ໜັງສືພິມປະຊາຊົນ ແລະ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ປຶກສາຫາລືວຽກງານການຄຸ້ມຄອງເວັບໄຊ

ໜັງສືພິມປະຊາຊົນ ແລະ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ປຶກສາຫາລືວຽກງານການຄຸ້ມຄອງເວັບໄຊ

          ໃນວັນທີ 07 ກຸມພາ 2024 ທີ່ຫ້ອງປະຊຸມຊັ້ນ 4 ຄະນະໂຄສະນາອົບຮົມສູນກາງພັກ ໜັງສືພິມປະຊາຊົນ ແລະ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ປຶກສາຫາລືວຽກງານການຄຸ້ມຄອງເວັບໄຊໂດຍມີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເປັນປະທານ , ເຂົ້າຮ່ວມມີ: ຄະນະກົມຂໍ້ມູນຂ່າວສານ, ພະແນກເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຕາງໜ້າຈາກໜັງສືພິມປະຊາຊົນ ພ້ອມດ້ວຍຄະນະ.

ສອງຝ່າຍໄດ້ລົງເລິກແລກປ່ຽນກ່ຽວກັບການເຄື່ອນໄຫວຄຸ້ມຄອງເວັບໄຊຂອງໜັງສືພິມປະຊາຊົນທີ່ຫວຽດນາມໃຫ້ການຊ່ວຍເຫຼືອໜັງສືພິມປະຊາຊົນລາວເພື່ອຫັນໄປສູ່ການຄຸ້ມຄອງເປັນໜຶ່ງອັນດຽວ ແລະ ບັນຫາທີ່ ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ດ້ານຄົງຄ້າງ; ຫຼັງຈາກນັ້ນ ໄດ້ແລກປ່ຽນລົງເລິກຕາມການສະເໜີຂອງໜັງສືພິມປະຊາຊົນເພື່ອສ້າງການຫັນປ່ຽນດ້ານຄຸນນະພາບຂອງວຽກງານໂຄສະນາອົບຮົມ ແລະ ທິດທາງການປະຕິບັດວຽກງານຫັນເປັນທັນສະໄໝໃນຕໍ່ໜ້າ.