ຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ກົມຂໍ້ ມູນຂ່າວສານ ແລະ ຝຶກອົບຮົມ ຈັດພິທີເປີດຊຸດຝຶກອົບຮົມນໍາໃຊ້ລະບົບຫ້ອງການທັນສະໄໝ (E-Office).


ໃນຕອນເຊົ້າຂອງ ວັນທີ 23 ຕຸລາ 2023 ຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດພິທີເປີດຊຸດຝຶກອົບຮົມນໍາໃຊ້ລະບົບຫ້ອງການທັນສະໄໝ (E-Office) ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້້າຮ່ວມມີ: ທ່ານ ນາງ ວັນນະພາ ພົມມະທັນສີຮອງຫົວໜ້າສູນບໍລິຫານລັດດິຈີຕ່ອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການ ຕາງໜ້າຈາກບັນດາກົມ ພາຍໃນ ຄອສພ ເຂົ້າຮ່ວມທັງໝົດ 29 ທ່ານ.


ໃນພິທີທ່ານ ນາງ ວັນນະພາ ພົມມະທັນສີ ຮອງຫົວໜ້າສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດຂຶ້ນບັນຍາຍກ່ຽວກັບການຫັນເປັນລັດຖະບານດິຈີຕ່ອນ ແລະ ການຫັນລະບົບຫ້ອງການເປັນທັນສະໄໝ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນ, ຄວາມຈໍາເປັນ ທີ່ລັດຖະ ບານນຳເອົາເຕັກໂນໂລຊີດິຈີຕອນເຂົ້າມານຳໃຊ້ໃນວຽກງານການບໍລິຫານ-ການບໍລິການລັດ ທີ່ທັນສະໄໝ ແລະ ມີລະບົບເຊື່ອມໂຍງ ເຂົ້າເຖິງຂໍ້ມູນລະຫວ່າງພາກລັດ ພາກທຸລະກິດ ແລະ ປະຊາຊົນ ເພື່ອສ້າງເງື່ອນໄຂທີ່ສະດວກ, ເຂົ້າເຖິງງ່າຍ, ທັນສະໄໝ , ໂປ່ງໃສ , ວ່ອງໄວ, ປະຫັຍດ ແລະ ປອດໄພ.
ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ ພ້ອມທັງມີຄໍາເຫັນຕໍ່ທີ່ປະຊຸມວ່າ ການເປີດຊຸດອົບຮົມຄັ້ງນີ້ ແມ່ນກິດຈະກຳຫນຶ່ງໃນການຈັດຕັ້ງປະຕິບັດຕາມສັນຍາການຮ່ວມມື 2 ຝ່າຍລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແນ່ໃສ່ເພື່ອສ້າງ ແລະ ເສີມຂະຫຍາຍກຳລັງແຮງໃຫ້ແກ່ຖັນແຖວພະນັກງານທີ່ເຮັດວຽກງານໂຄສະນາອົບຮົມໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດນໍາໃຊ້ ລະບົບຫ້ອງການທັນສະໄໝ (E-Office) ເຂົ້າໃນວຽກງານວິຊາສະເພາະເປັນຕົ້ນໜ່ວຍງານຂາເຂົ້າ-ຂາອອກ, ເລຂານຸການຄະນະນໍາ ຄອສພ ແລະ ບໍລິຫານຂອງບັນດາກົມ ໃຫ້ມີຄວາມວ່ອງໄວ ແລະ ປອດໄພ. ການນຳໃຊ້ລະບົບຫ້ອງການທັນສະໄໝເຂົ້າໃນການເຄື່ອນໄຫວວຽກງານດ້ານການສົ່ງ-ຮັບ, ຈັດເກັບເອກະສານຕ່າງໆ ຢູ່ຫ້ອງການ, ບັນດາກົມ, ວາລະສານ, ສະພາທິດສະດີ ແລະ ໜັງສືພິມປະຊາຊົນ ໃຫ້ມີຄວາມສະດວກວ່ອງໄວທັງຮັບປະກັນຄວາມປອດໄພ ແລະ ທັນກັບສະພາບການຂອງວຽກງານໃນແຕ່ລະໄລຍະ; ພ້ອມນັ້ນ ທ່ານຍັງໄດ້ເນັ້ນ ໜັກໃຫ້ນັກສຳມະນາກອນທັງໝົດຈະໄດ້ຄົ້ນຄວ້າ, ກຳແໜ້ນ ຄວາມຮັບຮູ້ໃໝ່, ລົງເລິກດ້ານວິຊາການເຕັກນິກຕົວຈິງ ເພື່ອເຮັດໃຫ້ການຝຶກອົບຮົມຄັ້ງນີ້ ມີຜົນສຳເລັດດ້ວຍຄຸນນະພາບສູງນັ້ນ ຮຽກຮ້ອງມາຍັງ ຄູອາຈານ ຜູ້ທີ່ມີບົດຮຽນ, ມີຄວາມຮູ້ປະສົບການຕົວຈິງ ຈົ່ງພະຍາຍາມ ຖ່າຍທອດບົດຮຽນ, ປະສົບການຕົວຈິງນັ້ນໃຫ້ນັກສຳມະນາກອນ ຢ່າງຫມົດຈິດຫມົດໃຈ ແລະ ສ້າງໃຫ້ນັກສໍາມະນາກອນກາຍເປັນວິທະຍາກອນເພື່ອຖ່າຍທອດຄວາມຮູ້ ຄວາມສາມາດຕໍ່ໃຫ້ບັນ ດາພະນັກງານພາຍໃນ ຄອສພ ພວກເຮົາ, ປະກອບສ່ວນສ້າງສາພັດທະນາວຽກງານໂຄສະນາໃຫ້ມີການຫັນປ່ຽນຢ່າງຈະແຈ້ງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ; ສະນັ້ນເພື່ອເຮັດໃຫ້ຊຸດອົບຮົມຄັ້ງນີ້ປະສົບຜົນສໍາເລັດໃນຂັ້ນສູງ ນັກຝຶກອົບຮົມຈຳເປັນຕ້ອງຊ່ວຍກັນປະກອບຄວາມຄິດ, ຄວາມເຫັນດ້ານດີ-ດ້ານອອ່ນ ແລະ ບັນຫາຕ່າງໆກ່ຽວກັບການນໍາໃຊ້ລະບົບຫ້ອງການທັນສະໄໝ E-Office) ຕະຫລອດການຖ່າຍຖອດບົດຮຽນຜ່ານມາ.

– ການຝຶກອົບຮົມຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 3 ວັນ ແຕ່ວັນທີ 23-25/10/2023 ຊຶ່ງປະກອບມີ 5 ບົດຄື:
. ການນໍາໃຊ້ E-Office ສຳລັບ ຂາເຂົ້າ-ຂາອອກ;
. ການນໍາໃຊ້ E-Office ສຳລັບ ຂັ້ນກົມ;
. ການນໍາໃຊ້ E-Office ສຳລັບ ຂັ້ນພະແນກ;
. ການນໍາໃຊ້ E-Office ສຳລັບ ຂັ້ນວິຊາການ;
. ການນໍາໃຊ້ Appication E-office ສໍາລັບມືຖື smart phone