ກອງປະຊຸມປຶກສາຫາລືວຽກງານຂອງຄະນະຮັບຜິດຊອບການຫັນເປັນດິຈິຕອນວຽກງານໂຄສະນາອົບຮົມ.


ໃນຕອນບ່າຍວັນທີ 22 ກຸມພາ 2024 ຄະນະຮັບຜິດຊອບການຫັນເປັນດິຈິຕອນວຽກງານໂຄສະນາອົບຮົມ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MOU)ລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມປຶກສາຫາລືໃນການຈັດຕັ້ງປະຕິບັດ ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາການຫັນວຽກງານໂຄສະນາອົບຮົມ ເປັນທັນສະໄໝ ເຂົ້າຮ່ວມມີ: ບັນດາຄະນະຮັບຜິດຊອບແຕ່ລະໜ່ວຍງານ ເຂົ້າຮ່ວມທັງຫມົດ 50 ກວ່າສະຫາຍ.



ໃນພິທີ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາການຫັນວຽກງານໂຄສະນາອົບຮົມເປັນດິຈິຕອນ ໄດ້ກ່າວຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້. ກອງປະຊຸມໄດ້ລົງເລິກປຶກສາຫາລືໃນການຈັດຕັ້ງປະຕິບັດການຫັນເປັນດິຈິຕອນຂອງວຽກງານໂຄສະນາອົບຮົມ ຮ່ວມກັບຄະນະເຮັດວຽກແຕ່ລະດ້ານຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະຕ້ອງລົງມືປະຕິບັດໃນສະເພາະໜ້າ ແລະ ຍາວນານ ນອກນັ້ນບັນດາຄະນະຮັບຜິດຊອບໄດ້ພ້ອມກັນຄົ້ນຄວ້າສ້າງບັນດາໂຄງການ ແຜນງານຕ່າງໆໃຫ້ສອດຄ່ອງ ແທດເໝາະກັບການຈັດຕັ້ງປະຕິບັດວຽກງານໃນແຕ່ລະໄລຍະ ຄຽງຄູ່ກັບການພັດທະນາວຽກງານວິຊາເພາະຂອງບັນດາກົມ ແລະ ການນຳໃຊ້ບັນດາລະບົບບໍລິຫານລັດດິຈິຕອນ ເຊັ່ນ ລະບົບ e-Office, G-chat, G-share ອື່ນໆ; ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາຄະນະຮັບຜິດຊອບແຕ່ລະໜ່ວຍງານ ພ້ອມກັນສືບຕໍ່ຄົ້ນຄວ້າຈັດຕັ້ງປະຕິບັດຕາມໜ້າທີ່ຂອງແຕ່ລະໜ່ວຍງານດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ບັນດາວຽກງານທີ່ໄດ້ກຳນົດໄວ້ໃນບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍການຮ່ວມມືຫັນເປັນດີຈີຕອນ ໃນວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບຜົນສໍາເລັດໄປຕາມແຕ່ລະໄລຍະ.