ກອງປະຊຸມປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2023.

ກອງປະຊຸມປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2023.

   ໃນຕອນບ່າຍຂອງວັນທີ 21 ກຸມພາ 2023, ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປະເມີນ 4 ບຸກປະຈໍາປີ 2023 ຂຶ້ນທີ່ ຫ້ອງປະຊຸມ (ຊັ້ນ2) ຄອສພ; ກ່ອນເຂົ້າປະຊຸມ ທ່ານ ແສງດາວ ແກ້ວຂາວມະນີ ຮອງປະທານກວດກາ, ຮອງກົມກວດກາ ສູນກກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວພ້ອມດ້ວຍຄະນະໄດ້ພົບປະ ແລະ ເຮັດວຽກກັບ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ.

ຫຼັງຈາກນັ້ນທັງສອງຝ່າຍເຮັດວຽກຮ່ວມກັນໂດຍເຂົ້າຮ່ວມມີ: ຄະນະກວດປະເມີນ 4 ບຸກ ຂອງຄະນະສູນກກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ ຄອສພ ແລະ ເລຂາຊາວໜຸ່ມແຕ່ລະໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2023 ຄັ້ງນີ້ໄດ້ມີຄວາມໝາຍ ຄວາມສໍາຄັນ ເຊິ່ງເປັນການຢັ້ງຢືນເຖີງຜົນງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມ ຄອສພ ໃນໄລຍະຜ່ານມມາ; ໃນພິທີ ທ່ານ ນາງ ສຸກສະຫວັນ ອິນຄະວິໄລ ໄດ້ກ່າວບົດລາຍງານປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2123 ແລະ ການຕີລາຄາຂອງຄະນະກວດກາທີ່ອີງຕາມແຜນການຂອງ ຄະນະຊາວໜຸ່ມ ຄອສພ ກ່ຽວກັບການສ້າງຂະບວນການແຂ່ງຂັນ 4 ບຸກ ທີ່ໄດ້ຄາດໝາຍໄວ້ ໃນນັ້ນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຜົນງານການຈັດຕັ້ງປະຕິບັດ ຂອງຄະນະຊາວໜຸ່ມ ຄອສພ ໃນການເປັນເຈົ້າການຜັນຂະຫຍາຍມະຕິຄໍາສັ່ງຂອງພັກ, ແຜນນະໂຍບາຍຂອງລັດ ເຂົ້າໃນວຽກງານວິຊາສະເພາະຂອງຕົນ ໂດຍຕິດພັນກັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ຕິດພັນກັບຂະບວນຮັກຊາດ ແລະ ພັດທະນາ ໂດຍການໂຄສະນານໍາເອົາແນວທາງ, ແຜນນະໂຍບາຍຂອງລັດ ເຜີຍ ແຜ່ໃຫ້ແກ່ພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າດ້ວຍຫຼາຍຮູບການເຊັ່ນ: ໂຄສະນາຜ່ານສື່, ຈັດຊຸດອົບຮົມ, ປາຖະກະຖາ, ໂຄສະນາເຄື່ອນທີ່ ແລະ ອື່ນໆ. ພ້ອມນັ້ນ ທັງສອງຝ່າຍຍັງໄດ້ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ

ໃນຕອນທ້າຍທ່ານ ແສງດາວ ແກ້ວຂາວມະນີ ຮອງປະທານກວດກາ, ຮອງກົມກວດກາ ສູນກກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວໄດ້ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດ ແລະ ການປະເມີນກວດກາຂໍ້ແຂງຂັນ 4 ບຸກ ໃນປີ 2023 ຂອງໜ່ວຍຊາວໜຸ່ມ ຄອສພ ເຫັນວ່າ: ສະມາຊິກຊາວໜຸ່ມພາຍໃນໜ່ວຍ ແມ່ນມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນ ແລະ ເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເວົ້າລວມ ເວົ້າສະເພາະແມ່ນຂອງຄະນະພັກ, ຄະນະໜ່ວຍ ແລະ ສະມາຊິກພາຍໃນໜ່ວຍ ສະແດງອອກໃນຖັນແຖວສະມາຊິກຊາວໜຸ່ມ ແມ່ນມີຄວາມອຸ່ນອຽນທຸ່ນທ່ຽງ, ຫ້າວຫັ້ນໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເປັນເຈົ້າການໃນການປະຕິບັດແນວທາງນະໂຍບາຍຂອງພັກ, ຮຽນຮູ້ວິທະຍາສາດເຕັກນິກທີ່ທັນສະໄໝ ເພື່ອນຳໃຊ້ເຂົ້າໃນການປະຕິບັດວຽກງານທີ່ໄດ້ຮັບມອບໝາຍ, ດ້ານການຈັດຕັ້ງແມ່ນໄດ້ຮັບການປັບປຸງ ແລະ ມີຄວາມເຂັ້ມແຂງ ມີແບບແຜນການນຳພາຢ່າງຖືກຕ້ອງ, ສອດຄ່ອງ ເຮັດໃຫ້ພາຍໃນ ໜ່ວຍມີຄວາມສາມັກຄີ ມີຄວາມສະຫງົບ ມີຂະບວນການທີ່ພົ້ນເດັ່ນ ພ້ອມດຽວກັນນີ້ ກໍໄດ້ຊຸກຍູ້ສົ່ງເສີມໃຫ້ສະມາຊິກສ້າງລາຍຮັບເສີມເວລານອກໂມງການຕາມເງື່ອນໄຂຂອງແຕ່ລະຄອບຄົວ.