະສິດທິພາບ, ປະສິດທິຜົນໃນວຽກງານໂຄສະນາສຶກອົບຮົມ, ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຈາກສູນກາງພັກ, ກຳແໜ້ນສະຖານະການ ແລະ ຕອບສະໜອງບັນດາຂໍ້ມູນທີ່ວ່ອງໄວ ຜ່ານສື່ມວນຊົນ ເປັນຕົ້ນຜ່ານສື່ແບບໃໝ່ໃຫ້ແກ່ການນຳ, ພະນັກງານ, ສະມາຊິກພັກ ທັງສູນກາງ ແລະ ທ້ອງຖິ່ນໃຫ້ກວ້າງຂວາງກວ່າເກົ່າ, ປະກອບສ່ວນໃຫ້ວາລະສານອະລຸນໃໝ່ ເຮັດສໍາເລັດ ໜ້າທີ່ການເມືືອງຂອງຕົນໃນການຫັນເປັນທັນສະໄໝ, ສົມກັບຄວາມເຊື່ອໝັ້ນ ຂອງພັກ-ລັດ ແລະ ປະຊາຊົນ.

ຫຼັງຈາກນັ້ນ ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ມີຄໍາເຫັນວ່າ: ກ່ອນໜ້ານີ້ 38 ປີ, ເນື່ອງ ໃນໂອກາດວັນສ້າງຕັ້ງ ແລະ ພິມຈຳໜ່າຍວາລະສານ ອະລຸນໃໝ່ ປະທານ ໄກສອນ ພົມວິຫານ ໄດ້ມີຄຳເຫັນວ່າ: “ວາລະສານອະລຸນໃໝ່ ແມ່ນອົງການ ທິດສະດີ ແລະ ການເມືອງຂອງສູນກາງພັກ ຊຶ່ງມີໜ້າທີ່ສໍາຄັນໃນການເຜີຍແຜ່, ສຶກ ສາອົບຮົມທິດສະດີມາກ-ເລນິນ, ທັດສະນະ, ແນວທາງ, ນະໂຍບາຍ ຂອງພັກ, ວາລະສານອະລຸນໃໝ່ ຍັງມີໜ້າທີ່ປະກອບສ່ວນເຂົ້າໃນການສະຫຼຸບສັງລວມ, ຖອດ ຖອນບົດຮຽນການນຳພາຂອງພັກໃນທຸກຂົງເຂດວຽກງານປະຕິວັດໃນແຕ່ລະໄລຍະ.
ພາຍໃຕ້ການນໍາພາຂອງພັກ ໂດຍສະເພາະການຊີ້ນໍາ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຄະນະໂຄສະນາອົບຮົມສູນກາງພັກ, ນັບແຕ່ປີ 1985 ຈົນ ເຖິງປັດຈຸບັນ ວາລະສານອະລຸນໃໝ່ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການເຮັດວຽກງານການເມືອງ-ແນວຄິດ, ວຽກງານ ໂຄສະນາອົບຮົມຂອງພັກ ໂດຍສະເພາະໄດ້ປະກອບສ່ວນສ້າງຄວາມຮູ້ກ່ຽວກັບການປ່ຽນແປງໃໝ່ດ້ານຈິນຕະນາການ, ຄວາມຮັບຮູ້ກ່ຽວກັບການສ້າງສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນຂອງປະເທດຊາດ, ເຊື່ອມຊຶມກຳແໜ້ນແນວທາງ ປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ດ້ວຍການ ຄົ້ນຄວ້າຂຽນບົດຕ່າງໆ, ແປ, ກວດແກ້, ຮຽບຮຽງ, ຈັດພິມລົງໃນບັນດາຄໍລຳຂອງວາລະສານເປັນປົກກະຕິ ແລະ ຕໍ່ເນື່ອງ. ໂດຍເຫັນໄດ້ບົດບາດຄວາມ ສຳຄັນຂອງໜ້າທີ່ການເມືອງນັບມື້ສູງຂຶ້ນ, ວາລະສານ ອະລຸນ ໃໝ່ ຊຶ່ງເປັນ ວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນປະຕິວັດລາວມີຄວາມຈຳເປັນຢ່າງຍິ່ງຈະຕ້ອງໄດ້ພັດທະນາ, ຍົກລະດັບ ແລະ ຫັນປ່ຽນໄປສູ່ ຄວາມທັນສະໄໝເທື່ອລະກ້າວ ກໍຄື ການສ້າງເປັນວາລະສານເອເລັກໂຕຣນິກ ເພື່ອຍົກລະດັບຄວາມສາມາດຕົວຈິງ ການປະຕິບັດພາລະບົດບາດ ແລະ ເຮັດຫຼອນໜ້າທີ່ການເມືອງຂອງຕົນໃຫ້ນັບມື້ດີຂຶ້ນ ແລະ ສ້າງການຫັນປ່ຽນໄປສູ່ຄຸນນະພາບໃໝ່ເທື່ອລະກ້າວທັງເນື້ອໃນ ແລະ ຮູບການ, ເຮັດໃຫ້ວາລະສານ ມີຫຼາຍຮູບ, ຫຼາຍສີ, ທັນກັບສະພາບການ ແລະ ສາມາດຕອບສະໜອງດ້ານຂໍ້ມູນ-ຂ່າວສານໃຫ້ແກ່ກັບຜູ້ບໍລິໂພກໄດ້ຢ່າງສະດວກ, ວ່ອງໄວ ແລະ ກວ້າງຂວາງກວ່າເກົ່າ ສະນັ້ນການເປີດເວັບໄຊວາລະສານອະລຸນໃໝ່ເອເລັກໂຕຣນິກ ຖືເປັນ ເຫດການທີ່ມີຄວາມ ໝາຍຄວາມສໍາຄັນຂອງສື່ມວນຊົນ, ຕີລາຄາສູງ ແລະ ຊົມເຊີຍ ໃນຈິນຕະນາການໃໝ່, ວິໄສທັດ ແລະ ການປັບປຸງປ່ຽນແປງຢ່າງປະດິດສ້າງຂອງວາລະສານອະລຸນໃໝ່ ໂດຍສະເພາະແມ່ນຄວາມຕັດສິນໃຈຂອງການນຳແຕ່ລະຮຸ່ນ, ພິເສດແມ່ນຄວາມພະຍາຍາມຂອງຄະນະບັນ ນາທິການວາລະສານ ແລະ ພະນັກງານທັງໝົດຂອງວາລະສານອະລຸນໃໝ່, ພ້ອມນີ້ສະແດງຄວາມຊົມເຊີຍມາຍັງພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດເປັນຕົ້ນແມ່ນວາລະສານ ກົ້ງສານ ສູນກາງພັກກອມມູນິດຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນຕະຫຼອດມາ. ເຊື່ອໝັ້ນວ່າ ວາລະສານອະລຸນໃໝ່ເອເລັກໂຕຣນິກຈະກາຍເປັນແຫຼ່ງສະໜອງ ຂໍ້ມູນ-ຂ່າວສານອັນຈຳເປັນ ເພື່ອຮັບໃຊ້ໃນວຽກງານສື່ມວນຊົນ ຂອງພັກ-ລັດ ກໍຄືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ເວົ້າສະເພາະ ແມ່ນໃນວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມຢ່າງມີປະສິດພາບ-ປະສິດທິຜົນສູງຂຶ້ນໃນຕໍ່ໜ້າ.

     (ຂ່າວ-ພາບ:ສຳນານ)
ແຫຼ່ງທີ່ມາ: ໜັງສືພິມປະຊາຊົນ