ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສໍາພາດກັບກົມຮູບ ເງົາ ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເນື່ອງໃນໂອກາດກະກຽມພິທີສະເຫຼີມສະຫລອງວັນຄ້າຍວັນເກີດ ຂອງປະທານ ຄໍາໄຕ ສີພັນດອນ.

ໃນຕອນບ່າຍ ຂອງວັນທີ 6 ພະຈິກ 2023 ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດ ສະດີສູນກາງພັກ ໄດ້ໃຫ້ສໍາພາດຕໍ່ກົມຮູບເງົາ ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເນື່ອງໃນໂອກາດກະກຽມພິທີສະເຫຼີມສະຫລອງວັນຄ້າຍວັນ ເກີດ ຂອງປະທານ ຄໍາໄຕ ສີພັນດອນ ທີ່ຈະມາເຖີງນີ້ ຢູ່ທີ່ ຄະນະໂຄສະນາອົບຮົມສູນກາງພັກ; ເຊິ່ງທ່ານໄດ້ກ່າວວ່າ:
ຂ້າພະເຈົ້າສຸດທີ່ພາກພູມໃຈ ໃນເມື່ອກ່ອນໄດ້ເປັນເລຂາຮັບໃຊ້ ປະທານ ຄໍາໄຕ ສີພັນດອນ ເປັນເວລາ 10 ກວ່າປີ, ຊຶ່ງໄດ້ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດອັນປະເສີດ ຂອງປະທານ ຄໍາໄຕ ສີພັນດອນ ແລະ ໄດ້ຈາລຶກໄວ້ໃນດວງໃຈ ຂອງຂ້າພະເຈົ້້າຕະຫຼອດມາ.
– ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງການປະຕິວັດຢູ່ປະເທດເຮົາ, ຊຶ່ງເວລາໃດເພິ່ນກໍມີຄວາມໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ມີຄວາມປີຊາສາມາດ-ອົງອາດກ້າແກ່ນ, ມີຄວາມສຸຂຸມຮອບຄອບ ແລະ ໜັກແໜ້ນໃນທຸກສະຖານະການ; ເພິ່ນທັງແມ່ນນັກຍຸດທະສາດ-ນັກຍຸດໂທບາຍທີ່ເຫັນການໄກ, ຄ່ອງແຄ້ວ, ວ່ອງໄວ ແລະ ມີຄວາມປະດິດສ້າງສູງ ໃນການໝູນໃຊ້ແນວທາງການເມືອງ ແລະ ແນວທາງການທະຫານ ຂອງພັກເຮົາ ເຂົ້າກັບເງື່ອນໄຂ ແລະ ຈຸດພິເສດ ຂອງແຕ່ລະເຂດແຄ້ວນ, ແຕ່ລະທ້ອງຖິ່ນ ແລະ ແຕ່ລະຂົງເຂດວຽກງານໃນແຕ່ລະໄລຍະ ຂອງການປະຕິວັດຢູ່ປະເທດເຮົາ. ເພິ່ນມີແບບແຜນຊີ້ນໍາ-ບັນຊາແທດກັບຕົວຈິງ; ທັງກໍາແໜ້ນທິດ ສະດີແນວທາງ, ກໍາແໜ້ນບົດຮຽນຕົວຈິງ ແລະ ພຶດຕິກຳ; ບໍ່ຄໍາພີຕາຍຕົວ, ບໍ່ເພິ່ງພໍໃຈ ຢຸດຈຶ້ງກັບພຶ້ນຖານອັນເກົ່າ; ຍາມໃດເພິ່ນກໍ່ມີອາລົມຈິດ ມຸ້ງໝັ້ນສະແຫວງຫາຄວາມກ້າວໜ້າ ແລະ ຜົນສໍາເລັດໃໝ່; ຍາມໃດກໍ່ຢຶດໝັ້ນໃນອຸດົມການອັນສູງສົ່ງຄື: ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງ ດອງ ມີປະຊາທິປະໄຕ ສີວິໄລ ແລະ ຍຸຕິທໍາ.
– ປະທານ ຄໍາໄຕ ສີພັນດອນ ດໍາລົງຊີວິດແບບລຽບງ່າຍ, ດຸໝັ່ນອອກແຮງງານ ເພີ່ມພູນຜະລິດຜົນ, ປູກຝັງ-ລ້ຽງສັດກຸ້ມຕົນເອງ, ເພິ່ງຕົນເອງ; ປະຢັດຊື່ສັດບໍລິ ສຸດ, ຈິງອົກຈິງໃຈ, ມີອັດທະຍາໃສໄມຕີ, ເອື້ອເຟື້ອເພື່ອແຜ່ ຕໍ່ເພື່ອນສະຫາຍ ແລະ ຕໍ່ມະຫາຊົນ; ເພິ່ນມີແບບແຜນໃນການສຶກສາອົບຮົມຄອບຄົວ ລູກໆ ຫຼານໆ ແລະ ເພື່ອນມິດສະຫາຍໃຫ້ມີການປະພຶດ ແລະ ເປັນແບບຢ່າງທີ່ດີຂອງຊາດ.
– ປະທານມີລະບຽບວິໄນເຂັ້ມງວດຕໍ່ການກິນຢູ່ ແລະ ການໄປມາ, ດໍາລົງຊີວິດແບບມີວິທະຍາສາດ, ຮູ້ແບ່ງເວລາຢ່າງເໝາະສົມ. ດ້ວຍແບບແຜນການເຄື່ອນໄຫວ ແລະ ດໍາລົງຊີວິດ ດັ່ງກ່າວນັ້ນ, ຈິ່ງເຮັດໃຫ້ ປະທານ ຄໍາໄຕ ສີພັນດອນ ມີສຸຂະພາບແຂງແຮງ ແລະ ອາຍຸຢືນຍາວຮອດສູ່ມື້ນີ້.