ສະພາທິດສະດີສູນກາງພັກ ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2023

ສະພາທິດສະດີສູນກາງພັກ ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2023

    ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ຂອງສະພາທິດສະດີສູນກາງພັກ ເຊິ່ງຈັດຂຶ້ນໃນວັນທີ 20 ກຸມພານີ້ທີ່ຫ້ອງປະຊຸມໃຫຍ່ຂອງສະພາ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ; ມີບັນດາສະຫາຍຄະນະປະຈຳສະພາທິດສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ ແລະ ພະນັກງານຫຼັກແຫຼ່ງຫ້ອງການສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

    ໃນພິທີສະຫາຍ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງເຄື່ອນໄຫວ ຂອງສະພາທິດສະດີສູນກາງພັກ ປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024 ໂດຍຍົກໃຫ້ເຫັນບັນດາຜົນງານທີ່ຍາດມາໄດ້ໃນຫຼາຍດ້ານ ຕະຫຼອດໄລຍະ 1 ປີຜ່ານມາ ເປັນຕົ້ນ: ວຽກງານຮັບຮອງຫົວຂໍ້ຄົ້ນຄວ້າ ແລະ ຜົນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳໃນປີ 2023 ຊຶ່ງສາມາດຮັບຮອງເອົາຫົວຂໍ້ຄົ້ນຄວ້າໃຫຍ່ ແລະ ຫົວຂໍ້ຍ່ອຍ ຂອງກອງປະຊຼຸມສໍາມະນາທິດສະດີສອງພັກ  ລາວ-ຫວຽດນາມ ຄັັ້ງທີ X; ກອງປະຊຼຸມສໍາມະນາທິດສະດີ ສອງພັກ ລາວ-ຈີນ ຄັັ້ງທີ XI; ກອງປະຊຼຸມສໍາມະນາທິດສະດີ ສອງພັກ ລາວ-ກູບາ ຄັ້ງທີ I ແລະ ຮັບຮອງເອົາຫົວຂໍ້ສຳມະນາທິດສະດີສອງພັກ ລາວ-ກູບາ ຄັ້ງທີ II; ສາມາດຮັບຮອງເອົາຜົນ ຂອງການຄົ້ນຄວ້າໂຄງການລະດັບຊາດ 1 ໂຄງການ; ມີ 3 ໂຄງການກໍາລັງຈະຮັບຮອງເອົາເນື້ອໃນຜົນຂອງການຄົ້ນຄວ້າ ແລະ 5 ໂຄງການກຳລັງສືບຕໍ່ປັບປຸງເນື້ອໃນ. ພ້ອມດຽວກັນນັ້ນ, ກໍໄດ້ສຳເລັດການປັບປຸງດ້ານເນື້ອໃນການຄົ້ນຄວ້າ ແລະ ສະຫຼຸບກ່ຽວກັບການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຢູ່ລາວ ຊຶ່ງໄດ້ສຳເລັດ ສະບັບທີ 7 ແລະ ຜ່ານກອງປະຊຸມຄົບຄະນະສູນກາງພັກ ຄັ້ງທີ 6 ສະໄໝທີ XI ແລະ ກອງປະຊຸມກົມການເມືອງ; ສຳເລັດການດຳເນີນກອງປະຊຸມລະດັບຕ່າງໆ ໃນການຄົ້ນຄວ້າກ່ຽວກັບການສ້າງຮ່າງໂຄງການການເມືອງຂອງພັກ, ໄດ້ປັບປຸງດ້ານເນື້ອໃນ ແລະ ໄດ້ແຕ່ງຕັ້ງຄະນະຮັບ ຜິດຊອບແຕ່ລະຫົວຂໍ້ ແລະ ສຳເລັດການໄປແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ, ໄດ້ປັບປຸງ ແລະ ສ້າງຮ່າງ ສະບັບທີ 3 ແລະ ສົ່ງໃຫ້ກົມການເມືອງສູນກາງພັກ ເພື່ອປະກອບຄຳເຫັນ; ສຳເລັດການກະກຽມສ້າງຮ່າງຂໍ້ຕົກລົງຄະນະຮັບຜິດຊອບສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ ແລະ ສົ່ງໃຫ້ຄະນະເລຂາທິການສູນກາງພັກ ເພື່ອມີຄຳເຫັນ; ສຳເລັດການດຳເນີນກອງປະຊຸມ ເພື່ອປະກອບຄຳເຫັນໃສ່ບົດຄົ້ນ ຄວ້າຮັບຮອງຜົນການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ 6 ຂົງເຂດ ພ້ອມດຽວກັນນັ້ນ ກໍສຳເລັດການປັບປຸງດ້ານກົງຈັກການຈັດຕັ້ງ, ການສັບຊ້ອນ-ຈັດວາງສະມາຊິກສະພາທິດສະດີສູນກາງພັກ ເຂົ້າໃນແຕ່ລະຄະນະກຳມະການ, ເຮັດໃຫ້ສະພາບລວມ ຂອງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຢ່າງເປັນລະບົບຄົບຊຸດ.

    ຈາກນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປະກອບຄໍາເຫັນ ຕໍ່ກັບບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2023  ແລະ ວາງທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ພ້ອມທັງໄດ້ຮັບຮອງເອົາແຜນການດັ່ງກ່າວ ເພືີ່ອພ້ອມກັນຈັດຕັັ້ງປະຕິບັດໃຫ້ບັນລຸຜົນສໍາເລັດ ຕາມຄາດໝາຍກໍານົດໄວ້.

    ສະຫາຍ ຄຳພັນ ເຜີຍຍະວົງ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ເພື່ອເປັນທິດທາງໃນການສືບຕໍ່ປັບປຸງ ແລະ ຈັດຕັັ້ງປະຕິບັດວຽກງານຂອງສະພາທິດສະດີສູນກາງພັກໃນຕໍ່ໜ້າ ກໍຄືແຜນການປີ 2024 ໂດຍສະຫາຍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບ ຕໍ່ກັບບັນດາຜົນສໍາເລັດ, ຜົນງານໃນດ້ານຕ່າງໆ ທີ່ສະພາທິດສະດີສູນກາງພັກຍາດມາໄດ້ ພ້ອມທັງເນັ້ນໜັກ ຄະນະປະຈໍາ ແລະ ບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໃນ 5 ບັນຫາທີ່ສຳຄັນດັ່ງນີ້:

1). ໃຫ້ສືບຕໍ່ການເສີມຂະຫຍາຍຜົນສຳເລັດ ທີ່ຍາດມາໄດ້ໃນໄລຍະຜ່ານມາ ໃຫ້ນັບມື້ນັບດີຂຶ້ນ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງ….2). ສຸມໃສ່ຈັດຕັ້ງປະຕິບັດບັນດາພາລະບົດບາດ, ໜ້າທີ່ຂອງສະພາທິດສະດີ ກໍຄືຂອງແຕ່ລະສະຫາຍສະມາຊິກສະພາທິດສະດີ ໃຫ້ດີທີ່ສຸດ ໂດຍສະເພາະການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳຕ່າງໆ.

3). ປະສານສົມທົບກັບບັນດາກະຊວງ, ອົງການ ແລະ ຂະແໜງການຕ່າງໆ ສືບຕໍ່ຜ່ານບົດຂອງບັນດາຫົວຂໍ້ຕ່າງໆ ໃນການສຳມະນາລະດັບຊາດເພື່ອ ປັບປຸງໃຫ້ສຳເລັດ ພ້ອມກັນນັ້ນ, ກະກຽມຫົວຂໍ້ໃຫຍ່ ສະເໜີກົມການເມືອງຮັບຮອງ ໂດຍສະເພາະບັນຫາຫົວຂໍ້ທີ່ຕິດພັນກັບໂຄງການການເມືອງ.

4). ສືບຕໍໍ່ປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການຫັນເປັນທັນສະໄໝ ເປັນຕົ້ນແມ່ນການປັບປຸງບຸກຄະລາກອນ ໃສ່ແຕ່ລະຄະນະກຳມະການ, ປັບປຸງພາລະບົດບາດ, ສິດ, ໜ້າທີ່ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ. ນອກຈາກນັ້ນ.

5). ສຸມໃສ່ໃຫ້ສຳເລັດບັນດາວຽກງານຈຸດສຸມ 2024 ເປັນຕົ້ນໂຄງການການເມືອງ, ຮ່າງສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່, ບົດລາຍງານການເມືອງ…

(ໜັງສືພິມປະຊາຊົນ)