ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ.


ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2024 ທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມມີ: ສະຫາຍ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຊີ້ນຳການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ, ສະຫາຍ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫລວງວຽງຈັນ, ສະຫາຍ ບົວສອນ ບຸບຜາວັນ ອະດີດກຳມະການກົມການເມືອງສູນກາວພັກ, ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນ ກາງພັກ, ເລຂາຄະນະພັກ, ເຈົ້າແຂວງ ຫລວງນໍ້າທາ, ຄະນະຜູ້ແທນຈາກ ບັນດາກະຊວງ-ອົງການອ້ອມຂ້າງສູນກາງ, ນະຄອນຫລວງວຽງຈັນ ແລະ ບັນດາແຂວງອ້ອມຂ້າງ ຮ່ວມທັງຫມົດ 320 ກວ່າສະຫາຍ.


ໃນພິທີ ສະຫາຍ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນ ຫລວງວຽງຈັນ ໄດ້ຂຶ້ນກ່າວຈຸດປະສົງໃນການຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ເຊິ່ງເປັນການສໍາມະນາຮຽນຮູ້ກ່ຽວກັບຊີວິດການເຄື່ອນໄຫວ ແລະ ແນວຄິດຊີ້ນໍາຂອງປະທານ ຄໍາໄຕ ສີພັນດອນ ໃນແຕ່ລະຂົງເຂດວຽກງານເຂົ້າໃນຊີວິດຕົວຈິງ. ທ່ານແມ່ນຜູ້ໜຶ່ງທີ່ເປັນຜູ້ນໍາຮຸ່ນທໍາອິດທີ່ມີອາຍຸຍືນຍາວເຖິງ 100 ປີ ແລະ ມີຄວາມປີຊາສາມາດອົງອາດກ້າແກ່ນ, ມີຄວາມສຸຂຸມຮອບຄອບ ໜັກແໜ້ນ, ເພິ່ນທັງແມ່ນນັກ ວິທະຍາສາດ ແລະ ນັກຍຸດ ໂທບາຍທີ່ມອງກວ້າງເຫັນໄກ, ມີຫົວຄິດປະດິດສ້າງ, ຍາມໃດກໍມີຄວາມຈົງຮັກພັກດີ ຊື່ສັດບໍລິສຸດຕໍ່ພັກ ຕໍ່ປະເທດຊາດ ແລະ ປະຊາຊົນ ມີຄວາມເປັນຫ່ວງເປັນໃຍຕໍ່ສະຕາກໍາຂອງປະເທດຊາດໂດຍສະເພາະຕໍ່ພາລະກິດປົກປັກຮັກສາພັດທະນາປະເທດຊາດໃນປັດຈຸບັນ.

ຈາກນັ້ນ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຊີ້ນຳການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນ:
ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນ ແລະ ນໍາພາບຸກເບີກເສັ້ນທາງການປະຕິວັດຢູ່ປະ ເທດເຮົາ ໂດຍເລີ່ມຈາກພະນັກງານທຳ ມະດາກາຍເປັນຜູ້ຊີ້ນຳ-ບັນຊາ ແລະ ນຳພາຂະບວນການຕໍ່ສູ້ປົດປ່ອຍຊາດຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນຳຄົນອື່ນໆ ຂອງແນວລາວຮັກຊາດ ໄດ້ຮັບໄຊຊະນະ, ສະຖາປະ ນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ປະກອບສ່ວນໃນການຄົ້ນຄວ້າ ແລະ ກໍານົດທິດທາງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ ແລະ ສືບຕໍ່ນຳພາຜັນຂະຫຍາຍ ໄດ້ຮັບຜົນ ສຳເລັດອັນສຳຄັນໃນຫຼາຍດ້ານ. ດ້ວຍຜົນງານອັນໃຫຍ່ຫຼວງ, ຄວາມປີຊາສາມາດ-ອົງອາດກ້າແກ່ນ ຕະຫຼອດໄລຍະຜ່ານມາ, ປະທານ ຄຳໄຕ ສີພັນດອນ ໄດ້ດຳລົງບົດບາດອັນສຳຄັນຂອງພັກ ແລະ ລັດ ໃນແຕ່ລະໄລຍະຄື: ເປັນກຳມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ເປັນພົນເອກຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນນາຍົກລັດຖະມົນຕີ ແລະ ເປັນຜູ້ນຳສູງສຸດຂອງພັກ ແລະ ລັດ, ປະທານພັກ, ປະທານປະເທດແຫ່ງ ສປປ ລາວ ດ້ວຍຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງດັ່ງກ່າວ, ປະທານ ຄຳໄຕ ສີພັນດອນ ສົມແລ້ວທີ່ໄດ້ຮັບຄວາມເຄົາລົບຮັກ, ຄວາມເຊື່ອໝັ້ນ ແລະ ຄວາມນັບຖືຈາກທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກໍຄືເພືຶ່ອນມິດສາກົນ.
ກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ ໄດ້ຈັດຂຶ້ນ 2 ຄັ້ງແລ້ວຄື: ຢູ່ແຂວງຫົວພັນ ແລະ ແຂວງ ຈໍາປາສັກ ມີຜູ້ແທນເຂົ້າຮ່ວມຈໍານວນ 546 ສະຫາຍ ໃນແຕ່ລະຄັ້ງແມ່ນໄດ້ລົງເລິກຄົ້ນຄວ້າສຶກສາຄຸນງາມຄວາມດີ, ຄວາມເສຍສະຫຼະ ອຸທິດຕົນ ແລະ ຜົນງານອັນໃຫຍ່ຫຼວງຂອງປະ ທານ, ລວມທັງບັນດາແນວຄິດຊີ້ນຳໃນແຕ່ລະຂົງເຂດວຽກງານ ກໍ່ຄືແບບ ແຜນຊີ້ນຳ-ນຳພາ, ແບບແຜນດຳລົງຊີວິດ, ການອຸທິດຕົນຢ່າງສຸດກົກສຸດປາຍ ເພື່ອປະເທດຊາດ, ເພື່ອປະຊາ ຊົນ ຂອງປະທານ ຄຳໄຕ ສີພັນດອນ, ທັງໝົດນີ້ແມ່ນ ເພື່ອສ້າງເປັນຂໍ້ມູນ ແລະ ເອກະສານທີ່ສຳຄັນທາງປະຫວັດສາດ ເພື່ອໂຄສະນາສຶກສາອົບຮົມແນວຄິດຮັກຊາດ ແລະ ມູນເຊື້ອປະຕິວັດ ໃຫ້ພະນັກງານ-ສະມາ ຊິກພັກ, ທະຫານ, ຕຳຫຼວດ, ນັກຮຽນນັກສຶກສາ, ປະຊາຊົນຊັ້ນຄົນຕ່າງໆໃນສັງຄົມ ໂດຍເອົາແບບຢ່າງດ້ານການເຄື່ອນໄຫວ ແລະ ການອຸທິດຕົນ ຂອງປະທານ ຄຳໄຕ ສີພັນດອນ ເພື່ອຄວາມເປັນເອກະລາດ, ຄວາມມັ່ງຄັ່ງເຂັ້ມ ແຂງ ແລະ ຄວາມຈະເລີນວັດທະນາຂອງປະເທດຊາດ, ເພື່ອຄວາມຢູ່ດີກິນດີ ແລະ ຄວາມຮັ່ງມີຜາສຸກຂອງປະຊາຊົນລາວບັນດາເຜົ່າ.
ຈາກນັ້ນ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວເປີດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ຄຳໄຕ ສີພັນດອນ ຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ ເພາະວ່າພວກເຮົາ ຈະໄດ້ພ້ອມກັນ ຄົ້ນຄວ້າສຶກສາຮຽນຮູ້ ກ່ຽວກັບ ຄຸນງາມຄວາມດີ, ຄວາມເສຍສະຫຼະ, ບົດຮຽນ ກໍຄືຜົນງານອັນໃຫຍ່ຫຼວງຂອງປະທານ ຄຳໄຕ ສີພັນດອນ ທີ່ໄດ້ອຸທິດຕົນ ຕໍ່ພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເປັນຂໍ້ມູນ ແລະ ເອກະສານສຶກສາອົບຮົມ ໃຫ້ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນ ຕໍ່ໆໄປໄດ້ຮໍ່າຮຽນເອົາເປັນບົດຮຽນໃນການປະຕິບັດໜ້າທີ່ວຽກງານ ກໍ່ຄືການດຳລົງຊີວິດຂອງຕົນຕໍ່ໄປ ສະຫາຍໄດ້ນົກໃຫ້ເຫັນເຖິງ ຊິວິດ ແລະ ພາລະກິດຂອງ ປະທານ ຄໍາໄຕ ສີພັນດອນ, ຈາກຊີ ວິດເດັກນ້ອຍຊົນນະບົດ ທີ່ໄດ້ມີໂອກາດໄປຮຽນໜັງສື ຢູ່ວຽງຈັນ ແລະ ໄດ້ເຂົ້າເຮັດການໄປສະນີຢູ່ແຂວງຜົ້ງສາລີ; ຈາກຈິດໃຈຮັກຊາດມາຕັ້ງແຕ່ຍັງໜຸ່ມ ແລະ ການກ້າວເຂົ້າສູ່ເສັ້ນທາງແຫ່ງການຕໍ່ສູ້ ເພື່ອກອບກູ້ຄວາມເປັນເອກະລາດ ມາໃຫ້ປະເທດຊາດ ແລະ ອິດສະລະພາບມາໃຫ້ປະຊາຊົນ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກ, ຊຶ່ງບາງຄັ້ງກໍ່ເກືອບເອົາຊີວິດບໍ່ລອດ; ແຕ່ດ້ວຍຄວາມເດັດດ່ຽວກ້າຫານ, ຄວາມມານະພະຍາຍາມ, ອົດທົນສູ້ຊົນ ແລະ ຄວາມເປັນເຈົ້າການປະດິດສ້າງສູງ ເພິ່ນ ຈຶ່ງບັນລຸອຸດົມການອັນສູງສົ່ງຂອງຕົນ ໄດ້ຢ່າງໜ້າສັນລະເສີນ.
ກອງປະຊຸມໄດ້ຮັບຟັງການສະເໜີຫົວຂໍ້ສໍາມະນາວິທະຍາສາດ ເຊິ່ງມີທັງໝົດ 9 ຫົວຂໍ້ຄື:

ສະຫາຍ ບົວສອນ ບຸບຜາວັນ ອະດີດກຳມະການກົມການເມືອງສູນກາວພັກ, ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ຂຶ້ນຜ່ານຫົວຂໍ້ ປະທານຄໍາໄຕ ສີພັນດອນ ແມ່ນຜູ້ຍຶດຫມັ້ນແນວທາງມະຫາຊົນ.

ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າແຂວງ ຫລວງນໍ້າທາ ຂຶ້ນຜ່ານຫົວຂໍ້ ປະທານ ຄໍາໄຕ ສີພັນດອນ ໃນຄວາມຮູ້ສຶກຂອງພວກລູກ ເຊິ່ງທ່ານໄດ້ສັງລວມ ແລະ ສະຫລຸບ ຄຸນສົມບັດ 3 ດ້ານ ທີ່ມີລັກສະນະພົ້ນເດັ່ນ ຂອງປະທານ ຄໍາໄຕ ສີພັນດອນ ເພື່ອເປັນປະໂຫຍດໃຫ້ແກ່ຄົນລຸ້ນຫລັງໄດ້ນໍາໄປສຶກສາຮໍ່າຮຽນ,ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ປະພຶດປະຕິບັດເພື່ອປະກອບສ່ວນພັດທະນາປະເທດຊາດ.

ສະຫາຍ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ຂຶ້ນຜ່ານຫົວຂໍ້ແນວຄິດຊີ້ນໍາຂອງປະທານ ຄໍາໄຕ ສີພັນດອນກ່ຽວກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ.

ສະຫາຍ ພັອ ປອ ໂພນທອງ ພັນຈະເລີນພົນ ຮອງຫົວຫນ້າກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ຂຶ້ນຜ່ານ ວຽກວານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ສະຫາຍ ປທ ອູສະຫວັນ ທ່ຽງເທບວົງສາ ກໍາມະການພກ ຫົວຫນ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະ ກິດ ແລະ ສັງຄົມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຜ່ານຫົວຂໍ້ ແນວຄິດຊີ້ນໍາຂອງປະທານ ຄໍາໄຕ ສີພັນດອນ ກ່ຽວກັບການພັດທະນາວຽກງານເສດຖະກິດ-ການເງິນ

ສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ ຜ່ານຫົວຂໍ້ ແນວຄິດຊີ້ນໍາຂອງປະທານຄໍາໄຕ ສີພັນດອນ ກ່ຽວກັບການກໍ່ສ້າງຮາກຖານການເມືອງ ຢູ່ແຂວງຈໍາປາສັກ

ສະຫາຍ ປອ ວິສຸກ ພົມພິທັກ ຮອງຫົວຫນ້າຄະນະຈັດຕັ້ງສູນກາງພັກ ຜ່ານຫົວຂໍ້ ແນວຄິດຊີ້ນໍາຂອງປະທານ ຄໍາໄຕ ສີພັນດອນ ກ່ຽວກັບການກໍ່ສ້າງພັກ-ພະນັກງານໃນໄລຍະໃຫມ່.

ສະຫາຍ ປອ ສົມກຽດຕິສັກ ກິ່ງສະດາ ຮອງຫົວຫນ້າກົມວັນນະຄະດີ ແລະ ພິມຈໍາຫນ່າຍ ກະຊວງຖະແຫຼ່ງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຜ່ານຫົວຂໍ້ ແນວຄິດຊີ້ນໍາຂອງປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານວັດທະນະທໍາ

ສະຫາຍ ປອ ຄໍາໝັ້ນ ສີພັນໄຊ ກຳມະການພັກ, ຫົວຫນ້າສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຜ່ານຫົວຂໍ້ ແນວຄິດຊີ້ນໍາຂອງປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານພົວພັນຕ່າງປະເທດ.

ໃນຕອນບ່າຍຂອງວັນດຽວກັນນັ້ນ ກອງປະຊຸມໄດ້ສືບຕໍ່ດໍາເນີນ ພ້ອມທັງຮັບຟັງການປະກອບຄໍາຄິດ ຄໍາເຫັນຂອງບັນດາຄະນະຜູ້ແທນ ຈາກຫລາຍພາກສ່ວນ ຢ່າງກົງໄປກົງມາ ດ້ວຍຫລາຍເນື້ອໃນທີ່ເຕັມໄປດ້ວຍຄວາມໝາຍສາໍຄັນ ເພື່ອນໍາໄປປັບປຸງໃຫ້ບົດດັ່ງກ່າວມີເນື້ອໃນຮັດກຸ້ມ ແລະ ອຸດົມສົມບູນຂຶ້ນ.


ໃນໂອກາດທີ່ມີຄວາມຫມາຍສໍາຄັນດັ່ງກ່າວ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຊີ້ນຳການກະກຽມສະເຫຼີມ ສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີໃຫ້ກຽດມີຄໍາເຫັນ ແລະ ກ່າວປິດກອງປະຊຸມ.