ໜ່ວຍພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຮ່ວມກັບ ໜ່ວຍພັກ ຫ້ອງການຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາ ຊິກພັກສຳຮອງ.


ໃນຕອນບ່າຍຂອງວັນທີ 21 ພະຈິກ 2023 ໜ່ວຍພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຮ່ວມກັບ ໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຈຳນວນ 2 ສະຫາຍ, ພາຍໃຕ້ການເປັນປະທານຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ມີບັນດາເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຜູ້ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງ ຄອສພ ແລະ ສະມາຊິກພັກສົມບູນພາຍໃນສອງ ໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ຄະນະຈັດຕັ້ງພິທີໄດ້ຂຶ້ນກ່າວຈຸດປະສົງ ແລະ ຜ່ານມະຕິຕົກລົງຂອງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ.

ຫຼັງຈາກນັ້ນ ສະຫາຍ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ເລຂາໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຂື້ນກ່າວຮັບເອົາສະມາຊິກພັກສຳຮອງໃໝ່ ທີ່ໄດ້ຜ່ານການຮຽນສະໜັບສະໜູນ ແລະ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະ ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດເປັນໄລຍະເວລາ 6 ເດືອນ.


ຈາກນັ້ນ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດໂອ້ລົມຕໍ່ສະມາຊິກພັກສໍາຮອງໃໝ່ ຊຶ່ງທ່ານໄດ້ຍົກໃຫ້ເຫັນທາດແທ້, ອຸດົມການ ແລະ ມູນເຊື້ອທີ່ອົງອາດ ກ້າຫານ, ນ້ຳໃຈເສຍສະຫຼະ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການຂອງພັກປະຊາຊົນ ປະຕິວັດລາວ. ນອກນັ້ນທ່ານຍັງເນັ້ນວ່າ: ສະມາຊິກພັກ ຕ້ອງເຊີດຊູຈິດໃຈເປັນເຈົ້າການ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍ ເປັນສະມາຊິກພັກສົມບູນໃນອະນາຄົດ ຝຶກຝົນທາງດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ, ຄົ້ນຄວ້າຮ່ຳຮຽນທິດສະດີມາກ-ເລນິນ, ແນວຄິດປະ ທານໄກສອນພົມວິຫານ, ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ ລະບຽບກົດໝາຍຂອງລັດ, ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະ ເພາະ, ຮັດແໜ້ນຄວາມສາມັກຄີພາຍໃນ-ພາຍນອກ, ພົວພັນສະໜິດແໜ້ນ ແລະ ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ, ນຳພາມະຫາຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ປະກົດຜົນເປັນຈິງ.
ໃນຕອນທ້າຍພິທີ ຕາງໜ້າໃຫ້ສະມາຊິກພັກສໍາຮອງໃໝ່ ຂຶ້ນກ່າວຮັບຄໍາໂອ້ວາດ ຕໍ່ຄໍາເຫັນໂອ້ລົມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ໃຫ້ຄໍາປະຕິຍານຕົນເອງຕໍ່ພິທີດັ່ງກ່າວ.